Skip to main content

] ສສກ-ອຸຍແນັດສະໂກພາກພື້ນ ປະຈໍາບາງກອກ ຈະສືບຕໍ່ຮ່ວມມືພັດທະນາການສຶກສາ ວິທະຍາສາດ ແລະ ໄອຊີທີ

02/02/2024

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ຫ້ອງການຫຼາຍຂະແໜງການອຸຍແນັດສະໂກພາກພື້ນ ປະຈໍາບາງກອກ ປະເທດໄທ ຈະສືບຕໍ່ການຮ່ວມມືໃນຂົງເຂດວິທະຍາສາດ, ໄອຊີທີ, ການສຶກສາຊັ້ນສູງ ແລະ ການຍົກສູງຄຸນນະພາບການສຶກສາ ລວມໄປເຖິງການສ້າງສັງຄົມແຫ່ງການຮຽນຮູ້ທີ່ສອດຄ່ອງກັບບູລິມະສິດຕ່າງໆຂອງວຽກງານພັດທະນາການສຶກສາ.

 

ໃນວັນທີ 26 ມັງກອນ 2024 ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ແຫ່ງ​ຊາດ​ລາວ ເ​ພື່ອ​ອຸຍ​ແນັດສະ​ໂກ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຊູຢູນ ຄິມ (Soohyun Kim), ຜູ້ອໍາການຫ້ອງການຫຼາຍຂະແໜງການອຸຍແນັດສະໂກພາກພື້ນ ປະຈໍາບາງກອກ ຄົນໃໝ່, ມີບັນດາຄະນະກົມທີ່ມີ​ການ​ຮ່ວມ​ມື​ກັບ​ອົງ​ການ​ອຸຍ​ແນັດ​ສະ​ໂກ (ກົມແຜນການ, ກົມສ້າງຄູ, ສູນ ICT, ກົມການສຶກສາຊັ້ນສູງ, ກົມຄຸ້ມຄອງວິທະຍາສາດ ແລະ ກົມກິລາລະດັບສູງ) ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວສະແດງການ​ຄວາມ​ຍິນ​ດີຕ້ອນຮັບອັນອົບອຸ່ນມາຍັງທ່ານ ຜູ້ອໍານວຍການຫ້ອງການຫຼາຍຂະແໜງການອຸຍແນັດສະໂກພາກພື້ນ ປະຈໍາບາງກອກ ຄົນໃໝ່ ພ້ອມທັງສະແດງຄວາມຂອບໃຈ, ຕີລາຄາສູງຕໍ່ການຮ່ວມ​ມື ແລະ ການຊ່ວຍເຫຼືອຂອງອົງການອຸຍແນັດສະໂກ ໃນໄລຍະຜ່ານມາ ເປັນຕົ້ນ​ໂຄງການນະໂຍບາຍຄູ ແລະ ການສ້າງມາດຕະຖານໄອຊີທີຂອງຄູ. ພ້ອມດຽວກັນນັ້ນ, ຍັງໄດ້ສະເໜີການຮ່ວມມືໃນຕໍ່ໜ້າ ໃນຂົງເຂດວິທະຍາສາດ, ໄອຊີທີ, ການສຶກສາຊັ້ນສູງ ແລະ ການຍົກສູງຄຸນນະພາບການສຶກສາ ລວມໄປເຖິງການສ້າງສັງຄົມແຫ່ງການຮຽນຮູ້ທີ່ສອດຄ່ອງກັບບູລິມະສິດຕ່າງໆຂອງວຽກງານພັດທະນາການສຶກສາ.

ຂະນະດຽວກັນ, ທ່ານ ນາງ ຊູຢູນ ຄິມ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມທັງໄດ້ສະແດງເຈດຈໍານົງໃນການສືບຕໍ່ເພີ່ມທະວີການຮ່ວມມືສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ໂດຍສະເພາະການມີສ່ວນຮ່ວມໃນການສ້າງແຜນຍຸດທະສາດແຫ່ງຊາດຂອງວຽກງານວິທະຍາສາດ, ການພັດທະນາວຽກງານການສຶກສາຊັ້ນສູງ, ວຽກງານການຫັນເປັນດິຈິຕ້ອນຂອງຂະແໜງການສຶກສາຂອງ ສປປ ລາວ ແລະ ວຽກງານອື່ນໆ ທີ່ຕິດພັນກັບການພັດທະນາການສຶກສາ.

ນອກຈາກນີ້, ພາກ​ສ່ວນທີ່ມີ​ການ​ຮ່ວມ​ມື​ກັບ​ອົງ​ການ​ອຸຍ​ແນັດ​ສະ​ໂກ ໄດ້ສະເໜີເນືື້ອໃນ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານທີ່ຮັບຜິດຊອບ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວ  ແລ​ະ ໄດ້ປຶກສາຫາລືການຮ່ວມມືກັບອົງການອຸຍແນັດສະໂກ​ໃນ​ຕໍ່​ໜ້າ.

ໂດຍ: ຫ້ອງການປະສານງານອຸຍແນັດສະໂກ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ