ຄຳມ່ວນ ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະຫຼອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 68 ປີ ຢ່າງຟົດຟື້ນ
01/02/2024

ສະຫະພັນກໍາມະບານແຂວງຄໍາມ່ວນ ຮ່ວມກັບ ອົງການຈັດຕັ້ງເມືອງທ່າແຂກ ແຂວງຄຳມ່ວນ ຈັດກິດຈະກຳຍ່າງເພື່ອສຸຂະພາບ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956-1 ກຸມພາ 2024) ຢ່າງເປັນຂະບວນການຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.
ກິດຈະກຳຍ່າງເພື່ອສຸຂະພາບໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 1 ກຸມພາ 2024 ທີ່ສໍານັກງານປົກຄອງເມືອງທ່າແຂກ ແຂວງຄຳມ່ວນ ໂດຍມີ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ໂຕເຊີນ ອຸດທັດສີ ປະທານສະຫະພັນກໍາມະບານແຂວງຄຳມ່ວນ ພ້ອມດ້ວຍຄະນະກຳມະບານຮາກຖານພະແນກການຂັ້ນແຂວງ, ຫ້ອງການອ້ອມຂ້າງເມືອງ ຕະຫຼອດຮອດແຂກຖືກເຊີນເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການເລົ່າຄືນມູນເຊື້ອແຫ່ງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກຳມະບານລາວແຕ່ລະໄລຍະ ເວົ້າລວມ, ເວົ້າສະເພາະແມ່ນປະຫວັດການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກຳມະບານແຂວງຄຳມ່ວນ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຂະບວນການຂອງອົງການຈັດຕັ້ງກຳມະບານ, ຊົນຊັ້ນກຳມະກອນຊາວຜູ້ອອກແຮງງານແຂວງຄຳມ່ວນ ກໍມີການເຕີບໃຫຍ່ຂະຫຍາຍຕົວຍ້ອນເປັນແຂວງທີ່ສ້າງວິລະກຳປະຫວັດສາດ ແລະ ເປັນຈຸດກຳເນີດຂອງຊົນຊັ້ນກຳມະກອນຂອງປະເທດເຮົາ ຄື: ຢູ່ບໍ່ກົ່ວໂພນຕິ້ວໂດຍມີຄະນະພັກ-ອຳນາດການປົກຄອງແຂວງກໍ່ໄດ້ນໍາພາ-ຊີ້ນໍາຢ່າງໃກ້ຊິດຕິດແທດ ໃນການປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຫຼັງຈາກນັ້ນ ບັນດາທ່ານທີ່ເຂົ້າຮ່ວມໄດ້ພ້ອມກັນຍ່າງເພື່ອສຸຂະພາບ ຊຶ່ງຂະບວນການດັ່ງກ່າວແມ່ນໄດ້ເລີ່ມຈາກເດີ່ນສໍານັກງານປົກຄອງເມືອງທ່າແຂກ ລ້ຽວຂວາໄປທາງ 4 ແຍກທ່າດ່ານ ສືບຕໍ່ຍ່າງຊື່ຮອດໄຟແດງທ່າແຂກໃໝ່ ແລ້ວລ້ຽວຂວາໄປຮອດໄຟແດງພະແນກສຶກສາທິການ ແລະ ກິລາແຂວງ ແລະ ແລ້ວລ້ຽວຂວາຍ່າງຊື່ໄປຫາແຍກຫໍໄຫວ້ມູນເຊື້ອປະຫວັດສາດ 21 ມີນາ ແລະ ລ້ຽວກັບຫາສໍານັກງານປົກຄອງເມືອງທ່າແຂກ.
ຂ່າວຈາກ: ແຂວງຄຳມ່ວນ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
