ອູຊະເບກິດສະຖານ ເຈົ້າພາບ ຖືກຈັດຢູ່ກຸ່ມ A ຮ່ວມກັບ ໂຮນລັງ, ປາຣາໄກວ ແລະ ຄອດຕາຣິກາ ຟຸດຊໍຊີງແຊ໋ມໂລກ 2024

ສະຫະພັນກິລາບານເຕະສາກົນ ຫຼື FIFA ຈັດພິທີຈັບສະຫຼາກແບ່ງກຸ່ມການແຂ່ງຂັນຟຸດຊໍ ຊີງແຊ໋ມໂລກ 2024 (2024 FIFA Futsal World Cup) ໃນຄ່ຳຄືນວັນທີ 26 ພຶດສະພາ 2024 ຕາມເວລາໃນສປປ ລາວ ທີ່ຈະຕຸຣັດເຣກິດສະຖານ ປະເທດອູຊະເບກິດສະຖານ ຊຶ່ງຜົນການຈັບສະຫຼາກມີດັ່ງນີ້:
– ກຸ່ມ A: ອູຊະເບກິດສະຖານ ເຈົ້າພາບ, ໂຮນລັງ, ປາຣາໄກວ ແລະ ຄອດຕາຣິກາ.
– ກຸ່ມ B: ເບຣຊິນ, ກຸຍບາ, ໂຄຣເອເຊຍ ແລະ ໄທ.
– ກຸ່ມ C: ອາກຊັງຕິນ, ອູແກຣນ, ອັບການິດສະຖານ ແລະ ອັງໂກລາ.
– ກຸ່ມ D: ແອັດສະປາຍ, ຄາຊັກສະຖານ, ນິວຊີແລນ ແລະ ລິບີ.
– ກຸ່ມ E: ປອກຕຸຍການ, ປານາມາ, ທາຈິກິດສະຖານ ແລະ ມາຣົກ.
– ກຸ່ມ F: ອີຣານ, ເວເນຊູເອລາ, ກົວເຕມາລາ ແລະ ຝຣັ່ງ.
ສຳລັບການແຂ່ງຂັນ 2024 FIFA Futsal World Cup ຈະແບ່ງອອກເປັນ 6 ກຸ່ມ ກຸ່ມລະ 4 ທີມ ໂດຍຄັດເອົາທີມແຊ໋ມ ແລະ ຮອງແຊ໋ມກຸ່ມ ພ້ອມດ້ວຍທີມອັນດັບ 3 ທີ່ດີທີ່ສຸດ 4 ທີມ ຈາກ 6 ກຸ່ມ ຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍ ຊຶ່ງຈະແຂ່ງຂັນກັນລະຫວ່າງວັນທີ 14 ກັນຍາ ຫາວັນທີ 6 ຕຸລາ 2024.
ຮຽບຮຽງໂດຍ: ລ ູກນ້ຳເຊ ອິນທະດາລິນ