Skip to main content

ລັດຖະມົນຕີ ສສກ ເນັ້ນຜູ້ບໍລິຫານການສຶກສາ ແຂວງສາລະວັນ ສືບຕໍ່ໂຄງການນຳນ້ອງຄືນສູ່ໂຮງຮຽນ ສ້າງກຳລັງແຮງໃຫ້ຊາດ

16/02/2024

ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາ ແລະ ກິລາ (ສສກ) ເນັ້ນໜັກໃຫ້ຜູ້ບໍລິຫານການສຶກສາທິການ ແລະ ກິລາ ແຂວງສາລະວັນ ສືບຕໍ່ຈັດຕັ້ງປະຕິບັດໂຄງການນຳນ້ອງນັກຮຽນທົ່ວແຂວງສາລະວັນ ກັບຄືນມາໂຮງຮຽນ ເພື່ອສ້າງອະນາຄົດລູກຫຼານລາວ ກໍຄື ແຂວງໄດ້ຮຽນຮູ້ໜັງສື ເພື່ອໃຫ້ມີອະນາຄົດທີ່ດີໃນຕໍ່ໜ້າ ຊຶ່ງຈະກາຍເປັນໜໍ່ແໜງກຳລັງສຳຄັນໃຫ້ຊາດ ໃນການສ້າງສາພັດທະນາປະເທດຊາດຢ່າງຍືນຍົງຕະຫຼອດໄປ.

ພິທີເຕົ້າໂຮມຄະນະນຳ, ພະນັກງານ ແລະ ຄູອາຈານ ໃນຂະແໜງການສຶືກສາ ແລະ ກິລາ ພາຍໃນແຂວງສາລະວັນ ໄດ້ຈັດຂຶ້ນ ເມື່ອວັນທີ 14 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມຂອງວິທະຍາໄລຄູ ສາລະວັນ ແຂວງສາລະວັນ ໂດຍໃຫ້ກຽດເຂົ້າຮ່ວມໂອ້ລົມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາ ແລະ ກິລາ, ມີທ່ານ ສີລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໂອກາດນີ້, ທ່ານ ສີລິສັກ ຖະໜອມຮັກ ລາຍງານສະພາບລວມໂດຍສັງເຂບໃຫ້ຮູ້ວ່າ: ແຂວງສາລະວັນ ເປັນແຂວງທີ່ຕັ້ງຢູ່ພາກໃຕ້ຂອງປະເທດ ມີເນື້ອທີ່ທັງໝົດ 10.961 ຕາລາງກິໂລແມັດ, ປະກອບມີ 8 ຕົວເມືອງ, ມີ 528 ບ້ານ, ມີ 55 ກຸ່ມບ້ານ,  ມີ 10 ຊົນເຜົ່າ, ມີປະຊາກອນທັງໝົດ 397.000 ກວ່າຄົນ ຊຶ່ງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນໄລຍະ 1 ປີຜ່ານມາ ສາມາດເກັບລາຍຮັບເຂົົ້າງົບປະມານ 235,5 ຕື້ກີບ, ເທົ່າກັບ 34,04% ຂອງແຜນປີ (ແຜນ 175,69 ຕື້ກີບ) ໃນນັ້ນ ພູດສູນກາງປະຕິບັດໄດ້ 72,81 ຕື້ກີບ, ລື່ນແຜນ 21,35% ທຽບໃສ່ແຜນການປີ ເພີ່ມຂຶ້ນ 43,81% ສ່ວນພູດຂອງແຂວງ 162,69 ຕື້ກີບ ລື່ນແຜນ 34,39%.

ພາຍໃນແຂວງມີໂຮງຮຽນອະນຸບານ 94 ແຫ່ງ (ເອກະຊົນ 3 ແຫ່ງ), ເພີ່ມຈາກສົກຮຽນຜ່ານມາ 1 ແຫ່ງ, ມີຫ້ອງຮຽນທັງໝົດ 472 ຫ້ອງ, ຫ້ອງຮຽນເພີ່ມຂຶ້ນ 1 ຫ້ອງ, ຫ້ອງກຽມປະຖົມ 233 ຫ້ອງ, ຫ້ອງອະນຸບານ 213 ຫ້ອງ, ຫ້ອງລ້ຽງເດັກ 26 ຫ້ອງ, ນັກຮຽນລ້ຽງເດັກ 344 ຄົນ, ຍິງ 187 ຄົນ, ນັກຮຽນອະນຸບານ 5.168 ຄົນ, ຍິງ 2.662 ຄົນ, ນັກຮຽນຫ້ອງກຽມປະຖົມ ແລະ ນັກຮຽນກຸ່ມຮຽນຜ່ານການຫຼິ້ນ 5.262 ຄົນ, ຍິງ 2.701 ຄົນ, ໂຮງຮຽນປະຖົມທັງໝົດ 588 ແຫ່ງ, ລຸດລົງຈາກສົກຮຽນກ່ອນ 10 ແຫ່ງ ໃນນັ້ນ ປະຖົມສົມບູນ 465 ແຫ່ງ, ມີຫ້ອງຮຽນທັງໝົດ 1.731 ຫ້ອງ, ຫ້ອງຮຽນລຸດລົງ 28 ຫ້ອງ, ຫ້ອງຄວບ 846 ຫ້ອງ, ເພີ່ມຂຶ້ນ 7 ຫ້ອງ, ນັກຮຽນທັງໝົດ 45.631 ຄົນ, ຍິງ 22.489 ຄົນ, ນັກຮຽນລຸດລົງຈາກສົກຮຽນກ່ອນ 1.022 ຄົນ, ໂຮງຮຽນມັດທະຍົມຕົ້ນທັງໝົດ 60 ແຫ່ງ, ມີຫ້ອງຮຽນ 552 ຫ້ອງ, ລຸດລົງ 8 ຫ້ອງ, ນັກຮຽນທັງໝົດ 15.076 ຄົນ, ຍິງ 7.523 ຄົນ, ນັກຮຽນລຸດລົງຈາກສົກຮຽນກ່ອນ 1.392 ຄົນ, ໂຮງຮຽນມັດທະຍົມສົມບູນທົ່ວແຂວງມີ 43 ແຫ່ງ, ມີຫ້ອງຮຽນທັງໝົດ 182 ຫ້ອງ, ລຸດລົງ 19 ຫ້ອງ, ມີນັກຮຽນທັງໝົດ 4.590 ຄົນ, ຍິງ 2.149 ຄົນ, ນັກຮຽນລຸດລົງຈາກສົກຮຽນກ່ອນ 1.190 ຄົນ, ວິທະຍາໄລຄູ 1 ແຫ່ງ, ສູນການສຶກສາ 1 ແຫ່ງ, ໂຮງຮຽນວິຊາຊີບແບບປະສົມ 1 ແຫ່ງ, ວິທະຍາໄລໄຊຈຳປາ (ເອກະຊົນ) 1 ແຫ່ງ, ມີບຸກຄະລະກອນສຶກສາທົ່ວແຂວງ 3.338 ຄົນ, ຍິງ  1.994  ຄົນ ໃນນັ້ນ ຄູອະນຸບານ 397 ຄົນ, ຄູປະຖົມ 1.659 ຄົນ, ຄູມັດທະຍົມ 1.282 ຄົນ, ຄູອາສາສະໜັກ 118 ຄົນ, ຄູໂຄງການ 27 ຄົນ ແລະ ຄູສັນຍາຈ້າງ 80 ຄົນ. ບັນດາທ່າແຮງດັ່ງກ່າວນີ້ ໄດ້ຊ່ວຍພັດທະນາການສຶກສາ ແລະ ກໍ່ສ້າງບຸກຄະລາກອນຂອງແຂວງໃຫ້ເຕີບໃຫ່ຍຂະຫຍາຍຕົວ. ເຖິງຢ່າງໃດກໍດີ, ແຕ່ປີ 2019 ຊຶ່ງຖືກໄລຍະເກີດໄພພິບັດທຳມະຊາດ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຈຶ່ງເກີດໃຫ້ມີບັນຫາຄູສອນຂາດແຄນ ປະມານ 400 ກວ່າຄົນ ມີຄູອາສາສະໝັກສອນຊ່ວຍ 400 ກວ່າຄົນ. ສໍາລັບການເຂົ້າເຖິງການສຶກສາໃນໄລຍະ 2022-2023 ແລະ 2023-2024 ເກີດກະແສນັກຮຽນຫຼຸດລົງ ຊຶ່ງມີການປະລະການຮຽນລວມໄປເຖິງສາຍອາຊີວະສຶກສາ, ອັດຕາການປະລະການຮຽນ ພາຍຫຼັງໂຄວິດ-19 ໃນລະດັບຊັ້ນ ມ.ຕົ້ນ ສູງເຖິງ 23% ແລະ ມ.ປາຍ 22% ໃນນັ້ນ ໄດ້ເປີດໂຄງການນຳນ້ອງກັບຄືນໂຮງຮຽນ ປີ 2022-2023 ສາມາດນຳມາໄດ້ 303 ຄົນ.​

ໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ສສກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພະແນກ ສກຂ ສາລະວັນ ທີ່ພ້ອມກັນຈັດຕັ້ງປະຕິບັດການຮຽນການສອນໃນໄລຍະຜ່ານມາໄດ້ດີພໍສົມຄວນ ພ້ອມທັງຮຽກຮ້ອງໃຫ້ທຸກຄົນຈົ່ງຕັ້ງໃຈສືບຕໍ່ອົດທົນຜ່ານຜ່າຄວາມຫຍຸ້ງຍາກນຳກັນ ຄິດເຫັນລູກຫຼານຂອງຕົນເອງໃນອະນາຄົດ ກໍຄື ທັກສະໃນການເອົາຕົວລອດຂອງລູກຫຼານ. ເຖິງຢ່າງໃດກໍດີ, ຂໍຊົມເຊີຍຢ່າງສຸດໃຈກັບໂຄງການນຳນ້ອງຄືນສູ່ໂຮງຮຽນເປັນໂຄງການທີ່ດີຫຼາຍ ສະນັ້ນ ຂໍໃຫ້ສືບຕໍ່ປະຕິບັດໂຄງການນີ້ ເພື່ອນຳເອົານ້ອງມາໂຮງຮຽນ ເຮັດໃຫ້ເຂົາເຈົ້າໄດ້ຮຽນຮູ້ໜັງສື ໂດຍການປະສານງານກັບສະຖານການສຶກສາ, ບ້ານ, ການແນະແນວໃຫ້ເຮັດວຽກກັບພໍ່ແມ່ຜູ້ປົກຄອງນັກຮຽນ ແລະ ອົງການປົກຄອງທ້ອງຖິ່ນ ແລະ ເຊື່ອວ່າ ໃນອີກ 5 ປີຕໍ່ໜ້າ ຂະແໜງການສຶກສາໃນຂອບເຂດທົ່ວປະເທດ ຈະດີຂຶ້ນ ໂດຍສະເພາະໃນການຈ້າງງານອາຊີບຄູ ແມ່ນຈະເພີ່ມຂຶ້ນກວ່າເກົ່າຢ່າງແນ່ນອນ.

ນອກຈາກນັ້ນ, ແມ່ນໃຫ້ພ້ອມກັນສ້າງເງື່ອນໄຂສຸມໃສ່ຄຸນນະພາບສຳລັບໂຮງຮຽນສາທິດຢູ່ວິທະຍາໄລຄູໃຫ້ເຮັດເປັນໂຮງຮຽນຕົວແບບ ເຮັດໃຫ້ດີທີ່ສຸດ. ສ່ວນຄູອາຈານ ກໍສຸມໃສ່ເຮັດໃຫ້ເປັນບ່ອນດຶງດູດຄົນເກັ່ງມາຮຽນ ເພື່ອສ້າງເປັນນັກຮຽນພອນສະຫວັນ ແຕ່ລະໂຮງຮຽນສາທິດໃຫ້ນ້ອງພອນສະຫວັນມີເບ້ຍລ້ຽງ, ນ້ອງພອນສະຫວັນແຕ່ລະປີໃຫ້ເສັງເອົານັກຮຽນເກັ່ງ ເພື່ອໃຫ້ມີໜໍ່ແໜງນັກວິທະຍາສາດໜຸ່ມນ້ອຍ ສ່ວນໂຮງຮຽນເຕັກນິກ ແມ່ນກໍ່ສ້າງບຸກຄະລາກອນເປັນຊ່ຽວຊານ ແລະ ເປັນນະວັດຕະກຳທີ່ມີຄຸນນະພາບ ໂດຍການຂຽນຄຳອະທິບາຍທີ່ຈະນຳໃຊ້ລົດເມສີຂຽວສອນເຄື່ອນທີ່. ພ້ອມກັນນັ້ນ, ບັນດາຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາ (ມສ) ແລະ ຕອນຕົ້ນ ໃຫ້ເອົາໃຈໃສ່ແທ້ໆ ກ່ຽວກັບຜູ້ສອນໃຫ້ສອນໝົດຈິດໝົດໃຈ, ການປະເມີນໃຫ້ເນັ້ນຜູ້ຮຽນ ສ່ວນການສຶກສານອກໂຮງຮຽນໃຫ້ເບິ່ງຕົວເລກຕື່ມ ໂດຍເອົານັກຮຽນຝຶກງານໄປຝຶກເຮັດ ໂດຍສະເພາະຈັດວິທະຍາໄລຄູລົງໄປຊ່ວຍສອນຕື່ມໃນເຂດທ້ອງຖິ່ນ ເປັນຕົ້ນເມືອງລະຄອນເພັງ ຢ່າງໜ້ອຍໃຫ້ໄດ້ 100 ຄົນ.​

ສ່ວນວຽກງານກິລາ ກໍໃຫ້ມີການປຸກລະດົມຂົນຂວາຍໃຫ້ມວນຊົນຊາວແຂວງຫຼິ້ນກິລາຢ່າງເປັນຂະບວນການຟົດຟື້ນ ທຸກບ່ອນທຸກຊຸມຊົນໃຫ້ມີບອ່ນຫຼິ້ນກິລາ ຫຼື ມີສວນສາທາລະນະ ສິ່ງສຳຄັນຕ້ອງມີການຈັດການແຂ່ງຂັນທີ່ບໍ່ສິ້ນເປືອງ ງົບປະມານຂອງລວມ ພ້ອມກັນຟື້ນຟູກິລາໃນສຳນັກງານ ແລະ ອົງການຂອງຕົນ.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ