Skip to main content

ທ່ານ ນາງ ໄໝພອນ ສີພູທອນ ຍຶດໝັ້ນ ຮຽນຮູ້ພັດທະນາ ນຳພາທຸລະກິດເຕີບໃຫຍ່

ທ່ານ ນາງ ໄໝພອນ ສີພູທອນ ເຈົ້າຂອງແບຣນ M9 ແລະ ຮ້ານ M9 Auto ຂາຍລົດໄຟຟ້າ ເປັນບຸກຄົນໜຶ່ງທີ່ມີຄວາມສູ້ຊົນອົດທົນ ໂດຍເລີ່ມຈາກສູນໃນການຂາຍເຄຶ່ອງອອນລາຍ ທີ່ຫຼາຍຄົນອາດຮູ້ຈັກ ເພິ່ນມີວິໄສທັດ ໃນການບລິຫານທຸລະກິດຄືຄວາມຈິງໃຈຕໍ່ລູກຄ້າ ແລະ ຄູ່ຮ່ວມທຸລະກິດ ຄືສິ່ງສໍາຄັນ ທຸກຄົນໃນອົງກອນຕ້ອງໄດ້ຜົນປະໂຫຍດ ລູກຄ້າຕ້ອງໄດ້ສິ່ງທີ່ດີທີ່ສຸດ ພ້ອມການບໍລິການຫຼັງການຂາຍຄືສິ່ງສໍາຄັນ. ມາຮອດປັດຈຸບັນ ແບຣນ M9 ແລະ ຮ້ານ M9Auto ຂາຍລົດໄຟຟ້າ ກາຍເປັນທີ່ຮູ້ຈັກ ແລະ ຢູ່ໃນລະດັບແຖວໜ້າຂອງລາວ.
ທ່ານ ນາງ ໄໝພອນ ສີພູທອນ ໃຫ້ສຳພາດໃຫ້ຮູ້ວ່າ: ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ຢາກໃຫ້ທຸກຄົນມີຈຸດຢືນຂອງຕົວເອງຕັ້ງເປົ້າໝາຍໃນຊີວິດໄວ້ຊັດເຈນ ເຊັ່ນ ຕ້ອງມີຄວາມກ້າຄິດແລ້ວລົງມືທຳເທົ່ານັ້ນທີ່ຈຶ່ງສຳເລັດ ປະສົບການສອນໃຜບໍ່ໄດ້ແຕ່ສາມາດຮຽນຮູ້ໃຫ້ມີປະສົບການໄດ້ “ທຸກຄົນສາມາດເປັນອັດສະລິຍະໄດ້ດ້ວຍພະລັງບວກໃນຕົວຂອງເຮົາເອງ” ຢາກສຳເລັດຕ້ອງເບິ່ງແບບຢ່າງດ້ານດີ ຂອງຄົນທີ່ສຳເລັດຢາກໃຫ້ທຸກທ່ານເບິ່ງໂລກໃນແງ່ບວກ, ຄິດບວກ, ພະລັງບວກຈະພາໃຫ້ເຮົາສຳເລັດໄວຂຶ້ນ ແລະ ເຄົາລົບນັບຖືຜູ້ມີພະຄຸນສະເໝີເປັນຕົ້ນແມ່ນຜູ້ໃຫ້ກຳເນີດ ພໍ່-ແມ່ສຸດທ້າຍນີ້ຂໍອວຍພອນໄຊໃຫ້ທຸກທ່ານຈົ່ງມີແຕ່ຄວາມປະສົບຜົນສຳເລັດດ້ວຍດີໃນນ້າວຽກຂອງທ່ານ.


ສໍາລັບຂໍ້ໄດ້ປຽບຂ້າພະເຈົ້າຄິດວ່າແມ່ຍິງອີໂກນ້ອຍກວ່າຜູ້ຊາຍ ແມ່ຍິງຍຸກໃໝ່ກ້າລອງຜິດລອງຖືກ, ບໍ່ອາຍ,ບໍ່ຢ້ານເພາະເຂົາເສບຄົນສໍາເລັດໃນທຸລະກິດອອນລາຍຫຼາຍເຂົາມີໄອດໍ ມີແຜນງານ ແລະ ເປົ້າໝາຍຊັດເຈນ ແລະ ຄວາມໂຟກັດວຽກງານເປົ້າໝາຍຈະສູງ ໂດຍສະເພາະທຸລະກິດອອນລາຍປັດຈຸບັນຖືວ່າແມ່ຍິງປະສົບຜົນສໍາເລັດແຕ່ອາຍຸຍັງນ້ອຍຫຼາຍຄົນໃນປັດຈຸບັນ.
ສໍາລັບຄວາມທ້າທາຍ ກໍຄືຕ້ອງໄດ້ຝຶກຝົນພັດທະນາຕົວເອງຢູ່ຕະຫຼອດ ນໍາເທນການຕະຫຼາດໃຫ້ທັນໃນທຸກປີ ພັດທະນາຄຸນນະພາບສິນຄ້າໃຫ້ມີຄຸນນະພາບດີຂຶ້ນທຸກປີ ການເປັນນັກທຸລະກິດ ຢຸດນິ້ງບໍ່ໄດ້ ຢຸດພັດທະນາ ເທົ່າກັບ ຢ່າງຖອຍຫຼັງເລີຍ ນັກທຸລະກິດອອນລາຍ ນອກຈາກສິນຄ້າຕ້ອງດີແລ້ວ ການຕະຫຼາດຕ້ອງດີ ແລະ ການສ້າງຈຸດສົນໃຈໃຫ້ໜ້າດຶງດູດລູກຄ້າຕະຫຼອດເວລາ ນີ້ຄືສິ່ງທ້າທາຍທີ່ສຸດ.
ບໍລິສັດ M9 ສ້າງຂື້ນມາໄດ້ 4 ປີ ແລ້ວ ບໍລິສັດເຮົາຈັດຈໍາໜ່າຍ ຜະລິດຕະພັນເຄື່ອງສໍາອາງ ອາຫານເສີມ ມີການຈັດຈໍາໜ່າຍຕາມຕົວແທນ ອອນລາຍ ແລະ ຮ້ານຄ້າອັອບລາຍຕ່າງໆ ສໍາລັບປະສົບການໃນການເຮັດທຸລະກິດອອນລາຍແມ່ນ 6 ປີ ເປັນຕົວແທນຈໍາໜ່າຍ 2 ປີ ເພື່ອເກັບກ່ຽວປະສົບການ ໃນການຂາຍ, ການບໍລິຫານອົງກອນ ແລະ ກໍເພື່ອເກັບທຶນຮອນ ມາກໍ່ຕັ້ງບໍລິສັດ M9 ແລະ ປັດຈຸບັນ ບໍລິສັດ M9 ຍັງມີຮ້ານຂາຍລົດໄຟຟ້າ ຮ້ານ M9 Auto ມາເປັນທຸລະກິດ ໂດຍມີສູນບໍລິການຫຼັງການຂາຍດ້ວຍຊ່າງມືອາຊີບທີ່ມີປະສົບການຫຼາຍປີ. ຊຶ່ງໄລຍະຜ່ານມາທາງເຮົາກໍໄດ້ປະກອນສ່ວນຊ່ວຍເຫຼືອສັງຄົມຫຼາຍຢ່າງ ເຊັ່ນ: ໂຮງໝໍປົວຕາທົ່ງປົ່ງ ຊ່ວຍເຫຼືອຄອບຄົວຜູ້ທຸກຍາກຕາມ ບ້ານເຮືອນ ຫ້ອງແຖວ ຊ່ວຍເຫຼືອ ໜ່ວຍງານພັກລັດ ກໍຄື ມອບຄົວໃຫ້ສູນການແດງ ບໍລິຄໍາໄຊ, ອຸປະຖໍາຊຸດກິລາໃຫ້ກົມກອງຕໍາຫຼອດ ແລະ ອື່ນໆ.

ໃນໂອກາດວັນແມ່ຍິງສາກົນທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນປີນີ້ ຢາກຝາກຄຳອວຍພອນ ແລະ ໃຫ້ກຳລັງໃຈແມ່ຍິງທົ່ວປະເທດຂໍໃຫ້ແມ່ຍິງທຸກຄົນ ຮັກຕ້ອງເອງ ແລ້ວຊີວິດຈະດີຂຶ້ນຈະປະສົບຜົນສໍາເລັດຢາກບອກແມ່ຍິງເຮົາວ່າ 3 ການລົງທຶນທີ່ບໍ່ມີວັນຂາດທຶນຄື “ການລົງທຶ້ນໃສ່ຕົວເອງ, ລົງທຶນໃສ່ສຸຂະພາບ ແລະ ລົງທຶນໃສ່ຄວາມງາມ” ເພາະບຸກຄະລິກຄືສິ່ງສໍາຄັນທີ່ເຮັດໃຫ້ແມ່ຍິງມີຄວາມໝັ້ນໃຈໃນຕົວເອງ, ລົງທຶນໃສ່ການພັດທະນາຕົວເອງ ໃຫ້ມີຄວາມຮູ້ຄວາມສາມາດ ຈຶ່ງຈະສ້າງມູນຄ່າລາຍໄດ້ໃຫ້ຕົວເອງໄດ້ ສຸດທ້າຍຂໍໃຫ້ແມ່ຍິງທຸກຄົນ ຈົ່ງມີສຸຂະພາບແຂງແຮງມີຄວາມສຸກຄວາມຈະເລີນ ແລະ ເຮັງໆລວຍໆ.