Skip to main content

ເປີດສາກແລ້ວ ເອີໂຣ 2024 ເຈົ້າພາບ ປະເດີມສະໜາມໄລ່ຖະຫຼົ່ມ ສະກອດແລນ 5-1 ເກັບ 3 ແຕ້ມທຳອິດສຳເລັດ

ເປີດສາກຂຶ້ນຢ່າງເປັນທາງການແລ້ວ ສຳລັບການແຂ່ງຂັນບານເຕະຊີງແຊ໋ມແຫ່ງຊາດເອີຣົບ 2024 ຫຼື “ເອີໂຣ 2024” ໃນຄ່ຳຄືນວັນທີ 14 ມິຖຸນາ 2024 ທີ່ສະໜາມ ອາລີອັນ ອາຣີນາ ຂອງສະໂມສອນ ບາເຢິນ ມິວນິກ ໂດຍເທື່ອນີ້ ເຢຍລະມັນ ຮັບໜ້າທີ່ເປັນເຈົ້າພາບ ຈັດການແຂ່ງຂັນ ໂດຍພິທີເປີດໄດ້ມີການລະນຶກເຖິງ ທ່ານ ຟຣານ ເບກເຄນບາວເອີ ຕຳນານນັກເຕະທີມຊາດເຢຍລະມັນ ທີ່ເສຍຊີວິດ ໃນໄວອາຍຸ 78 ປີ ເມື່ອຕົ້ນປີຜ່ານມາ.


ຊຶ່ງຝ່າຍຈັດການແຂ່ງຂັນໄດ້ມີການເຊີນ ທ່ານ ນາງ ເຮດີ ເບກເຄນບາວເອີ ພັນລະຍາຂອງ ທ່ານ ຟຣານ ເບກເຄນບາວເອີ ເປັນຄົນຖືຂັນແຊ໋ມບານເຕະເອີໂຣເຂົ້າສູ່ສະໜາມ ພ້ອມກັບ ແບກນາດຄີດ ແລະ ເຈີເກນ ຄລິນມັນ 2 ອະດີດນັກເຕະທີມຊາດເຢຍລະມັນ.
ພ້ອມກັນນີ້ ຍັງໄດ້ມີການເປີດຕົວ ມັດສະຄອດ ປະຈຳການແຂ່ງຂັນບານເຕະເອີໂຣ 2024 ທີ່ປີນີ້ ໄດ້ຖືກອອກແບບເປັນໂຕໝີເທັດດີ້ ຊື່ວ່າ “ອັນເບິດ” (Albart). ທັງນີ້, ການແຂ່ງຂັນເຕະບານ ເອີໂຣ 2024 ທີ່ປະເທດເຢຍລະມັນ ເປັນເຈົ້າພາບ ຈະດຳເນີນການແຂ່ງຂັນລະຫວ່າງວັນທີ 14 ມິຖຸນາ ຫາວັນທີ 14 ກໍລະກົດ 2024.

ຂະນະທີ່ ຄູ່ເປີດສະໜາມ ເຈົ້າພາບ ເຢຍລະມັນ ປະເດີມສະໜາມ ເອີໂຣ 2024 ໄດ້ຢ່າງສວຍງາມ ດ້ວຍການໄລ່ຖະຫຼົ່ມ ສະກອດແລນ ທີ່ເຫຼືອ 10 ຄົນ ໄປແບບຂາດຮອຍ 5-1 ປະຕູ ເກັບ 3 ແຕ້ມທຳອິດໄດ້ຕາມຄາດໝາຍ ພ້ອມເປັນທີ 1 ກຸ່ມ ເອ
ສຳລັບຕາຕະລາງການແຂ່ງຂັນ ກຸ່ມ ເອ ນັດທີ 2 ເຈົ້າພາບ ເຢຍລະມັນ ພົບກັບ ຮຸງກາລີ ແລະ ສະກອດແລນ ພົບກັບ ສະວິດເຊີແລນ ໃນວັນທີ 19 ມິຖຸນາ 2024.

Photo: UEFA EURO 2024
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ