ປະທານປະເທດ ຮ່ວມສະຫຼອງວັນເດັກນ້ອຍສາກົນ-ວັນປູກຕົ້ນໄມ້ແຫ່ງຊາດ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດພິທີສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 100 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ ໃນວັນທີ 1 ມິຖຸນາ ຜ່ານມາ ທີ່ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ອະນຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ວາງ ຊາງ (Wang Chang) ອຸປະທູດຊົ່ວຄາວ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຜູ້ບໍລິຫານບໍລິສັດທາງລົດໄຟລາວ-ຈີນ, ພ້ອມດ້ວຍບັນດາລັດຖະມົນຕີ-ຮອງລັດຖະມົນຕີ, ລັດວິສາຫະກິດລົດໄຟແຫ່ງຊາດລາວ, ກຸ່ມບໍລິສັດກໍ່ສ້າງ ແລະ ຖືຮຸ້ນແຂວງຢຸນນານ, ແຂກຖືກເຊີນ ພ້ອມດ້ວຍຜູ້ບໍລິຫານການສຶກສາ, ພະນັກງານ, ຄູອາຈານ, ນັກສຶກສາ ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ແລະ ຫຼານນ້ອຍນັກຮຽນ.
ໃນພິທີດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ເປັນວິທະຍາໄລທີ່ສ້າງຕັ້ງຂຶ້ນໃໝ່ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານ ສປ ຈີນ ທັງພື້ນຖານໂຄງລ່າງ, ຫຼັກສູດ ແລະ ການກໍ່ສ້າງຄູອາຈານ ຊຶ່ງຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງສຶກສາທິການ ແລະ ກິລາ, ຈັດຕັ້ງການຮຽນການສອນໃນ 6 ສາຂາ ຄື: ເຕັກນິກຫົວລົດໄຟ, ເຕັກນິກຕູ້ລົດໄຟ, ສັນຍານທາງລົດໄຟ, ວິສະວະກໍາທາງລົດໄຟ, ຄຸ້ມຄອງຂົນສົ່ງທາງລົດໄຟ ແລະ ສະໜອງໄຟຟ້າທາງລົດໄຟ, ໄດ້ເລີ່ມຈັດການຮຽນມາແຕ່ວັນທີ 23 ຕຸລາ 2023 ເປັນຕົ້ນມາ, ເປັນຫຼັກສູດຊັ້ນສູງ ລະບົບ 3 ປີ (12+3) ໂດຍຮັບເອົານັກຮຽນທີ່ຈົບມັດທະຍົມສຶກສາຕອນປາຍເຂົ້າຮຽນ, ປັດຈຸບັນມີນັກສຶກສາປີທີ 1 ທັງໝົດ 360 ຄົນ ຍິງ 131 ຄົນ (ມີຈຳນວນນັກສຶກສາຄົບຕາມຈໍານວນທີ່ຕ້ອງການ) ອາດເວົ້າໄດ້ວ່າເປັນສະຖານການສຶກສາແຫ່ງທໍາອິດທີ່ໄດ້ຈັດການສອນວິຊາການຂັບລົດໄຟຄວາມໄວສູງຢູ່ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້.
ການປູກຕົ້ນໄມ້ໃນມື້ນີ້, ແມ່ນມີຄວາມໝາຍສຳຄັນຫຼາຍ ຊຶ່ງນອກຈາກຈະເປັນການເພີ່ມຕົ້ນໄມ້ ແລະ ສີຂຽວໃຫ້ແກ່ດິນແດນ ສປປ ລາວແລ້ວ ຍັງຈະປະກອບສ່ວນຕໍ່ການຫັນສະຖານອາຊີວະສຶກສາຕາມທິດ “ອາຊີວະສີຂຽວ ຫຼື Green TVET” ກໍຄືສ້າງໃຫ້ສະຖານການສຶກສາໃນຂອບເຂດທົ່ວປະເທດກາຍເປັນພື້ນທີ່ສີຂຽວ ມີສະພາບແວດລ້ອມທີ່ດີ, ມີການສອນການຮຽນ ແລະ ປະກອບອາຊີບທີ່ເປັນມິດກັບສິ່ງແວດລ້ອມ. ນອກນັ້ນ, ຍັງເປັນການສ້າງສະພາບແວດລ້ອມທີ່ດີແກ່ການຮຽນການສອນ ແລະ ດຶງດູດນັກຮຽນ ນັກສຶກເຂົ້າສູ່ສະຖານການສຶກສາໃຫ້ຫຼາຍຂຶ້ນ.
ໂອກາດທີ່ມີຄວາມໝາຍສໍາຄັນນີ້, ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ແຫ່ງນີ້ ແມ່ນວິທະຍາໄລແຫ່ງທໍາອິດ ທີ່ໄດ້ສອນວິຊາການທາງລົດໄຟຄວາມໄວສູງຢູ່ປະເທດລາວ ຊຶ່ງວິທະຍາໄລດັ່ງກ່າວແມ່ນ ທ່ານ ສີ ຈິ້ນຜິ້ງ ເລຂາທິການໃຫຍ່ ປະທານປະເທດ ສປ ຈີນ ມອບໃຫ້ເປັນຂອງຂວັນໃນເວລາທີ່ທ່ານມາຢ້ຽມຢາມ ສປປ ລາວ ສະນັ້ນ ທາງລົດໄຟ ກໍເປັນໝາກຫົວໃຈທີ່ສໍາຄັນຂອງການພັດທະນາປະເທດຊາດ ແລະ ການປູກຕົ້ນໄມ້ໃນເທື່ອນີ້ ກໍສື່ຄວາມໝາຍໃຫ້ຮູ້ວ່າເປັນຕົ້ນໄມ້ທີ່ໜ້ຽວແໜ້ນ ແລະ ແຂງແກ່ນ ຂໍໃຫ້ພວກລູກ ພວກຫຼານ ກໍຄື ພະນັກງານທຸກໆຄົນ ຈົ່ງສືບຕໍ່ພາລະກິດປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ລວມທັງການພັດທະນາທາງການລົດໄຟສືບທອດຕໍ່ໆກັນໄປຢ່າງເຕີບໃຫຍ່ຂະຫຍາຍຕົວຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ໂດຍ ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ