ຈີນ ຄອງແຊ໋ມໂລກ ທັງທີມຍິງ ແລະ ທີມຊາຍ ການແຂ່ງຂັນບານເຕະລະດັບນັກຮຽນ

ພິທີປິດການແຂ່ງຂັນກິລາບານເຕະລະດັບນັກຮຽນ ຮຸ່ນອາຍຸບໍ່ເກີນ 18 ປີ ຊີງແຊ໋ມໂລກ 2024 ຫຼື ລາຍການ ໄອເອັດເອັບ ເວິນ ຄັບ 2024 (ISF Football World Cup 2024) ໄດ້ມີຂຶ້ນເມື່ອວັນທີ 26 ພຶດສະພາ 2024 ທີ່ສະໜາມກິລາ ຊຸນ ຢູວານ ເມືອງຕ້າຫຼຽນ ສາທາລະນະລັດປະຊາຊົນຈີນ, ໂດຍມີ ທ່ານ ຫວັງ ເຈຍອີ້ ຮອງລັດຖະມົນຕີ ກະຊວງສຶກສາທິການແຫ່ງ ສປ ຈີນ ທັງເປັນປະທານຈັດການແຂ່ງຂັນ ແລະ ທ່ານ ໂລຣ໊ອງ ເພທຣິງກາ ປະທານສະຫະພັນກິລາໂຮງຮຽນນານາຊາດ ຕະຫຼອດຮອດຄະນະນຳ, ຄູຝຶກ ແລະ ນັກກິລາແຕ່ລະປະເທດເຂົ້າຮ່ວມຢ່າງພ້ອມພຽງ.
ໄຮໄລ້ສຳຄັນຂອງພິທີປິດໃນຄັ້ງນີ້ຢູ່ທີ່ການແຂ່ງຂັນຮອບຊີງຊະນະເລີດ ປະເພດທີມຊາຍ ລະຫວ່າງ ທີມນັກຮຽນຈີນ ເຈົ້າພາບ ພົບກັບ ທີມນັກຮຽນຢູກັນດາ ໂດຍເກມດັ່ງກ່າວຈົບລົງດ້ວຍໄຊຊະນະຂອງ ສປ ຈີນ ຈາກການຍິງຈຸດໂທດ ຫຼັງໃນເວລາສະເໝີກັນ 2-2 ປະຕູ.
ຂະນະທີ່ທີມນັກຮຽນຍິງຈີນ ກໍບໍ່ໜ້ອຍໜ້າເຊັ່ນກັນ ດ້ວຍການຍິງປະຕູໄຊດັບຝັນ ທີມນັກຮຽນເຄນຢາ ໃນໄລຍະຕໍ່ເວລາພິເສດ ຫຼັງໃນເກມສະເໝີກັນ 1-1 ປະຕູ ເຮັດໃຫ້ ທີມນັກຮຽນຈີນ ຄວ້າແຊ໋ມໂລກທັງປະເພດທີມຍິງ ແລະ ທີມຊາຍ ໄປຄອງຢ່າງໜ້າພາກພູມໃຈ.
ພາຍຫຼັງສຳເລັດພິທີມອບ-ຮັບຂັນ ແລະ ຫຼຽນລາງວັນຢ່າງເປັນທາງການ ກໍໄດ້ມີພິທີມອບທຸງປະຈຳການແຂ່ງຂັນ ໂດຍມອບຕໍ່ໃຫ້ ເມືອງຊູໂຈວ ເປັນເຈົ້າພາບຈັດການແຂ່ງຂັນກິລາບານເຕະລະດັບນັກຮຽນ ຮຸ່ນອາຍຸບໍ່ເກີນ 18 ປີ ຊີງແຊ໋ມໂລກ 2026 ຫຼື ລາຍການ ໄອເອັດເອັບ ເວິນ ຄັບ 2026 (ISF Football World Cup 2022) ໃນອີກ 2 ປີຂ້າງໜ້າ.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ