Skip to main content

4 ພາກສ່ວນຮ່ວມກັນມອບເຄື່ອງໃຊ້ຫ້ອງການ ແລະ ອຸປະກອນການສຶກສາ-ກິລາ ໃຫ້ໂຮງຮຽນ 3 ແຫ່ງ ເມືອງໂພນທອງ

16/12/2023

ພຣະອາຈານ ສັນຕິສຸກ ລ່ຽມອິນທະວົງ ຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ສາຂາປະກັນໄພລ້ານຊ້າງພາໄຕ ແລະ ຮ້ານຂາຍເຄື່ອງກິລາ ດີພີ ສະປອດ (DP Sports) ໄດ້ນຳເອົາເຄື່ອງຊ່ວຍເຫຼືອປະເພດພັດລົມ, ປິນເຕີ ລວມເຖິງອຸປະກອນການສຶກສາ ແລະ ກິລາ ອີກຫຼາຍລາຍການ ໄປມອບໃຫ້ກັບໂຮງຮຽນ ມັດທະຍົມສົມບູນ ຫຼື ມສ ບ້ານປ້ອງ, ໂຮງຮຽນປະຖົມສົມບູນບ້ານບຸ່ງແກ ແລະ ໂຮງຮຽນປະຖົມສົມບູນບ້ານໂນກຸງ ເມືອງໂພນທອງ ແຂວງຈຳປາສັກ ເພື່ອອຳນວຍຄວາມສະດວກໃຫ້ກັບບັນດາໂຮງຮຽນດັ່ງກ່າວນຳໃຊ້ເຂົ້າໃນການຮຽນການສອນ ເພື່ອໃຫ້ຄົບຕາມ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ.


ພິທີມອບ-ຮັບເຄື່ອງກິລາໃນຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 15 ທັນວາ 2023 ທີ່ໂຮງຮຽນດັ່ງກ່າວ ໂດຍນຳພາໄປມອບເຄື່ອງໃນຄັ້ງນີ້ຂອງ ພຣະອາຈານ ສັນຕິສຸກ ລ່ຽມອິນທະວົງ ຈາກວັດດົງເກາະໂລງ, ທ່ານ ວຽງນະຄອນ ບົວລະພັນ ຮອງຫົວຫ້ນາພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ທ່ານ ສຸລິວັນ ພົມມະຈິດ ຫົວໜ້າສາຂາປະກັນໄພລ້ານຊ້າງພາໄຕ ແລະ ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງກິລາດີພີສະປອດ ແລະ ຕາງໜ້າກ່າວຮັບແມ່ນບັນດາຄະນະອຳນວຍການໂຮງຮຽນແຕ່ລະແຫ່ງ, ມີພະນັກງານ, ຄູອາຈານ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບເຄື່ອງທີ່ນຳໄປມອບໃນຄັ້ງນີ້ ແມ່ນມອບໃຫ້ໂຮງຮຽນ ມສ ບ້ານປ້ອງ ປະກອບມີ ພັດລົມ 15 ໜ່ວຍ, ປິນເຕີ 1 ຊຸດ ພ້ອມດ້ວຍອຸປະກອນການສຶກສາ-ກິລາອີກຈຳນວນໜຶ່ງ, ມອບໃຫ້ກັບໂຮງຮຽນປະຖົມສົມບູນບ້ານບຸ່ງແກ ແລະ ໂຮງຮຽນປະຖົມສົມບູນບ້ານໂນກຸງ ປະກອບມີ ບານເຕະ 6 ໜ່ວຍ, ກະຕໍ້ 4 ໜ່ວຍ, ຕາໜ່າງກະຕໍ້ 4 ດາງ, ບານສົ່ງ 2 ໜ່ວຍ ແລະ ຕາໜ່າງບາງສົ່ງ 2 ດາງ. ຊຶ່ງຈຸດປະສົງຂອງການນຳເອົາເຄື່ອງໄປມອບໃນເທື່້ອນີ້ ແມ່ນເພື່ອເປັນການອຳນວຍຄວາມສະດວກ ໃຫ້ກັບບັນດາໂຮງຮຽນທີ່ມີຄວາມຫຍຸ້ງຍາກຂາດເຂີນດ້ານເຄື່ອງໃຊ້ຫ້ອງການ ແລະ ອຸປະກອນການຮຽນການສອນ ເພື່ອນຳໃຊ້ເຂົ້າໃນການຮຽນໃຫ້ຄົບຕາມ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ.