ໂວວີນາມລາວ ຕັ້ງເປົ້າຢ່າງໜ້ອຍ 1 ຫຼຽນຄຳ ງານກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ສສ ຫວຽດນາມ ເປັນເຈົ້າພາບ
27/05/2024

ທັບນັກກິລາໂວວີນາມນັກຮຽນທີມຊາດລາວ ມີຄວາມພ້ອມແລ້ວເກືອບ 100% ເຫຼືອພຽງລໍຖ້າແຕ່ເດີນທາງ ແລະ ລົງສະໜາມແຂ່ງຂັນ ໂດຍຈະສົ່ງຄະນະຄູຝຶກ 3 ທ່ານ ແລະ ນັກກິລາ 12 ຄົນ, ຍິງ 5 ຄົນ ເຂົ້າຮ່ວມຊີງໄຊ 10 ລາຍການ ໃນນີ້ແບ່ງເປັນປະເພດຕໍ່ສູ້ 4 ຮຸ່ນ ແລະ ປະເພດຟ້ອນ ຫຼື ສະແດງ 6 ລາຍການ ພ້ອມຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 2 ຫຼຽນທອງ ໃນການເຂົ້າຮ່ວມງານແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ນະຄອນດານັງ ສສ ຫວຽດນາມ ເປັນເຈົ້າພາບ ລະຫວ່າງວັນທີ 1-8 ມິຖຸນາ 2024.
ສຳລັບງານແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 13 ເຈົ້າພາບ ຫວຽດນາມ ບັນຈຸແຂ່ງຂັນທັງໝົດ 6 ປະເພດກິລາ ຄື: ແລ່ນ-ລານ, ລອຍນໍ້າ, ດອກປີກໄກ່, ບານບ້ວງ, ປັນຈັກສີລັດ ແລະ ໂວວີນາມ. ໃນນີ້ ສປປ ລາວ ຈະສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມແຂງຂັນເກືອບ 100 ຄົນ ໃນ 6 ປະເພດກິລາ ພ້ອມຕັ້ງເປົ້າຈະສູ້ຊົນໃຫ້ໄດ້ຢ່າງໜ້ອຍ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ.
ສຳລັບຂະບວນນັກກິລາລາວ ຈະເດີນທາງດ້ວຍລົດ ຊຸດທຳອິດແມ່ນກິລາບານບ້ວງ ຈະອອກເດີນທາງໃນວັນທີ 29 ພຶດສະພາ 2024 ຈາກນັ້ນທີ່ເຫຼືອທັງໝົດຈະເດີນທາງ ໃນວັນທີ 30 ພຶດສະພາ 2024.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ມຊ ສະຫຼຸບສົກສຶກສາ 2024-2025 ພ້ອມໄຂສົກຮຽນໃໝ່ 2025-2026 ແລະ ສະຫຼອງວັນຄູແຫ່ງຊາດ
- ເປີດການແຂ່ງຂັນກິລາອີ-ສະປອດ ຊີງແຊ໋ມປະເທດລາວ 2025 ກຽມຄວາມພ້ອມໃສ່ງານກິລາແຫ່ງຊາດ ຄັ້ງທີ XII
- ເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ຈັດຂຶ້ນພາຍໃຕ້ຄໍາຂວັນ: “ການຕອບໂຕ້ວິກິດໃນຕົວເມືອງ”
- ລັດຖະບານຕວກກີ ໃຫ້ການຊ່ວຍເຫຼືອທັບນັກກິລາກະຕໍ້ຄົນພິການລາວ ຮ່ວມແຂ່ງຂັນລາຍການຊີງແຊ໋ມນານາຊາດ
- “ເຈນຈິລາ ຂຸນລິວົງ” ສາວນັກກິລາແລ່ນ-ລານ ຕັ້ງເປົ້າຄວ້າ 3 ຫຼຽນຄຳ ໃຫ້ແຂວງສະຫວັນນະເຂດ “ນະຄອນຫຼວງວຽງຈັນ ເກມ 2025”
- ກອງປະຊຸມໃຫຍ່ ຜູ້ເເທນອົງຄະນະພັກເເຂວງຫົວພັນ ຄັ້ງທີ XI ໄຂຂຶ້ນຢ່າງເປັນທາງການ
