Skip to main content

ເປີດສາກແລ້ວ ດອກປີກໄກ່ເຍົາວະຊົນ ຊີງແຊ໋ມອາຊຽນ 2024 ມີການຊີງໄຊ 12 ຫຼຽນຄຳ ຂະນະທີ່ ລາວ ຕັ້ງເປົ້າໝາຍ 2 ຫຼຽນຄຳ

23/05/2024

ເປີດສາກຂຶ້ນຢ່າງເປັນທທາງການ ການແຂ່ງຂັນກິລາດອກປີກໄກ່ ເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ ແລະ ຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ໋ມອາຊຽນ ປະຈຳປີ 2024 ຫຼື ລາຍການ Badminton Asia Regional Junior (Under 15 & 17) Championship 2024 ຈັດຂຶ້ນໃນລະຫວ່າງວັນທີ 22-26 ພຶດສະພາ 2024 ທີ່ສະໂມສອນ ດອກປີກໄກ່ ເສດຖາ (ບຶງຂະຫຍອງ) ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ງານດັ່ງກ່າວມີການຊີງໄຊທັງໝົດ 12 ຫຼຽນຄຳ ຂະນະທີ່ສປປ ລາວ ຕັ້ງເປົ້າໝາຍຈະສູ້ຊົນໃຫ້ໄດ້ 2 ຫຼຽນຄຳ.


ໂອກາດນີ້, ທ່ານ ບຸນຍະແສງ ນາຊຽງຄໍາ ຮອງເລຂາທິການສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ກ່າວໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້ ທີມນັກກິລາ 5 ປະເທດເຂົ້າຮ່ວມ ປະກອບມີ: ສປປ ລາວ (ເຈົ້າພາບ), ກໍາປູເຈຍ, ມຽນມາ ບຣູໄນ ແລະ ຕີມໍ ເລດເຕ ມີທັງໝົດ 12 ລາຍການ (12 ຫຼຽນຄໍາ) ແບ່ງອອກເປັນປະເພດທີມ 2 ລາຍການ ແລະ ປະເພດບຸກຄົນ 10 ລາຍການ, ໃນນັ້ນ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງໄຊ 6 ຫຼຽນຄໍາ ແລະ ຮຸ່ນອາຍຸບໍ່ເກີນ 17 ປີ ຊີງໄຊ 6 ຫຼຽນຄໍາ ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນກໍເພື່ອເປີດໂອກາດໃຫ້ນັກກິລາໃນຂົງເຂດອາຊຽນ ເວົ້າລວມ, ເວົ້າສະເພາະກໍແມ່ນນັກກິລາໃນ 5 ປະເທດ ໄດ້ສະແດງຄວາມສາມາດຂອງເຂົາເຈົ້າ ເພື່ອພັດທະນາຕົນເອງໄປສູ່ລະດັບສາກົນ ຊຶ່ງລວມເຖິງນັກກິລາລາວເຮົາ ເພື່ອສ້າງໂອກາດໃຫ້ເຂົາເຈົ້າໄດ້ມີການກະກຽມຄວາມພ້ອມ ເຂົ້າຮ່ວມການແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ນະຄອນດານັງ ສສ ຫວຽດນາມ ເປັນເຈົ້າພາບ ໃນຕົ້ນເດືອນມິຖຸນາທີ່ຈະເຖິງນີ້.

ການແຂ່ງຂັນດອກປີກໄກ່ລາຍການນີ້ ສຳລັບສປປ ລາວ ຮັບກຽດເປັນເຈົ້າພາບ ໄດ້ສົ່ງນັກກິລາເຂົ້າຮ່ວມທັງ 2 ຮຸ່ນ ໃນນັ້ນ ຮຸ່ນອາຍຸບໍ່ເກີນ 15 ປີ ມີ 4 ຄົນ ຍິງ 2 ຄົນ ແລະ ຮຸ່ນອາຍຸບໍ່ເກີນ 17 ປີ ມີ 6 ຄົນ ຊາຍ 4 ຄົນ ພວກເຮົາກໍມີຄວາມຫວັງເລິກໆຈະສາມາດຍາດໃຫ້ໄດ້ 2 ຫຼຽນຄໍາ ຈາກທັງໝົດ 12 ລາຍການເຂົ້າຮ່ວມແຂ່ງຂັນຄັ້ງນີ້.


ສະເພາະຕາຕະລາງການແຂ່ງຂັນໃນວັນທີ 23 ພຶດສະພາ 2024 ສືບຕໍ່ເລີ່ມແຂ່ງຂັນເວລາ 09:00-13:00 ໂມງເປັນຕົ້ນໄປ ແຂ່ງຂັນຮອບຮອງຊະນະເລີດໃນປະເພດທີມປະສົມ ສ່ວນວັນທີ 24 ພຶດສະພາ 2024 ເວລາ 09:00-12:00 ໂມງ ແຂ່ງຂັນຮອບຊີງຊະນະເລີດປະເພດທີມປະສົມ ກ່ອນຈະມີພິທີມອບຫຼຽນລາງວັນຕ່າງໆ ແລະ ໃນມື້ດຽວກັນ ໃນຕອນບ່າຍເວລາ 14:00-16:00 ໂມງ ສືບຕໍ່ແຂ່ງຂັນຮອບຄັດເລືອກປະເພດບຸກຄົນ ໃນມື້ຖັດມາ ວັນທີ 25 ພຶດສະພາ 2024 ເວລາ 09:00-13:00 ໂມງ ສືບຕໍ່ແແຂ່ງຂັນຮອບຮອງຊະນະເລີດປະເພດບຸກຄົນ ແລະ ວັນທີ 26 ພຶດສະພາ 2024 ເວລາ 09:00-12:00 ໂມງ ແຂ່ງຂັນຮອບຊີງຊະນະເລີດປະເພດບຸກຄົນ ກ່ອນຈະມີພິທີມອບຫຼຽນລາງວັນຕ່າງໆ ພ້ອມຈັດພິທີປິດການແຂ່ງຂັນງານດັ່ງກ່າວ.
ຂ່າວໂດຍ ສົງການ ພັນແພງດີ