ຢາສູບໄຟຟ້າ ມີຄວາມອັນຕະລາຍຮຸນແຮງ ກໍ່ໃຫ້ເກີດເປັນພະຍາດມະເຮັງຕໍ່ຜູ້ສູບ

ຫຼາຍສະຖາບັນຊັ້ນນໍາຂອງໂລກ ໂດຍສະເພາະກະຊວງສາທາລະນະສຸກ ຢືນຢັນໃຫ້ຮູ້ແລ້ວວ່າ ຢາສູບໄຟຟ້າ (Electronic Cigarette) ຫຼື vape ມີຄວາມຮ້າຍກາດສູງກວ່າ ຢາສູບທົ່ວໄປ ເຖິງ 2,25 ເທົ່າ, ຢູ່ ສປປ ລາວ ໄດ້ມີກົດໝາຍຄວບຄຸມຢາສູບ ລວມທັງຢາສູບໄຟຟ້າ ສະບັບປີ 2021 ອອກມາແລ້ວ ແລະ ປັດຈຸບັນ ຢາສູບໄຟຟ້າຖືເປັນສິນຄ້າຜິດກົດໝາຍ ມີຄວາມຜິດທັງຜູ້ນຳເຂົ້າ, ຜູ້ຂາຍ ແລະ ຜູ້ໃຊ້.
ຢາສູບໄຟຟ້າ (Electronic Cigarette) ຫຼື vape ຄືອຸປະກອນທີ່ໃຊ້ສູບຢານຳໃຊ້ພະລັງງານຈາກແບັກຕາລີເພື່ອສ້າງຄວາມຮ້ອນ ແລະ ສ້າງສານໃນອາຍລະເຫີຍທີ່ຜູ້ໃຊ້ສູບເຂົ້າໄປໃນປອດ ໃນໄລຍະຜ່ານມາມີຫຼາຍຄົນ ໂດຍສະເພາະກຸ່ມເຍົາວະຊົນ ແລະ ໄວໜຸ່ມແມ່ນໄດ້ຮັບຂ່າວສານທີ່ມີຄວາມເຂົ້າໃຈຜິດກ່ຽວກັບຢາສູບໄຟຟ້າ ເຊັ່ນ: ຢາສູບໄຟຟ້າບໍ່ເປັນອັນຕະລາຍ ເປັນເຄື່ອງມືຊ່ວຍໃຫ້ຢຸດເຊົາຢາສູບ ຫຼື ຢາສູບໄຟຟ້າຊ່ວຍຫຼຸດການເກີດພະຍາດມະເຮັງ.
ຕາມການຢືນຢັນຂອງ ກະຊວງສາທາລະນະສຸກ ເຫັນໄດ້ວ່າ: ຢາສູບໄຟຟ້າຖືວ່າມີຄວາມອັນຕະລາຍຮຸນແຮງທຽບເທົ່າກັບຢາສູບທຳມະດາ ຈາກຜົນການວິໄຈຫຼ້າສຸດພົບວ່າ ຢາສູບໄຟຟ້າ ທຳລາຍດີເອັນເອຂອງເຊວໃນຜົ້ງປາກ ເພີ່ມຄວາມສ່ຽງເປັນມະເຮັງ ສານເຄມີໃນຢາສູບໄຟຟ້າເຊັ່ນ ນິໂກຕິນ ຊິລິເກດ ແລະ ຟໍມາດີໄຮ ເປັນອັນຕະລາຍ ແລະ ສົ່ງຜົນກະທົບຕໍ່ລະບົບຕ່າງໆໃນຮ່າງກາຍທີ່ເຮົາບໍ່ຄວນເບິ່ງຂ້າມ.
ມີຄວາມອັນຕະລາຍຕໍ່ລະບົບທາງເດີນຫາຍໃຈ: ການສູບຢາໄຟຟ້າອາດເຮັດໃຫ້ເກີດການລະຄາຍເຄື່ອງໃນທາງເດີນຫາຍໃຈ ແລະ ສ່ຽງຕໍ່ການເກີດພະຍາດມະເຮັງ ພະຍາດລະບົບເດີນຫາຍໃຈ ເຊັ່ນ: ພະຍາດຖົງລົມອຸດຕັນເຮື້ອຮັງ (COPD) ແລະ ພາວະຫອບຫືດ.
ມີຄວາມອັນຕະລາຍຕໍ່ລະບົບຫົວໃຈ ແລະ ຫຼອດເລືອດ: ການສູບຢາໄຟຟ້າມີຄວາມສ່ຽງຕໍ່ການເກີດພະຍາດຫົວ ໃຈ ເຊັ່ນ: ພະຍາດຫຼອດເລືອດຫົວໃຈ ພະຍາດຫຼອດເລືອດສະໜອງ ແລະ ຄວາມດັນເລືອດສູງ ສານພິດທີ່ມີຢູ່ໃນຢາສູບໄຟຟ້າອາດເຮັດໃຫ້ເສັ້ນເລືອດຕີບ ແລະ ເກີດການອຸດຕັນພາຍໃນຫຼອດເລືອດ.
ມີຄວາມອັນຕະລາຍຕໍ່ລະບົບທາງເດີນອາຫານ: ສານເຄມີໃນຢາສູບໄຟຟ້າມີສ່ວນປະສົມທີ່ກໍ່ໃຫ້ເກີດການລະຄາຍເຄື່ອງຕໍ່ລະບົບທາງເດີນອາຫນ ເຮັດໃຫ້ມີຄວາມສ່ຽງຕໍ່ການເກີດພະຍາດກະເພາະອາຫານ ກົດໄຫຼຍ້ອນ ແລະ ລະບົບຍ່ອຍອາຫານ.
ມີຄວາມອັນຕະລາຍຕໍ່ລະບົບປະສາດ: ການສູບຢາໄຟຟ້າອາດສົ່ງຜົນຕໍ່ລະບົບປະສາດໂດຍສະເພາະການສົ່ງສັນຍານປະສາດພາຍໃນສະໜອງອາດເຮັດໃຫ້ເກີດອາການວິຕົກກັງວົນ ພາວະຊຶມເສົ້າ ມີຄວາມຜິດປົກກະຕິໃນການຄວບຄຸມການເຄື່ອນໄຫ ປວດຫົວ ມືນງົງ.
ມີຄວາມອັນຕະລາຍຕໍ່ລະບົບການທຳງານຂອງຮ່າງາຍ ການສູບຢາສູບໄຟຟ້າອາດເຮັດໃຫ້ເກີດອາການເມື່ອຍຫອບ ຫາຍໃຈອ່ອນແຮງ ແລະ ຄວາມສາມາດໃນການອອກກຳລັງກາຍຫຼຸດລົງ ພູມຄຸ້ມກັນຫຼຸດລົງເຮັດໃຫ້ມີຄວາມສ່ຽງຕໍ່ການເກີດພະຍາດຕິດເຊື້ອຕ່າງໆໄດ້ງ່າຍຂຶ້ນ.
ຢາສູບໄຟຟ້າຕິດງ່າຍ ແລະ ຢຸດສູບຍາກກວ່າຢາສູບທຳມະດາ ເນື່ອງຈາກລະດັບສານນິໂຄຕິນທີ່ສູງກວ່າ ສາມາດແຕ່ງກິ່ນ ແລະ ປະລິມານຕາມຄວາມພໍໃຈເຮັດໃຫ້ຜູ້ສູບຮູ້ສຶກເພີດເພີນກັບໄພງຽບດັ່ງກ່າວໂດຍບໍ່ຮູ້ໂຕ ດັ່ງນັ້ນເພື່ອຫຼີກລ່ຽງຄວາມສ່ຽງຈາກຜົນກະທົບຕາການສູບຢາໄຟຟ້າ ຈຶ່ງຄວນສ້າງທາງເລືອກໃໝ່ໃຫ້ກັບສຸຂະພາບຂອງທ່ານ ນັ້ນຄື ປ້ອງກັນດີກວ່າຮັກສາ ເຊິ່ງ ມື້ນີ້ກໍຍັງບໍ່ຊ້າ ຖ້າທ່ານຜູ້ທີ່ສູບ ຈະຮ່ວມກັນ ຫຼຸດ ແລະ ຢຸດເຊົາສູບຢາ ຮັກສາສຸຂະພາບເພື່ອຄອບຄົວທີ່ທ່ານຮັກ.
ໂດຍ: ສົງການ ພັນແພງດີ