Skip to main content

ສະພາການຄ້າ ຫູໜານ ສະຫຼອງຜົນສຳເລັດການເຕີບໃຫຍ່ຂະຫຍາຍຕົວ ໄລຍະ 15 ປີ ສ້າງຄວາມເຂັ້ມແຂງດ້ານເສດຖະກິດ ໃນ ສປປ ລາວ

ສະພາການຄ້າ ຫູໜານ ປະຈໍາ ສປປ ລາວ ຈັດພິທີໂຮມຊຸມນຸມບັນດາພໍ່ແມ່ພີ່ນ້ອງຊາວຈີນ ກໍຄື ບັນດາຜູ້ປະກອບການ ນັກທຸລະກິດ ແຂວງຫູໜານ ທີ່ດໍາເນີນທຸລະກິດ ຢູ່ ສປປ ລາວ ໃນໄລຍະ 15 ປີ ເພື່ອສ້າງຂະບວນການສະເຫຼີມສະຫຼອງບຸນປີໃໝ່ຈີນ ຫຼື ງານບຸນກຸດຈີນ ປະຈໍາປີ 2024 ໃນວັນທີ 29 ມັງກອນ 2024 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຫຼິວ ຈີ່ໂຢ້ ຫົວໜ້າຫ້ອງການສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ທ່ານ ຫຼີ ເຫວິນ ເຄີ່ ປະທານສະພາການຄ້າຫູໜານ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາຜູ້ປະກອບການ, ນັກທຸລະກິດຊາວຫູນານ ທີ່ມາດຳເນີນທຸລະກິດຢູ່ ສປປ ລາວ ຕະຫຼອດຮອດແຂກຖືກຊີນເຂົ້າຮ່ວມ.


ໂອກາດນີ້, ທ່ານ ຫຼີ ເຫວິນ ເຄີ່ ກ່າວວ່າ: ສະພາການຄ້າ ຫູໜານ ໄດ້ມີການສະເຫຼີມສະຫຼອງ ຄົບຮອບ 15 ປີ ຊຶ່ງໃນປີ 2023 ສະພາການຄ້າແຂວງຫູໜານ ໄດ້ດໍາເນີນກິດຈະກໍາແລກປ່ຽນຫຼາຍຮູບແບບ ເຊັ່ນ: ກອງປະຊຸມສໍາມະນາກັບຄະນະຜູ້ແທນຈາກລັດຖະບານພາຍໃນປະເທດ, ວິສາຫະກິດ ແລະ ສະມາຄົມນັກທຸລະກິດ ທີ່ມາຢ້ຽມຢາມ ສປປ ລາວ ພິເສດ ໃນໄລຍະທີ່ຄະນະຜູ້ແທນມາຢ້ຽມຢາມ ສປປ ລາວ ໃນເດືອນກັນຍາ 2023 ນີ້ ໄດ້ມີການຈັດ “ເວທີປາໄສວິສາຫະກິດ ລາວ-ຫູໜານ” ລະຫວ່າງ ຄະນະຜູ້ແທນ ກັບ ສະພາການຄ້າ ຫູໜານ ແລະ ໃນໂອກາດນີ້ ສະພາການຄ້າ ໄດ້ຢືນຢັນຕໍ່ຜົນສໍາເລັດ ໃນການພັດທະນານັກທຸລະກິດ ຢູ່ ລາວ-ຫູໜານ ບໍ່ພຽງເທົ່ານັ້ນ ໃນປີ 2023 ຫ້ອງການ ການຄ້າແຂວງຫູໜານ ຍັງໄດ້ຮັບການຈັດອັນດັບເປັນ “ສະພາການຄ້າຕ່າງປະເທດທີ່ດີເລີດ ໃນການບໍລິການສົ່ງເສີມການລົງທືນ ແຂວງຫູໜານ ໃນປີ 2023” ໂດຍພະແນກຫູໜານ ໄດ້ຮັບການແຕ່ງຕັ້ງເປັນ “ທູດການລົງທຶນເມືອງຫ້ວຍຮວາ” ເປັນເອກອັກຄະລັດຖະທູດຂອງລັດຖະບານ ເທດສະບານຫ້ວຍຮວາ, ເປັນຮອງປະທານໜ່ວຍບໍລິຫານ ຂອງສະຫະພັນບັນດາສະພາການຄ້າຕ່າງປະເທດ ແຂວງຫູໜານ ແລະ ຫ້ອງການພົວພັນຮ່ວມມືອາຊຽນ; ທຸກໆຜົນງານທີ່ສະພາການຄ້າຫູໜານບັນລຸໄດ້ ແມ່ນມາຈາກຄວາມພະຍາຍາມຈາກທຸກພາກສ່ວນ ແລະ ທຸກຄົນ ທີ່ໃຫ້ການຮ່ວມມື. ມາຮອດປັດຈຸບັນປີ 2024 ສະພາການຄ້າ ຫູໜານ ຈະສືບຕໍ່ເລົ່າເລື່ອງຫູໜານ ເປັນຢ່າງດີ, ສືບຕໍ່ຮັກສາພາບພົດອັນດີງາມ ຂອງວິສາຫະກິດ ແຂວງຫູໜານ ຢູ່ລາວ, ສືບຕໍ່ມີບົດບາດອັນດີໃນການເປັນຂົວຕໍ່ ການແລກປ່ຽນດ້ານເສດຖະກິດການຄ້າ ລະຫວ່າງ ແຂວງຫູໜານ ແລະ ລາວ, ສືຕໍ່ໂຄງການ “ກັບຄືນມາຂອງນັກທຸລະກິດແຂວງຫູໜານ”, ຍາດແຍ່ງເອົາແຫຼ່ງກໍາລັງເວທີປາໄສໂຄສະນາເຜີຍແຜ່ແຂວງຫູໜານ. ພ້ອມດຽວກັນນັ້ນ, ຍັງຈະສືບຕໍ່ຊຸກຍູ້ບັນດາໂຄງການລົງທືນ ຂອງສະພາການຄ້າ ຫູໜານ ແລະ ສ້າງເວທີຮ່ວມມືລະຫວ່າງສອງປະເທດ ລາວ-ຈີນ ເພື່ອເຂົ້າສູ່ການປະກອບສ່ວນເສດຖະກິດການຄ້າໃຫ້ຫຼາຍຂຶ້ນກວ່າເກົ່າ.

ໂອກາດດຽວກັນ, ທ່ານ ພູວົງ ວົງຄໍາຊາວ ກໍໄດ້ກ່າວວ່າ: ງານສະເຫຼີມສະຫຼອງຄັ້ງນີ້ສຸດທີ່ມີຄວາມໝາຍ-ຄວາມສໍາຄັນ ສໍາລັບປະຊາຊົນຈີນ ໂດຍສະເພາະບັນດາຜູ້ປະກອບການ ແລະ ນັກທຸລະກິດ ທີ່ດໍາເນີນທຸລະກິດຢູ່ ສປປ ລາວ ໄດ້ມາເຕົ້າໂຮມກັນໃນມື້ນີ້ ເພື່ອພົບປະແລກປ່ຽນບົດຮຽນດ້ານການຄ້າຮ່ວມກັນ ຊຶ່ງໄດ້ສະແດງອອກເຖິງສາຍພົວພັນມິດຕະພາບການຮ່ວມມື ລາວ-ຈີນ, ຈີນ-ລາວ ຢ່າງສະໜິດແໜ້ນ; ເນື່ອງໃນໂອກາດປີໃໝ່ຈີນ (ກຸດຈີນ) ປະຈໍາປີ 2024 ນີ້ ຂໍອວຍພອນໃຫ້ຄະນະນໍາ ສະພາການຄ້າ ຫູໜານ ລວມເຖິງຜູ້ປະກອບການ, ນັກທຸລະກິດ ຫູໜານ ທີ່ດໍາເນີນທຸລະກິດຢູ່ ສປປ ລາວ ກໍຄື ໃນ ນະຄອນຫຼວງວຽງຈັນ ຂໍໃຫ້ມີສຸຂະພາບເຂັ້ມແຂງ, ທຸກຄອບຄົວຂໍໃຫ້ມີແຕ່ຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນການດໍາເນີນທຸລະກິດທຸກປະການ.

ພາຍໃນງານ ຍັງໄດ້ມີພິທີມອບໃບຍ້ອງຍໍໃຫ້ບັນດາຜູ້ປະກອບການ ແລະ ນັກທຸລະກິດ ຫູໜານ ທີ່ດໍາເນີນທຸລະກິດຢູ່ ສປປ ລາວ ຕື່ມອີກ. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິລະປະຟ້ອນ, ຮ້ອງເພງ ແລະ ເຊີດສິງໂຕ ຊຶ່ງເຮັດໃຫ້ບັນຍາກາດດັ້ງກ່າວ ເຕັມໄປດ້ວຍເບີກບານຟົດຟື້ນ ແລະ ມ່ວນຊືນ.

ຂ່າວໂດຍ: ສົງການ ພັນແພງດີ