ມອບ-ຮັບທຶນບູລະນະສ້ອມແປງໂຮງຮຽນ ມ.ປາຍ ປາກຊັນ
06/03/2024

ພິທີມອບ-ຮັບການສ້ອມແປງໂຮງຮຽນມັດທະຍົມສຶກສາຕອນປາຍ ຫຼື ມ.ປາກຊັນ ຈາກກອງທຶນ 1 ດວງໃຈ ບໍລິຄໍາໄຊ ຊ່ວຍເຫຼື່ອສັງຄົມ ໄດ້ມີຂຶ້ນວັນທີ 4 ມີນາ 2024 ຢູ່ໂຮງຮຽນດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມພິທີໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ແອ໋ງ ໄຊສົງຄາມ ປະທານກອງທຶນ 1 ດວງໃຈ ບໍລິຄໍາໄຊ ຊ່ວຍເຫຼື່ອສັງຄົມ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ອຳນວຍການ-ຮອງອໍານວຍການໂຮງຮຽນ, ແຂກຖືກເຊີນຈາກພະແນກການອ້ອມຂ້າງ, ສະມາຊິກກອງທຶນ 1 ດວງໃຈ ບໍລິຄໍາໄຊຊ່ວຍເຫຼື່ອສັງຄົມ ແລະ ນ້ອງນັກຮຽນຢ່າງພ້ອມພຽງ.
ໂຄງການປັບປຸງສ້ອມແປງໂຮງຮຽນ ມ.ປາຍ ປາກຊັນ ໄດ້ເລີ່ມປັບປຸງສ້ອມແປງມາແຕ່ວັນທີ 5 ສິງຫາ 2023 ເປັນຕົ້ນມາ ໂດຍແບ່ງການປັບປຸງສ້ອມແປງອອກເປັນ 3 ໄລຍະ ລວມມູນຄ່າການສ້ອມແປງທັງໝົດ 1.651.709.580 ກີບ, ກອງທຶນ 1 ດວງໃຈ ບໍລິຄໍາໄຊ ຊ່ວຍເຫຼື່ອສັງຄົມ ໄດ້ປະກອບສ່ວນສົມທົບທຶນເຂົ້າໃນການສ້ອມແປງ ເປັນເງິນລວມທັງໝົດ 1.340.552.680 ກີບ. ນອກນັ້ນຍັງມີບັນດາບໍລີສັດ-ວິສາຫະກິດຂະໜາດນ້ອຍ-ໃຫຍ່ ພາຍໃນແຂວງ, ຕ່າງແຂວງ, ພະແນກການ-ກົມກອງ, ນິຕິບຸກຄົນ ແລະ ສິດເກົ່າແຕ່ລະຮຸ່ນ ແລະ ພາກສ່ວນອື່ນໆ ປະກອບສ່ວນສົມທົບທຶນຮອນ ລວມເປັນເງິນ 311.156.900 ກີບ ໃຫ້ກຽດກ່າວຮັບເງິນ ຈໍານວນ 1.340 ລ້ານກວ່າກີບ ຈາກກອງທຶນ 1 ດວງໃຈ ບໍລິຄໍາໄຊ ຊ່ວຍເຫຼື່ອສັງຄົມໃນຄັ້ງນີ້ ໂດຍແມ່ນທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມນີ້ໃນພິທີຍັງໄດ້ມອບຫຼຽນກາແຮງງານ ໃຫ້ກອງທຶນ 1 ດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ທີ່ມີຜົນງານດີເດັ່ນປະກອບສ່ວນອັນສໍາຄັນເຂົ້າໃນວຽກງານການສຶກສາ, ໃຫ້ກຽດມອບໂດຍທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ມອບໃບຍ້ອງຍໍຂອງທ່ານ ເຈົ້າແຂວງບໍລິຄໍາໄຊ ແລະ ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ກັບພາກສ່ວນຕ່າງ ທີໄດ້ປະກອບສ່ວນສົມທົບທຶນຮອນເຂົ້າໃນການບູລະນະສ້ອມແປງໂຮງຮຽນໃນຄັ້ງນີ້ຕື່ມອີກ.
ຂ່າວ-ພາບ: ວຽງສະຫວັນ
ຂ່າວທີ່ກ່ຽວຂ້ອງ