Skip to main content

ດີວີວີ ມອບສື່ສິ່ງພິມໃຫ້ ສສກ ສົ່ງເສີມການສຶກສາຜູ້ໃຫຍ່

25/02/2024

ຫ້ອງການ ດີວີວີ ອິນເຕີເນເຊິນແນວ ແລະ ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ສະເຫຼີມສະຫຼອງການຮ່ວມມືທີ່ມີມາແຕ່ດົນນານໂດຍການມອບສຶ່ສິ່ງພິມ ສົ່ງເສີມການສຶກສາໃນ ສປປ ລາວ ໃນວັນທີ 20 ກຸມພາ 2024 ທີ່ຫ້ອງການ ດີວີວີ ອິນເຕີເນເຊິນແນວ ປະຈຳພາກພື້ນ ທີ່ນະຄອນຫຼວງວຽງຈັນໂດຍຕາງໜ້າລົງນາມມອບຂອງທ່ານ Christoph Jost ຜູ້ອຳນວຍການປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງຫ້ອງການ ດີວີວີ ອິນເຕີເນເຊິນແນວ ແລະ ຕາງໜ້າຮັບຂອງທ່ານ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ Annette Knobloch ເອກອັກຄະລັດຖະທູດແຫ່ງປະເທດເຢຍລະມັນ ປະຈໍາ ສປປ ລາວ ພ້ອມດ້ວຍອະດີດຮອງລັດຖະມົນຕີ ສສກ, ບັນດາຫົວໜ້າກົມ ແລະ ພາກສ່ຽວທີ່ກ່ຽວຂ້ອງກວ່າ 60 ທ່ານ.

ດີວີວີ ອິນເຕີເນເຊິນແນວ, ສະມາຄົມເພື່ອການສຶກສາສຳລັບຜູ້ໃຫຍ່ເຢຍລະມັນ ໄດ້ສະໜັບສະໜູນການສ້າງຕັ້ງໂຄງສ້າງແບບຍືນຍົງຂອງວຽກງານການສຶກສາຜູ້ໃຫຍ່ ແລະ ການຮຽນຮູ້ຕະຫຼອດຊີວິດ ແລະ ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ ແມ່ນຄູ່ຮ່ວມງານຫຼັກຂອງດີວີວີ ອິນເຕີເນເຊິນແນວ ມາເປັນເວລາຫຼາຍປີ.

ສະເພາະສື່ສິ່ງພິມທີ່ໄດ້ມອບ-ຮັບໃນຄັ້ງນີ້, ປະກອບມີ ປຶ້ມບັນທຶກຈໍານວນ 1.500 ເຫຼັ້ມ, ປະຕິທິນຈໍານວນ 750 ຊຸດ ແລະ ຈົດໝາຍຂ່າວການຮຽນຮູ້ຕະຫຼອດຊີວິດ ຈຳນວນ  300 ສະບັບ ໄດ້ຖືກມອບໃຫ້ແກ່ກົມການສຶກສານອກໂຮງຮຽນ

ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືກ່ຽວກັບບັນດາກິດຈະກໍາທີ່ຈະດໍາເນີນ ໂດຍການສະໜັບສະໜູນງົບປະມານຈາກກະຊວງການຮ່ວມມືເສດຖະກິດ ແລະ ການພັດທະນາ (BMZ) ປະເທດເຢຍລະມັນ ສໍາລັບປີ 2024 ຊຶ່ງບັນດາກິດຈະກຳເຫຼົ່ານີ້ ຈະເນັ້ນໃສ່ການຈັດຕັ້ງປະຕິບັດດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ ໂດຍຜ່ານການສົນທະນາກ່ຽວກັບນະໂຍບາຍລະຫວ່າງຂະແໜງການ, ການຜັນຂະຫຍາຍແນວຄວາມຄິດການຮຽນຮູ້ຕະຫຼອດຊີວິດໃນສະຖາບັນສ້າງຄູ, ການນຳໃຊ້ເຄື່ອງມືດິຈິຕ້ອນໃນໂຄງການສຶກສາທຽບເທົ່າ ແລະ ແຜນງານຝຶກອົບຮົມວິຊາຊີບເຄື່ອນທີ່ ແລະ ການສ້າງຕັ້ງສູນການຮຽນຮູ້ຊຸມຊົນຕົວແບບຈຳນວນ 4 ແຫ່ງ ຊຶ່ງແມ່ນຈະມີການທົດສອບ ແລະ ດໍາເນີນແນວທາງການສຶກສາຜູ້ໃຫຍ່ຮູບແບບໃໝ່ທີ່ໄດ້ຮັບການພິສູດແລ້ວໃນລະດັບທ້ອງຖິ່ນ.

ໃນໂອກາດດັ່ງກ່າວ, ທ່ານ ປອ ພຸດ ສິມມາລາວົງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຄູ່ຮ່ວມພັດທະນາທີ່ໄດ້ຮ່ວມມືກັນມາຍາວນານ ແລະ ໄດ້ເນັ້ນຢໍ້າເຖິງໝາກຜົນຂອງການຮ່ວມມືທີ່ມີຄຸນຄ່າ ແລະ ຜົນກະທົບໃນທາງບວກໃນການເຂົ້າເຖິງການສຶກສາທີ່ມີຄຸນນະພາບສຳລັບຊາວໜຸ່ມ ແລະ ຜູ້ໃຫຍ່.

ຂະນະທີ່ ທ່ານ ນາງ Annette Knobloch ໄດ້ເນັ້ນໜັກວ່າ: ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ມີບົດບາດສຳຄັນໃນການພັດທະນາຂອງ ສປປ ລາວ. ພ້ອມກັນນີ້, ທ່ານໄດ້ຊຸກຍູ້ໃຫ້ກົມການສຶກສານອກໂຮງຮຽນ ແລະ ຄູ່ຮ່ວມພັດທະນາອື່ນໆ ສືບຕໍ່ເດີນທາງຮ່ວມກັນບົນເສັ້ນທາງເພື່ອເຮັດໃຫ້ການຮຽນຮູ້ຕະຫຼອດຊີວິດໃນປະເທດກາຍເປັນຈິງ.

ທ່ານ Christoph Jost ໄດ້ແບ່ງປັນປະສົບການ ແລະ ຜົນໄດ້ຮັບຈາກການຮ່ວມມືທີ່ສະສົມຜົນສໍາເລັດ ແລະ ປະກາດວ່າ ຫ້ອງການປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງດີວີວີ ອິນເຕີເນເຊິນແນວ ຈະສະຫຼອງຄົບຮອບ 15 ປີຂອງການດຳເນີນກິດຈະກຳໃນ ສປປ ລາວ ໃນທ້າຍປີນີ້.

ສໍາລັບ ດີວີວີ ອິນເຕີເນເຊິນແນວ ແມ່ນສະຖາບັນສາກົນຂອງສະມາຄົມການສຶກສາຜູ້ໃຫຍ່ຂອງເຢຍລະມັນ ຊຶ່ງໃນຖານະເປັນອົງການຈັດຕັ້ງທີ່ເປັນມືອາຊີບໃນຂົງເຂດການສຶກສາຜູ້ໃຫຍ່ ແລະ ການພັດທະນາ, ດີວີວີ ອິນເຕີເນເຊີນແນວ ມຸ່ງມາດປາຖະໜາໃນການສະໜັບສະໜູນການຮຽນຮູ້ຕະຫຼອດຊີວິດມາກວ່າ 50 ປີ. ໃນ ສປປ ລາວ, ດີວີວີ ອິນເຕີເນເຊິນແນວ ຮ່ວມມືກັບກົມການສຶກສານອກໂຮງຮຽນ ເລີ່ມແຕ່ປີ 2009 ເປັນຕົ້ນມາ.

ໂດຍ ດີວີວີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ