ບໍລິສັດ ພະນົມພອນ ຈົກທຶນເກືອບ 70 ຕື້ກີບ ສ້າງສູນລວມສິນຄ້າ ຊຸບເປີສະຕໍ ທີ່ທັນສະໄໝ ແລະ ໃຫຍ່ສຸດໃນລາວ ອໍານວຍຄວາມສະດວກໃຫ້ຜູ້ບໍລິໂພກ

ຖືເປັນຂ່າວດີ ສໍາລັບພໍ່ແມ່ພີ່ນ້ອງຊາວແຂວງຄໍາມ່ວນ ແລະ ປະຊົນລາວທົ່ວປະເທດ ທີ່ໄດ້ສໍາຜັດກັບ ສູນລວມສິນຄ້າຄົບວົງຈອນທີ່ມີຄຸນນະພາບມາດຖານສາກົນ ໂດຍ ບໍລິສັດ ພະນົມພອນ ກຣຸບ ການຄ້າ ຈຳກັດ ໄດ້ມີການປັບປຸງ ສ້າງຕະຫຼາດທີ່ທັນສະໄໝ ແລະ ນຳສິນຄ້າທີ່ມີຄຸນນະພາບເຂົ້າມາຈຳໜ່າຍ ແລະ ໄດ້ພັດທະນາໃຫ້ເປັນສູນລວມສິນຄ້າ ທີ່ໃຫຍ່ທີ່ສຸດຂອງລາວ ທີ່ສຳຄັນໄດ້ເປີດໂອກາດໃຫ້ແກ່ພໍ່ແມ່ປະຊົນຊາວຄ້າຂາຍທັງຫຼາຍ ໄດ້ມາຈັບຈອງຫ້ອງຂາຍເຄື່ອງຟຣີ ໃນໄລຍະເວລາ 1 ປີທໍາອິດ.
ທ່ານ ນາງ ພະນົມພອນ ຢ້ຽມພະບູ່ ປະທານບໍລິສັດ ພະນົມພອນ ກຣຸບ ການຄ້າ ຈໍາກັດ ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ຄຽງຄູ່ກັບການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ ຕະຫຼອດໄລຍະຜ່ານມາ ທາງບໍລິສັດ ມີຄວາມພະຍາຍາມເອົາໃຈໃສ່ໃນການກໍ່ສ້າງປັບປຸງ ແລະ ເປີດສະຖານທີ່ແຫ່ງນີ້ ເພື່ອເປັນບ່ອນບໍລິການໃຫ້ແກ່ພໍ່ແມ່ປະຊາຊົນຊາວແຂວງຄໍາມ່ວນ ກໍຄືບັນດານັກທ່ອງທ່ຽວ ທີ່ເຂົ້າມາທ່ຽວທ່ຽວຊົມແຂວງຄຳມ່ວນ ເນື່ອງຈາກຢູ່ໃນທ່າມກາງທີ່ແຂວງຄໍາມ່ວນ ກໍາລັງຫ້າງຫາກະກຽມເປີດປີທ່ອງທ່ຽວລາວ 2024 ຊຶ່ງນອກຈາກຈະເປັນສະຖານທີ່ເປີດຂາຍສິນຄ້າ ແລະ ເປັນບ່ອນນໍາເອົາສິນຄ້າຫຼາກຫຼາຍມາວາງຂາຍແລ້ວ ຍັງເປັນການປະກອບສ່ວນຊ່ວຍເຫຼືອທີ່ສໍາຄັນເຂົ້າໃນການສ້າງວຽກເຮັດງານທໍາແກ່ປະຊາຊົນ ແຂວງຄໍາມ່ວນໃນຫຼາຍຕໍາແໜ່ງງານ, ພ້ອມດຽວກັນນັ້ນຍັງເປັນການເປີດໂອກາດໃຫ້ພໍ່ແມ່ປະຊາຊົນຊາວຄ້າຂາຍ ເປັນສ່ວນໜຶ່ງໃນການຈໍາໜ່າຍ ແລະ ວາງຂາຍສິນຄ້າໃນຕະຫຼາດແຫ່ງນີ້ ໂດຍຈະປຶກສາຫາລືສົມທົບກັບຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນແຂວງ ກໍຄື ປະເທດເຮົາ ແລະ ຈະສືບຕໍ່ພັດທະນາ ເຮັດໃຫ້ກິດຈະການດັ່ງກ່າວມີຄວາມຍືນຍົງ ແລະ ໃຫ້ບໍລິການປະຊາຊົນຕະຫຼອດໄປ.
ບໍລິສັດ ພະນົມພອນ ຊຸບເປີສະຕໍ ຫຼື ຕະຫຼາດພະນົມພອນ ສະຕໍ ມີທີ່ຕັ້ງຢູ່ ທິດໃຕ້ຂອງເທດສະບານແຂວງ, ຂຶ້ນກັບບ້ານເລົ່າໂພຄໍາ ເມືອງທ່າແຂກ ແຂວງຄຳມ່ວນ. ເລີ່ມແຕ່ປີ 2014 ທີ່ບໍລິສັດໄດ້ສ້າງບົດວິພາກເສດຖະກິດ ແລະ ສະເໜີຂໍສໍາປະທານທີ່ດິນຂອງລັດ ເພື່ອລົງທຶນສ້າງຕະຫຼາດ ພາຍຫຼັງໄດ້ຮັບອະນຸມັດ ໃນປີ 2015-2017 ກໍໄດ້ດໍາເນີນການກໍ່ສ້າງຈົນສຳເລັດ ແລະ ໃນປີ 2018 ຈຶ່ງໄດ້ເປີດບໍລິການຕະຫຼາດຢ່າງເປັນທາງການ. ໃນຊ່ວງໄລຍະທ້າຍປີ 2020 ຫາ ປີ 2022 ໄດ້ມີການລະບາດຂອງເຊື້ອພະຍາດໂຄວິດ-19 ເຮັດໃຫ້ກິດຈະການໄດ້ຢຸດເຊົາຊົ່ວຄາວ ແລະ ໄດ້ປະກອບສ່ວນໃຫ້ແກ່ລັດຖະບານໃຊ້ເປັນສະຖານກັກກັນ ແລະ ປິ່ນປົວຜູ້ຕິດເຊື້ອໂຄວິດ-19, ຈາກນັ້ນ ໃນທ້າຍປີ 2022 ຈຶ່ງໄດ້ຂໍອະນຸຍາດລົງທຶນໃໝ່ ໂດຍປ່ຽນຈາກຕະຫຼາດທຳມະດາມາເປັນຮ້ານຊັບພະສິນຄ້າຂະໜາດໃຫຍ່ ຫຼື ຊຸບເປີສະຕໍ ດ້ວຍມູນຄ່າການລົງທຶນເບື້ອງຕົ້ນ 65 ຕື້ກວ່າກີບ.
ຮ້ານຊັບພະສິນຄ້າແຫ່ງນີ້ ນອກຈາກຈະເປັນສະຖານທີ່ເປີດຂາຍສິນຄ້າ ແລະ ນໍາເອົາສິນຄ້າຫຼາກຫຼາຍມາວາງຂາຍແລ້ວໃນອະນາຄົດອັນໃກ້ນີ້ກໍ ຈະເປີດບໍລິການຮ້ານກາເຟອິນທະນິນ, ຮ້ານອາຫານ ແລະ ໂຮງແຮມຕື່ມອີກ ຊຶ່ງເປັນການປະກອບສ່ວນສໍາຄັນໃນການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນຊຸມຊົນ ກໍຄືປະຊາຊົນພາຍໃນແຂວງຄໍາມ່ວນ ໄດ້ຫຼາຍຕໍາແໜ່ງງານ, ທັງເປັນການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພາຍໃນ ທີ່ເປັນຜະລິດຕະພັນຂອງລາວໃນຂອບເຂດທົ່ວປະເທດ ເຂົ້າມາວ່າງຂາຍໄດ້, ພ້ອມດຽວກັນນີ້ ຕະຫຼາດພະນົມພອນ ຍັງມີຫ້ອງຫວ່າງໃຫ້ເຊົ່າ ຈຳນວນ 30 ກວ່າຫ້ອງ ແຕ່ລະຫ້ອງຈະມີຫ້ອງນໍ້າໃນໂຕ, ໃນປີທຳອິດ ຈະມີນະໂຍບາຍໃຫ້ພໍ່ຄ້າແມ່ຄ້າສາມາດເຂົ້າມາຈັບຈອງ ແລະ ຂາຍສິນຄ້າ ໂດຍບໍ່ເສຍຄ່າເຊົ່າ, ພຽງແຕ່ເກັບຄ່ານໍ້າ ແລະ ຄ່າໄຟຟ້າເທົ່ານັ້ນ.
ໃຜທີ່ມີຄວາມສົນໃຈ ສາມາດຕິດຕໍ່ ພະນົມພອນ ຊຸບເປີສະຕໍ ໄດ້ທີ່ເບີ: 020 78969423
ອີເມວ: phanomphonesuperstore@gmail.com.