Skip to main content

ດັບເບິນຢູໄອຈີ ນາຄາ ຮ່ວມລາຍການ ຕາຣ ອາຊີ ຄັດເລືອກແຊ໋ມ ໄປປະເທດແອັດສະປາຍ

13/12/2023

ໜຸ່ມນ້ອຍໝາກເຜັດຂີ້ໜູລາວ ສະໂມສອນ ດັບເບິນຢູໄອຈີ ນາຄາ ຫຼື W.I.G NAGA ໜຶ່ງດຽວຈາກ ສປປ ລາວ ອອກເດີນທາງ ເມື່ອວັນທີ 12 ທັນວາ ຜ່ານມາ ດ້ວຍລົດບັດໃຫຍ່ 50 ບ່ອນນັ່ງ ຂ້າມຂົວມິດຕະພາບລາວ-ໄທ ເລກ1 ເຂົ້າຮ່ວມສ້າງຜົນງານໃນລາຍການໃຫຍ່ທີ່ສຸດລະດັບຕົ້ນໆຂອງປະເທດໄທ ລາຍການ ຢູ-10 ຕາຣ ອາຊີ ຮອບຄັດເລືອກ ຫຼື U-10 TAR Asia Qualifiers 2023.

ໃນການເດີນທາງເຂົ້າຮ່ວມງານດັ່ງກ່າວ, ສະໂມສອນ ດັບເບິນຢູໄອຈີ ນາຄາ ນໍາທີມໂດຍທ້າວ ອານຸສັກ ວິໄລກຸນ ຫຼື ເບວເກດ ກອງໜ້າເຍົາວະຊົນທີ່ກຳລັງມາແຮງ ຊຶ່ງເຄີຍສ້າງຜົນງານຍິງປະຕູສວຍງາມຫຼາຍຄັ້ງສ້າງຜົນງານສະເທື່ອນວົງການບານເຕະເຍົາວະຊົນທີ່ປະເທດໄທມາແລ້ວ ແລະ ທ້າວ ເບວເກດ ຍັງໄດ້ບອກສື່ມວນຊົນ ໃຫ້ຮູ້ວ່າ: ປັດຈຸບັນພວກຫຼານມີກຳລັງໃຈທີ່ດີ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນໃນລາຍການດັ່ງກ່າວ ຂໍກໍາລັງໃຈຈາກແຟນບານທຸກຄົນ ສົ່ງມາເຊຍພວກຫຼານນ້ອຍແດ່ ແລ້ວພວກຫຼານຈະເຮັດໃຫ້ດີທີ່ສຸດ.

ລາຍການດັ່ງກ່າວນີ້, ຈະຈັດຂຶ້ນ ໃນລະຫວ່າງວັນທີ 15-17 ທັນວາ 2023 ທີ່ນະຄອນຫຼວງບາງກອກ ປະເທດໄທ ຊຶ່ງຈະມີບັນດາປະເທດໃນທົ່ວທະວີບ ອາຊີ ສົ່ງເຂົ້າຮ່ວມແຂ່ງຂັນ 56 ທີມ ໃນນັ້ນ ມີບັນດາສະໂມສອນຈາກໄທ ສົ່ງເຂົ້າຮ່ວມຫຼາຍທີ່ສຸດ ຈຳນວນ 32 ພາກສ່ວນ ສ່ວນທີ່ເຫຼືອແມ່ນມາຈາກປະເທດຍີ່ປຸ່ນ, ສປ ຈີນ, ສ.ເກົາຫຼີ, ຮົງກົງ, ໃຕ້ຫວັນ, ສິງກະໂປ, ອິນໂດເນເຊຍ, ມາເລເຊຍ ແລະ ສປປ ລາວ. ລາຍການດັ່ງກ່າວ, ຈະແຂ່ງຂັນ 6 ຮັບ 1 ແຂ່ງຂັນຕັ້ງລະ 12 ນາທີ ລວມສອງຕັ້ງ 24 ນາທີ ແລະ ມີການເຊັກລໍ້າໜ້າອີກດ້ວຍ ຊຶ່ງແບ່ງອອກເປັນ 8 ກຸ່ມ ແຕ່ລະກຸ່ມແຂ່ງຂັນແບບພົບກັນໝົດ ຄັດເລືອກເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ສະເພາະທີມດັບເບິນຢູໄອຈີ ນາຄາ ແມ່ນຖືກຈັດຢູ່ກຸ່ມ ຊີ ຮ່ວມກັບທີມ SZ Rangers FC ຈາກ ສປ ຈີນ ສ່ວນອີກ 5 ທີມ ເຊັ່ນ: MBF FC, Ascot FA, Kittikhun Academy, Phaharuthai Convent ແລະ Wachirawit School ແມ່ນມາຈາກໄທ.

ຜ່ານມາ ສະໂມສອນ WIG NAGA ໄດ້ເຄີຍສົ່ງ ເອກະລາດ ວິໄລກຸນ (ໄທເກີ) ຊຶ່ງເປັນອ້າຍຂອງເບວເກດ ກອງໜ້າຂອງສະໂມສອນໃຫ້ກັບ ຟຸດບອຍ ສະໂມສອນໃນໄທ ຢືມຕົວ ແລະ ຍັງສາມາດຄວ້າແຊ໋ມໃນຮອບຄັດເລືອກທີ່ປະເທດໄທໃນທ້າຍປີ 2022 ກ່ອນໄດ້ສິດໄປແຂ່ງຂັນທີ່ປະເທດແອັດສະປາຍ ໃນຮອບສຸດທ້າຍໃນຕົ້ນປີ 2023 ກ່ອນຈະຕົກຮອບໄປ.

ໂດຍ ສົງການ ພັນແພງດີ