ດັບເບິນຢູໄອຈີ ນາຄາ ປະກາດສັກດາ ຄອງແຊ໋ມລາຍການນານາຊາດ ທີ່ສປ ຈີນ
01/02/2024

ສະໂມສອນ ດັບເບິນຢູໄອຈີ ນາຄາ ຫຼື WIG NAGA ທີມບານເຕະເຍົາວະຊົນໜຶ່ງດຽວຈາກ ສປປ ລາວ ໃນຮຸ່ນອາຍຸບໍ່ເກີນ 11 ປີ ສ້າງຄວາມສຸກໃຫ້ແຟນບານຊາວລາວອີກຄັ້ງ ຫຼັງຄວ້າແຊ໋ມລາຍການ ຊີງແຊ໋ມນານາຊາດ ຊິງໄຫ່ ກວນຖັງ ທາວ-ຟລາຍອິນ ຄັບ 2024 ຫຼື 2024 Qinghai Guantang College Town-Flyin Cup ທີ່ນະຄອນຊິງໄຫ່ ແຂວງຫາຍໝານ ສປ ຈີນ ເປັນເຈົ້າພາບ.
ສຳລັບຜົນງານຂອງຫຼານນ້ອຍໝາກເຜັດຂີ້ໜູ ດັບເບິນຢູໄອຈີ ນາຄາ ລົງສະໜາມ 9 ນັດ ສາມາດເອົາຊະນະ 8 ນັດ ແລະ ສະເໝີ 1 ນັດ ບໍ່ເສຍໃຫ້ທີມໃດໃນທົວນາເມັນນີ້ເລີຍ ໂດຍສະເພາະໃນນັດສົ່ງທ້າຍ ເຖິງຈະຖືກທີມ ຮາຍ ຄິກເກີ (HI KICKER) ຍິງນຳກ່ອນ 1-0 ປະຕູ ແຕ່ກໍສາມາດເລັ່ງເຄື່ອງຮ້ອນແຊງກັບມາຊະນະໄປແບບຂາດຮອຍ 5-1 ປະຕູ. ຂະນະທີ່ທ້າວ ອານຸສັກ ວິໄລກຸນ ກອງໜ້າຫົວໜ້າທີມຂອງ ດັບເບິນຢູໄອຈີ ນາຄາ ແຜງລິດອີກຄັ້ງ ຊຶ່ງລົງສະໜາມ 9 ນັດ ຍິງຄົນດຽວເຖິງ 41 ປະຕູ ພ້ອມທັງຄວ້າລາງວັນດາວຍິງສູງສຸດມາຄອງອີກດ້ວຍ.
ໂດຍຜົນງານຈາກການລົງສະໜາມແຂ່ງຂັນ 9 ນັດ ຫຼານນ້ອຍ ດັບເບິນຢູໄອຈີ ນາຄາ ສາມາດຊະນະໄດ້ເຖິງ 8 ນັດ ແລະ ສະເໝີ 1 ລວມມີ 25 ຄະແນນ ເທົ່າກັນກັບສະໂມສອນ Shanghai Yangpu ທີມແຊ໋ມຈາກຊຽງໄຮ້ ແຕ່ຜົນປະຕູໄດ້ເສຍທີມຈາກລາວດີກວ່າ ຈຶ່ງຄວ້າແຊ໋ມລາຍການດັ່ງກ່າວໄປຄອງ.
ລາຍການນີ້ ຈັດຂຶ້ນລະຫວ່າງວັນທີ 30 ມັງກອນ ຫາ 2 ກຸມພາ 2024 ຊຶ່ງມີ 10 ສະໂມສອນ ພາຍໃນ ສປ ຈີນ ເຂົ້າຮ່ວມ ໂດຍດັບເບິນຢູໄອຈີ ນາຄາ ເປັນທີມດຽວຈາກ ສປປ ລາວ ຮ່ວມແຂ່ງຂັນລາຍການດັ່ງກ່າວ ແຂ່ງຂັນແບບພົບກັນໝົດ ທີມທີ່ໄດ້ຄະແນນຫຼາຍທີ່ສຸດໄດ້ແຊ໋ມໄປຄອງ ຜ່ານການແຂ່ງຂັນ ສຳລັບນັດທໍາອິດ ດັບເບິນຢູໄອຈີ ນາຄາ ຊະນະ ເຮັງເຈິ້ນ (Hengjun) 8-1 ປະຕູ, ນັດທີ 2 ດັບເບິນຢູໄອຈີ ນາຄາ ຊະນະ ມິງກວາງ 14 ດຣາກ້ອນ (Mingguang 14 dragon) 7-0 ປະຕູ, ນັດທີ 3 ດັບເບິນຢູໄອຈີ ນາຄາ ຊະນະ ຈິໜານ ເອັບ90 ຫຼື Jinan F90 ດ້ວຍສະກໍ 4-0 ປະຕູ, ນັດທີ 4 ດັບເບິນຢູໄອຈີ ນາຄາ ສະເໝີ ສາງໄຫ່ ຢາງຜູ່ (Shanghai Yangpu) 0-0 ປະຕູ, ນັດທີ 5 ດັບເບິນຢູໄອຈີ ນາຄາ ຊະນະ ໄຮໜານ (Hainan Youth) 11-1 ປະຕູ, ນັດທີ 6 ດັບເບິນຢູໄອຈີ ນາຄາ ຊະນະ ກວາງໄຫ່ ຊິຕີ (Qionghai city) 23-0 ປະຕູ, ນັດທີ 7 ດັບເບິນຢູໄອຈີ ນາຄາ ຊະນະ ຮໍບໍ ສະຕາ Harbor Star Flag 8-0 ປະຕູ, ນັດທີ 8 ດັບເບິນຢູໄອຈີ ນາຄາ ຊະນະ ກວາງໄຫ່ ຢູໄນເຕັດ Qionghai United 25-0 ແລະ ນັດທີ 9 ດັບເບິນຢູໄອຈີ ນາຄາ ຊະນະ ໄຮ ຄິກເກີ (HI KICKER) 5-1 ປະຕູ.
ຂ່າວໂດຍ ສົງການ ພັນແພງດີ
ຂໍ້ມູນ ລແະ ພາບ ເພຈ W.I.G NAGA
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
