ສປປ ລາວ ຍາດໄດ້ 4 ຫຼຽນເງິນ ແລະ 6 ຫຼຽນທອງ ຈົບພຽງທີ 3 ດອກປີກໄກ່ ຢູ-15 ແລະ ຢູ-17 ຊີງແຊ໋ມເຍົາວະຊົນອາຊຽນ 2024
27/05/2024

ທັບນັກກິລາດອກປີກໄກ່ເຍົາວະຊົນທີມຊາດລາວ ຍາດໄດ້ 4 ຫຼຽນເງິນ ແລະ 6 ຫຼຽນທອງ ຈົບພຽງອັນດັບທີ 3 ໃນການແຂ່ງຂັນກິລາດອກປີກໄກ່ເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ ແລະ 17 ປີ ຊີງແຊ໋ມອາຊຽນ 2024 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຫຼື “Badminton South east Asia Regional Junior Cham pionship 2024”. ຂະນະທີ່ ນັກກິລາດອກປີກໄກ່ເຍົາວະຊົນມຽນມາ ສ້າງຜົນງານໄດ້ຢ່າງໂດດເດັ່ນກວາດ 12 ຫຼຽນຄຳ, 4 ຫຼຽນເງິນ 1 ຫຼຽນທອງ ຄອງເຈົ້າຫຼຽນຄຳ.
ການແຂ່ງຂັນງານດັ່ງກ່າວ ຈັດຂຶ້ນ ລະຫວ່າງວັນທີ 22-26 ພຶດສະພາ 2024 ທີ່ສະໂມສອນກິລາໃນຮົ່ມ ເສດຖາ (ບຶງຂະຫຍອງ) ໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບລາງວັນ ມີທ່ານ ຄິມ ຈອງ ຊູ ປະທານສະຫະພັນກິລາດອກປີກໄກ່ອາຊີ, ທ່ານ ສົມພູ ພົງສາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍບັນດາຜູ້ໃຫ້ການສະໜັບສະໜູນ, ແຂກຖືກເຊີນ, ບັນດາຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍເຂົ້າຮ່ວມຢ່າງຫຼວງຫຼາຍ.
ການແຂ່ງຂັນກິລາດອກປີກໄກ່ຮຸ່ນເຍົາວະຊົນ ອາຍຸບໍ່ເກີນ 15 ແລະ 17 ປີ ຊີງແຊ໋ມອາຊຽນ 2024 ຈັດການແຂ່ງຂັນລະຫວ່າງວັນທີ 22-26 ພຶດສະພາ 2024 ມີ 4 ປະເທດເຂົ້າຮ່ວມແຂ່ງຂັນ ຄື: ມຽນມາ, ກຳປູເຈຍ, ຕີມໍ-ເລດເຕ ແລະ ສປປ ລາວ ເຮົາເຈົ້າພາບ ມີຊີງໄຊກັນທັງໝົດ 12 ລາຍການ ແນໃສ່ເປີດໂອກາດໃຫ້ນັກກິລາໃນບັນດາປະເທດທີ່ກຳລັງພັດທະນາກິລາດອກປີກໄກ່ ໄດ້ມີໂອກາດສະແດງທັກສະສີມື ແລະ ພັດທະນາຕົນເອງ ໃຫ້ກ້າວໄປສູ່ນັກກິລາທີ່ເກັ່ງໃນລະດັບພາກພື້ນ ແລະ ສາກົນ ຊຶ່ງເປັນຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.
ສະຫຼຸບຜົນການແຂ່ງຂັນລາງວັນປະເພດບຸກຄົນ ປະເພດດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ຫຼຽນຄຳ Oak Soe KHANT (MYA), ຫຼຽນເງິນ Thongpanya SOUVANMANY (LAO) ແລະ ຫຼຽນທອງ ຮ່ວມ Chhin CHHUN (CAM) ແລະ Rathana VIRAKSAK (CAM); ປະເພດດ່ຽວຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ຫຼຽນຄຳ Yoon Thethta MAUNG (MYA), ຫຼຽນເງິນ Thadar Htet KYAW (MYA) ແລະ ຫຼຽນທອງ ຮ່ວມ Muthita KINNAVONG (LAO) ແລະ Lily SISOMSUEN (LAO).
ສ່ວນປະເພດຄູ່ຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ຫຼຽນຄຳ Oak Soe KHANT/Myint Myat LIN (MYA), ຫຼຽນເງິນ Vongseanboon SENGPHACHAN/Thongpanya SOUVANMANY (LAO) ແລະ ຫຼຽນທອງ Chhin CHHUN/Rathana VIRAKSAK (CAM); ປະເພດຄູ່ຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ຫຼຽນຄຳ Thadar Htet KYAW/Yoon Thethta MAUNG (MYA), ຫຼຽນເງິນ Muthita KINNAVONG/Lily SISOMSUEN (LAO) ແລະ ຫຼຽນທອງ Loeung MALYNETH/Thet SREYROTH (CAM); ປະເພດຄູ່ປະສົມ ຮຸ່ນອາຍຸບໍ່ເກີນ 15 ປີ ຫຼຽນຄຳ Oak Soe KHANT/Thadar Htet KYAW (MYA), ຫຼຽນເງິນ Rathana VIRAKSAK/Loeung MALYNETH (CAM) ແລະ ຫຼຽນທອງຮ່ວມ Myint Myat LIN/Yoon Thethta MAUNG (MYA) ແລະ Chhin CHHUN/Thet SREYROTH (CAM).
ປະເພດດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຫຼຽນຄຳ Nyan SHAINE LIN (MYA), ຫຼຽນເງິນ Hein Thiha AUNG (MYA) ແລະ ຫຼຽນທອງຮ່ວມ Perun REAKSA (CAM) ແລະ Hong SOVANNAREACH (CAM); ປະເພດດ່ຽວຍິງ ຮູ່ນອາຍຸບໍ່ເກີນ 17 ປີ ຫຼຽນຄຳ Lin LIN HTET (MYA), ຫຼຽນເງິນ Seng Hlaing MAIN (MYA), ຫຼຽນທອງຮ່ວມ Dalavone KHAMCHANH (LAO) ແລະ Kuy KANIKA (CAM); ປະເພດຄູ່ຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຫຼຽນຄຳ Hein Thiha AUNG/Nyan SHAINE LIN (MYA), ຫຼຽນເງິນ Perun REAKSA/Hong SOVANNAREACH (CAM) ແລະ ຫຼຽນທອງຮ່ວມ Valath MANIVONG/Xana SIRISAK (LAO) ແລະ Zidane Evaldo COSTA GUSMAO DE JESUS/Jefren Crizto DAMIÃO DA CRUZ (TLS).
ປະເພດຄູ່ຍິງ ຮຸ່ນອາຍຸບໍ່ເກີນ 17 ປີ ຫຼຽນຄຳ Lin LIN HTET/Seng Hlaing MAIN (MYA), ຫຼຽນເງິນ Kuy KANIKA/Mak NITAJULIE (CAM) ແລະ ຫຼຽນທອງຮ່ວມ Mesathip DOUANGNGEUN/Dalavone KHAMCHANH (LAO) ແລະ Jesia Amaral COUTO PAULO/Zivania Eva Clementina Ma DA COSTA (TLS); ປະເພດຄູ່ປະສົມ ຮຸ່ນອາຍຸບໍ່ເກີນ 17 ປີ ຫຼຽນຄຳ Hein Thiha AUNG/Seng Hlaing MAIN (MYA), ຫຼຽນເງິນ Nyan SHAINE LIN/Lin LIN HTET (MYA) ແລະ ຫຼຽນທອງຮ່ວມ Perun REAKSA/Mak NITAJULIE (CAM) ແລະ Hong SOVANNAREACH/Kuy KANIKA (CAM).
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
