Skip to main content

ສສກ ທົບທວນຄືນການປະຕິບັດສັນຍາຮ່ວມມືກັບຕ່າງປະເທດ ອົງການຈັດຕັັ້ງສາກົນ ສະມາຄົມ ແລະ ມູນນິທິ ປີ 2023 ພ້ອມວາງແຜນຕໍ່ໜ້າ

06/03/2024

ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມທົບທວນກ່ຽວກັບການຈັດຕັັ້ງປະຕິບັດສັນຍາຮ່ວມມືກັບຕ່າງປະເທດ ແລະ ວຽກງານຮ່ວມມືກັບອົງການຈັດຕັັ້ງສາກົນທີ່ບໍ່ສັງກັດລັດຖະບານ (ອສບລ), ສະມາຄົມ ແລະ ມູນນິທິ ທີ່ໃຫ້ການຊ່ວຍເຫຼືອຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາປີ 2023 ແລະ ແຜນການໃນປີ 2024  ໃນວັນທີ 5 ມີນາ 2024 ທີ່ພັດຕະຄານ ແລະ ສວນອາຫານຊົມວິວ ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ສີວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າການປົກຄອງ ແຂວງວຽງຈັນ, ທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄໍາ ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ພ້ອມດ້ວຍບັນດາຮອງອະທິການບໍດີຂອງ 4 ມະຫາວິທະຍາໄລທີ່ຂຶ້ນກັບກະຊວງ ສສກ, ບັນດາຫົວໜ້າ/ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຈາກ 17 ແຂວງ ແລະ 1 ນະຄອນຫຼວງ, ຫົວໜ້າ/ຮອງຫົວໜ້າກົມ, ຮອງຫົວໜ້າສະຖາບັນ ແລະ ສູນ ອ້ອມຂ້າງກະຊວງ ສສກ ແລະ ຈາກກະຊວງປ້ອງກັນຄວາມສະຫງົບ, ຜູ້ຕາງໜ້າຈາກກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ກະຊວງພາຍໃນ, ຜູ້ອໍານວຍການ/ຮອງອໍານວຍການວິທະຍາໄລຄູ 8 ແຫ່ງໃນທົ່ວປະເທດ, ຫົວໜ້າອົງການ, ສະມາຄົມ, ມູນນິທິ ຕ່າງປະເທດປະຈໍາ ສປປ ລາວ ຕະຫຼອດຮອດບັນດາຫົວໜ້າ/ຮອງຫົວໜ້າພະແນກ, ພະນັກງານ ກົມຮ່ວມມືກັບຕ່າງປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄໍາ ໄດ້ລາຍງານສະພາບການຈັດຕັັ້ງປະຕິບັດສັນຍາຮ່ວມມືກັບຕ່າງປະເທດ ແລະ ວຽກງານຮ່ວມມືກັບອົງການຈັດຕັັ້ງສາກົນທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິ ທີ່ໃຫ້ການຊ່ວຍເຫຼືອຂະແໜງການສຶກສາ, ວິທະຍາສາດ ແລະ ກິລາໃນໜຶ່ງປີຜ່ານມາ ແລະ ທິດ​ທາງແຜນການ​ໃນ​ປີຕໍ່​ໜ້າ ໂດຍກະຊວງສຶກສາທິການ ແລະ ກິລາ ​ໃຫ້​ຄວາມ​ສໍ​າ​ຄັນ ແລະ ເອົາໃຈໃສ່ຊຸກຍູ້ສົ່ງເສີມການຮ່ວມມືກັບຕ່າງ​ປະ​ເທດ ກໍ​ຄ​ື​ການ​ຮ່ວມ​ມື​ກັບອົງການຈັດຕັ້ງສາກົນທີ່ບໍ່​ສັງ​ກັດ​ລັດ​ຖະ​ບານ, ສະມາຄົມ ແລະ ມູນນິທິຂອງບັນດາປະເທດໃນພາກພື້ນ ແລະ ສາກົນ ເພື່ອພັດທະນາວຽກ​ງານສຶກສາ, ວິທະຍາສາດ ແລະ ກິລາ; ໃນຊຸມ​​ປີຜ່ານ​ມາ, ເຖິງວ່າສະ​ພາບການ​ຟື້ນ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ຫຼາຍໆ​ປະ​ເທດຈາກ​ການ​ແຜ​່ລະ​ບ​າດ​ຂອງ​ພະ​ຍາດ​ໂຄວິດ-19 ​ແມ່ນ​ດີ​ຂຶ້ນ ແຕ່ໃນ​ຂະ​ນະ​ດຽວ​ກັນ ສະ​ພາບ​ການ​​ດ້ານ​ການ​ເມືອງຂອງ​ໂລກຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ; ໃນ​ປີ 2023 ກະຊວງ ສສກ ໄດ້ສືບ​ຕໍ່​ຮ່ວມ​ມື​ກັບບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິ ເປັນ​ປົກ​ກະ​ຕິ ບົນ​ພື້ນ​ຖານ​ຂອງແນວ​ທາງ​ນະ​ໂຍ​ບາຍ​ ແລະ ​ລະ​ບຽບຫຼັກ​ການ​ຂອງ​ລັດ​ຖະ​ບານ ສ​ປ​ປ ລາວ ຊຶ່ງຜົນສໍາເລັດ​ຂອງການ​ຈັດ​ຕັ້ງ​ແຜນ​ການ​ຮ່ວມມື​ກັບ ອ​ສບ​ລ, ສະ​ມາ​ຄົມ, ມູນ​ນິ​ທິ ປີ 2023 ໄດ້​ມີບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິ ໄດ້ເຂົ້າມາຊ່ວຍເຫຼືອຂະແໜງສຶກສາ, ວິທະຍາສາດ ແລະ ກິລາ ທັງໝົດມີ 45 ອົງການ, ມີບົດທຶກຄວາມເຂົ້າໃຈທັງໝົດ 74 ໂຄງການ ຊຶ່ງລວມມູນຄ່າໂຄງການຕາມບົດບັນທຶກຄວາມເຂົ້າໃຈທັງໝົດ 105.987.310 ໂດລາສະຫະລັດ, 153.700 ເອີໂຣ, 63.456.610.496 ກີບ, ສະ​ເພາະປີ 2023 ກະຊວງ ສສກ ສາມາດເຊັນບົດບັນທຶກຄວາມເຂົ້າໃຈກັບ ອສບລ, ສະມາຄົມ ແລະ ມູນນິທິ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງກ​ານ​ພັດ​ທະ​ນາ​ການ​ສຶກ​ສາ ໄດ້ທັງໝົດ ຈໍານວນ 33 ໂຄງການ, ລວມມູນຄ່າ 45.590.752 ໂດລາສະຫະລັດ ແລະ 3.753.001.700 ກີບ ສົມ​ທຽບ​ໃສ່​ປີ 2022 ​ຈຳ​ນວນ​ໂຄງ​ການແມ່ນ​ເພີ່ມ​ຂື້ນ 12% ​ແລະ ມູນ​ຄ່າ​ຂອງ​ໂຄງ​ການ ແມ່ນ​ເພີ່ມ​ຂື້ນ 39%.

ຜົນ​ຂອງການ​ຈັດ​ຕັ້ງ​ແຜນ​ການ​ຮ່ວມມື​ກັບ ອ​ສບ​ລ, ສະ​ມາ​ຄົມ, ມູນ​ນິ​ທິ ປີ 2023 ມີ ອົງການ Eurasia Foundation From Japan ຈຳນວນ 2 ໂຄງການ, ອົງການ Plan International ປະຈໍາ ສປປ ລາວ ຈຳນວນ 5 ໂຄງການ, ອົງການ World Education ປະຈຳ ສປປ ລາວ, ອົງການ Save the Children (SCI) ປະຈຳ ສປປ ລາວ, ອົງການ World Vision, ອົງການ Catholic Relief Serces (CRS) ປະຈຳ ສປປ ລາວ, ອົງການ BABSECLE ປະຈໍາ ສປປ ລາວ, ອົງການ Shanti Volunteer Association, ອົງການ World link, ອົງການ Good Hands, ອົງການ Humanity Inclusive ປະຈຳ ສປປ ລາວ, ອົງການ School Support Laos; ຜົນ​ຂອງການ​ຈັດ​ຕັ້ງ​ແຜນ​ການ​ຮ່ວມມື​ກັບ ອ​ສບ​ລ, ສະ​ມາ​ຄົມ, ມູນ​ນິ​ທິ ປີ 2023 ມີ ອົງການ Village Focus International, ອົງການ ADRF, ອົງການ Action with Lao Children, ອົງການ World Vision, ອົງການ IV-Japan, ອົງການ ChildFund ປະຈຳ ສປປ ລາວ, ມູນ​ນິ​ທິ​ການ​ສຶກ​ສາ​ເພື່ອ​ການ​ພັດ​ທະ​ນາ, ສະມາຄົມພັດທະນາທັກສະຊີວິດ, ສະມາຄົມພັດທະນາຊຸມຊົນບ້ານເຮົາ, ສະມາຄົມນຳ້ໃຈຊາວບ້ານ, ສະມາຄົມແລກປ່ຽນອາຊີ ຊຶ່ງກະ​ຊວງ​ສຶກ​ສ​າທິ​ການ ແລະ ກິ​ລາ ໄດ້ເຂົ້າຮ່ວມຜ່ານຮ່າງ ແລະ ພິ​ທີ​ລົງ​ນາມ​ໃນ MOU, ເຂົ້າ​ຮ່ວມລົງຕິດຕາມໂຄງການ, ກອງປະຊຸມ​ປະ​ຈຳ​ປີ, ກອງ​ປະ​ຊຸມປະເມີນເຄິ່ງ ແລະ ທ້າຍໂຄງການ, ກອງ​ປະ​ຊຸມ​ປິດ​ທ້າຍ​ໂຄງ​ການ ແລະ ເຂົ້າຮ່ວມກອງປະຊຸມວິຊາການອື່ນໆ ທີ່​ກ່ຽວ​ຂ້ອງຢູ່​ພາຍ​ໃນ​ປະ​ເທດ ທີ່​ ອ​ສບ​ລ, ສະ​ມາ​ຄົມ ແລະ ມູນ​ນິ​ທິ​ ໄດ້ຈັດຂຶ້ນ ຈຳນວນ 119 ຄັ້ງ; ບັນດາອົງການນຳສົ່ງບົດສະຫຼຸບປະຈຳໄຕມາດ, 6 ເດືອນ ແລະ 1 ປີ ຈໍານວນ 65 ສະ​ບັບ; ຂໍອະນຸມັດ OP ແລະ ການຂຶ້ນທະບຽນ ສະມາຄົມ ແລະ ມູນນິທິ ຈຳນວນ 69 ຄັ້ງ ແລະ ໄດ້ຂໍອະນຸມັດວີຊາເຂົ້າ ສປປ ລາວ ໃຫ້ຊ່ຽວຊານ ແລະ ຜູ້​ໃຫ້​ທຶນ ໂຄງການ ແລະ ອົງການ ຈຳນວນ 89 ຄັ້ງ; ຈັດ​ຝຶກ​ອົບ​ຮົມ​ວຽກ​ງານສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ພາກ​ສ່ວນ​ລັດ​ຖະ​ບານ ກ່ຽວ​ກັບວິ​ທີ​ການ​ຮ່ວມ​ມື​ກັບ​ ອ​ສບ​ລ, ສະ​ມາ​ຄົມ ແລະ ​ມຸນ​ນິ​ທິ ໃນ​ຂະ​ແໜງ​ສຶກ​ສາ​ທິ​ການ ແລະ ກິ​ລາ ຈຳ​ນວນ 1 ຄັ້ງ, 45 ເທື່ອ​ຄົ​ນ; ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ໄດ້ເຂົ້າຮ່ວມກອງປະຊຸມທົບທວນການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ກັບ ອ​ສບ​ລ, ສະມາຄົມ ແລະ ມູນນິທິ ຈໍານວນ 6 ຄັ້ງ ຊຶ່ງຈັດໂດຍກະຊວງການຕ່າງປະເທດ; ເຂົ້າ​ຮ່ວມກອງ​ປະ​ຊຸມ​ແບບ​ເຊິ່ງ​ໜ້າ ແລະ ທາງ​ໄກ ກັບ​ຕ່າງ​ປະ​ເທດ ທີ່ ອ​ສບ​ລ, ສະ​ມາ​ຄົມ, ມູນ​ນິ​ທິ ໄດ້​ຈັດ​ຂຶ້ນ ຈຳ​ນວນ 4 ຄັ້ງ.

ສຳລັບວຽກງານຈຸດ​ສຸມ​ຂອງການຮ່ວມ​ມື​ກັບ ອ​ສບ​ລ, ສະ​ມາ​ຄົມ ແລະ ມູນ​ນິ​ທິ ຕໍ່ໜ້າໃນ​ປີ 2024, ກະ​ຊວງ ສ​ສກ ຈະສືບ​ຕໍ່​ຮ່ວມ​ມື​ກັບ ອ​ສບ​ລ, ສະ​ມາ​ຄົມ ແລະ ມູນ​ນິ​ທິ ເພື່ອ​ຂົນ​ຂວາຍການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວິ​ຊາ​ການ ແລະ ງົບ​ປະ​ມານຈາກ​ຜູ້​ໃຫ້​ທຶນ ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຊຶ່ງ​ຈະຈັດ​ຕັ້ງ​ການເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈກັບ​ບັນ​ດາ​ ອ​ສບ​ລ, ສະ​ມາ​ຄົມ, ແລະ ມູນ​ນິ​ທິ; ຄົ້ນ​ຄວ້າ ແລະ ຂໍ​ອະນຸ​ມັດ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈໂຄງ​ການ; ລົງຕິດຕາມການປະຕິບັດສັນຍາ ແລະ ການຈັດຕັ້ງປະຕິບັດໂຄງການຂອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ; ສ້າງຄວາມເຂັ້ມແຂງໃຫ້ພະນັກງານລັດ​ຖະ​ກອນ ທີ່ເຮັດວຽກງານສ້າງສັນຍາຮ່ວມມືກັບຕ່າງປະເທດໄດ້ເຂົ້າໃຈລະບຽບຫຼັກການ ແລະ ນະໂຍບາຍການຕ່າງປະເທດຂອງ ສປປ ລາວ ດ້ວຍ​ການ​​ຈັດ​ເຜີຍ​ແຜ່ ແລະ ຝຶກ​ອົບ​ຮົມບັນ​ດາ​ນິ​ຕິ​ກຳ​ທີ່​ກ່ຽວ​ຂ້ອງ.

ນອກຈາກນີ້, ກອງປະຊຸມຍັງຈະໄດ້ຮັບຟັງການນໍາສະເໜີກ່ຽວກັບການຈັດຕັັ້ງປະຕິບັດແຜນພັດທະນາການສຶກສາ ແລະ ບູລິມະສິດໃນຊຸມປີຕໍ່ໜ້າຈາກກົມກ່ຽວຂ້ອງຂອງກະຊວງ ສສກ, ພ້ອມທັງສົນທະນາ ແລກປ່ຽນຄໍາຄິດຄໍາເຫັນ, ຖາມ-ຕອບ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ນອກຈາກນີ້, ກອງປະຊຸມຍັງໄດ້ຈັດເວທີສົນທະນາ ແລະ ຖາມ-ຕອບ ກ່ຽວກັບການຄຸ້ມຄອງໂຄງການຮ່ວມມືກັບອົງການຈັດຕັັ້ງສາກົນທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິຢູ່ທ້ອງຖິ່ນ ແລະ  ບົດຮຽນໃນການຈັດຕັ້ງປະຕິບັດໂຄງການຂອງອົງການຈັດຕັັ້ງສາກົນທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິ.

ໂດຍ: ບຸນທະວີ ນະວົງສາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ