ລາວ ພ້ອມສົ່ງທັບນັກກິລາ 4 ປະເພດ ຮ່ວມງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ທີ່ອິນໂດເນເຊຍ ທ້າຍເດືອນນີ້

ສະຫະພັນກິລາມະຫາວິທະຍາໄລລາວ ພ້ອມສົ່ງທັບນັກກິລາ 4 ປະເພດ ເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ທີ່ປະເທດອິນໂດເນເຊຍ ໃນທ້າຍເດືອນມິຖຸນານີ້. ຂະນະທີ່ ການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້, ທາງຄະນະນໍາສະຫະພັນກິລາມະຫາວິທະຍາໄລລາວ ຕັ້ງເປົ້າໝາຍສູ້ຊົນໃຫ້ໄດ້ 3 ຫຼຽນຄຳມາຄອງ ເພື່ອສ້າງກຽດຊື່ສຽງໃຫ້ແກ່ ສປປ ລາວ.
ເມື່ອຕອນແລງວັນທີ 11 ມິຖຸນາ ຜ່ານມາ, ທາງຄະນະນຳສະຫະພັນກິລາມະຫາວິທະຍາໄລລາວ ນຳໂດຍທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງປະທານ ແລະ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ ພ້ອມດ້ວຍຄະນະນຳທີ່ກ່ຽວຂ້ອງ ໄດ້ລົງພົບປະ ຢ້ຽມຢາມຄະນະຄູຝຶກ ແລະ ນັກກິລາທີ່ເຂົ້າສູນຝຶກຊ້ອມຢູ່ສະໜາມກິລາເປຕັງແຫ່ງຊາດ (ວິທະຍາເຂດດົງໂດກ) ແລະ ສູນຝຶກກິລາແຫ່ງຊາດ (ເຂດສີເກີດ) ເພື່ອກະກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ທີ່ແຂວງຊູຣາມາຢາ ແລະ ແຂວງມາລັງ ປະເທດອິນໂດເນເຊຍ ລະຫວ່າງວັນທີ 25 ມິຖຸນາ ຫາ 6 ກໍລະກົດ 2024.
ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ສິນທະວອນ ດາລາວົງ ໄດ້ກ່າວລາຍງານໃຫ້ຮູ້ວ່າ: ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ຮັບການອະນຸມັດຈາກລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອເຂົ້າຮ່ວມງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ທີ່ປະເທດອິນໂດເນເຊຍ ຊຶ່ງລັດຖະບານກໍໄດ້ໃຫ້ຄວາມສະດວກທາງດ້ານຕ່າງໆ ໂດຍສະເພາະແມ່ນດ້ານງົບປະມານໃນການຝຶກຊ້ອມ ແລະ ອື່ນໆ. ພ້ອມກັນນີ້, ທາງສະຫະພັນໄດ້ດຳເນີນການກະກຽມຄວາມພ້ອມທາງດ້ານຕ່າງໆ ເປັນຕົ້ນແມ່ນທາງດ້ານນິຕິກຳ, ຄູຝຶກ ແລະ ນັກກິລາແຕ່ລະປະເພດ. ໃນການກະກຽມເຂົ້າຮ່ວມແຂ່ງຂັນໃນງານດັ່ງກ່າວ, ເນື່ອງຈາກຄວາມຈຳເປັນຫຼາຍດ້ານ, ງົບປະມານມີຈໍາກັດ ແລະ ປະເທດທີ່ເປັນເຈົ້າພາບກໍຢູ່ຫ່າງໄກ. ສະນັ້ນ, ທາງລັດຖະບານ ແລະ ສະຫະພັນກິລາມະຫາວິທະຍາໄລລາວ ຈຶ່ງໄດ້ຕົກລົງສົ່ງປະເພດກິລາ ແລະ ນັກກິລາໃນຈໍານວນຈຳກັດ ໂດຍປະກອບມີ 4 ປະເພດກິລາ ຄື: ກິລາແລ່ນ-ລານ, ເປຕັງ, ປັນຈັກສີລັດ ແລະ ບານບ້ວງ 3X3, ລວມມີນັກກິລາທັງໝົດ 41 ຄົນ.
ທ່ານ ຮອງປະທານ ແລະ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ ຍັງກ່າວໃຫ້ຮູ້ອີກວ່າ: ຈໍານວນນັກກິລາໃນ 4 ປະເພດກິລາທັງໝົດ, ແມ່ນໄດ້ເຂົ້າສູນຝຶກຊ້ອມມາໄດ້ໄລຍະໜຶ່ງແລ້ວ ໂດຍມີ 3 ຈຸດຫຼັກ ຄື: ສະໜາມກິລາເປຕັງແຫ່ງຊາດ (ວິທະຍາເຂດດົງໂດກ), ສູນຝຶກກິລາແຫ່ງຊາດ (ເຂດສີເກີດ) ແລະ ຄະນະວິສະວະກໍາສາດ (ຄວສ) ຊຶ່ງມາຮອດປັດຈຸບັນ ເຫັນວ່າ ນັກກິລາແຕ່ລະປະເພດແມ່ນມີຄວາມພ້ອມສົມຄວນ ເພື່ອຈະສ້າງຜົນງານທີ່ດີໃຫ້ແກ່ປະເທດຊາດ ແລະ ຈາກປະສົບການຕົວຈິງໃນການເຂົ້າຮ່ວມແຂ່ງຂັນຄັ້ງຜ່ານໆມາ ເຫັນວ່າ ກິລາປັນຈັກສີລັດ ແລະ ກິລາເປຕັງ ເປັນກິລາທີ່ມີຄວາມຫວັງຫຼຽນຄໍາຫຼາຍທີ່ສຸດ ໂດຍທາງຄະນະນຳສະຫະພັນກິລາມະຫາວິທະຍາໄລລາວ ໄດ້ຕັ້ງເປົ້າໝາຍສູ້ຊົນໃຫ້ໄດ້ 3 ຫຼຽນຄຳມາຄອງ.
ງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ແມ່ນຈະເປີດສາດຂຶ້ນ ໃນລະຫວ່າງວັນທີ 25 ມິຖຸນາ ຫາ 6 ກໍລະກົດ 2024 ທີ່ແຂວງຊູຣາມາຢາ ແລະ ແຂວງມາລັງ ປະເທດອິນໂດເນເຊຍ ໂດຍຈະມີການຊີງໄຊກັນ 21 ປະເພດກິລາ ປະກອບມີ ຍິງທະນູ, ແລ່ນ-ລານ, ດອກປີກໄກ່, ບານບ້ວງ, ບານບ້ວງ 3×3, ບານສົ່ງຫາດຊາຍ, ບຣິດ (ເກມໄພ້), ໝາກເສິກ, ຟຸດຊໍ, ບານມື, ຢູໂດ, ຄາຣາເຕ, ເປຕັງ, ປັນຈັກຊີລັດ, ກະຕໍ້, ປີນພູ, ລອຍນໍ້າ, ເທຄວັນໂດ, ເທັນນິດ, ບານສົ່ງ ແລະ ກິລາວູຊູ ຊຶ່ງນໍາໃຊ້ 9 ສະໜາມທໍາການແຂ່ງຂັນ ປະກອບມີ State University of Surabaya, Airlangga University, Sepuluh Nopember Institute of Technology, University of Surabaya, UPN “Veteran” East Java, State University of Malang, Brawijaya University, Malang Muhammadiyah University ແລະ Malang Islamic University.
ສຳລັບງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຫຼື ASEAN University Games (AUG) ແມ່ນໄດ້ຈັດຂຶ້ນທຸກໆ 2 ປີ ທີ່ມີນັກກິລາຈາກມະຫາວິທະຍາໄລຂອງບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ ມັນຖືກຄວບຄຸມໂດຍສະພາກິລາມະຫາວິທະຍາໄລອາຊຽນ (AUSC) ສ້າງຕັ້ງຂຶ້ນໃນປີ 1980 ຊຶ່ງມາຮອດປັດຈຸບັນແມ່ນເປັນຄັ້ງທີ 21 ແລ້ວ, ແຕ່ ສປປ ລາວ ໄດ້ເລີ່ມສົ່ງທັບນັກກິລາເຂົ້າຮ່ວມແຂ່ງຂັນເປັນຄັ້ງທໍາອິດ ແມ່ນໃນງານຄັ້ງທີ 10 ໃນປີ 1999 ທີ່ປະເທດໄທ ໂດຍສົ່ງນັກກິລາເຂົ້າແຂ່ງຂັນ 3 ປະເພດ ສາມາດຍາດໄດ້ 1 ຫຼຽນທອງ ຈັດຢູ່ອັນດັບທີ 7 ໃນທັງໝົດ 11 ປະເທດເຂົ້າຮ່ວມ, ຊຸດທີ 2 ແມ່ນງານຄັ້ງທີ 13 ປີ 2006 ທີ່ ສສ ຫວຽດນາມ ໂດຍສົ່ງນັກກິລາເຂົ້າແຂ່ງຂັນ 8 ປະເພດ ສາມາດຍາດໄດ້ 6 ຫຼຽນເງິນ ແລະ 15 ຫຼຽນທອງ ລວມ 21 ຫຼຽນ ຈັດຢູ່ອັນດັບທີ 7 ໃນທັງໝົດ 11 ປະເທດເຂົ້າຮ່ວມ, ຊຸດທີ 3 ແມ່ນງານຄັ້ງທີ 14 ປີ 2008 ທີ່ປະເທດມາເລເຊຍ ໂດຍສົ່ງນັກກິລາເຂົ້າແຂ່ງຂັນ 5 ປະເພດ ສາມາດຍາດໄດ້ 1 ຫຼຽນຄໍາ, 2 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 6 ຫຼຽນ ຈັດຢູ່ອັນດັບທີ 7 ໃນທັງໝົດ 11 ປະເທດເຂົ້າຮ່ວມ, ຊຸດທີ 4 ແມ່ນງານຄັ້ງທີ 15 ປີ 2010 ທີ່ປະເທດໄທ ໂດຍສົ່ງນັກກິລາເຂົ້າແຂ່ງຂັນ 10 ປະເພດ ສາມາດຍາດໄດ້ 2 ຫຼຽນຄໍາ, 9 ຫຼຽນເງິນ ແລະ 30 ຫຼຽນທອງ ລວມ 41 ຫຼຽນ ຈັດຢູ່ອັນດັບທີ 6 ໃນທັງໝົດ 11 ປະເທດເຂົ້າຮ່ວມ, ຊຸດທີ 5 ແມ່ນງານຄັ້ງທີ 16 ປີ 2012 ທີ່ ສປປ ລາວ ໄດ້ເປັນເຈົ້າພາບ ໂດຍສົ່ງນັກກິລາເຂົ້າແຂ່ງຂັນ 17 ປະເພດ ສາມາດຍາດໄດ້ 32 ຫຼຽນຄໍາ, 35 ຫຼຽນເງິນ ແລະ 46 ຫຼຽນທອງ ລວມ 113 ຫຼຽນ ຈັດຢູ່ອັນດັບທີ 5 ໃນທັງໝົດ 11 ປະເທດເຂົ້າຮ່ວມ,
ຊຸດທີ 6 ແມ່ນງານຄັ້ງທີ 17 ປີ 2014 ທີ່ປະເທດອິນໂດເນເຊຍ ໂດຍສົ່ງນັກກິລາເຂົ້າແຂ່ງຂັນ 13 ປະເພດ ສາມາດຍາດໄດ້ 7 ຫຼຽນຄໍາ, 8 ຫຼຽນເງິນ ແລະ 17 ຫຼຽນທອງ ລວມ 32 ຫຼຽນ ຈັດຢູ່ອັນດັບທີ 6 ໃນທັງໝົດ 11 ປະເທດເຂົ້າຮ່ວມ, ຊຸດທີ 7 ແມ່ນງານຄັ້ງທີ 18 ປີ 2016 ທີ່ປະເທດສິງກະໂປ ໂດຍສົ່ງນັກກິລາເຂົ້າແຂ່ງຂັນ 9 ປະເພດ ສາມາດຍາດໄດ້ 3 ຫຼຽນຄໍາ, 9 ຫຼຽນເງິນ ແລະ 9 ຫຼຽນທອງ ລວມ 21 ຫຼຽນ ຈັດຢູ່ອັນດັບທີ 8 ໃນທັງໝົດ 11 ປະເທດເຂົ້າຮ່ວມ, ຊຸດທີ 8 ແມ່ນງານຄັ້ງທີ 19 ປີ 2018 ທີ່ປະເທດມຽນມາ ໂດຍສົ່ງນັກກິລາເຂົ້າແຂ່ງຂັນ 9 ປະເພດ ສາມາດຍາດໄດ້ 7 ຫຼຽນຄໍາ, 9 ຫຼຽນເງິນ ແລະ 11 ຫຼຽນທອງ ລວມ 27 ຫຼຽນ ຈັດຢູ່ອັນດັບທີ 6 ໃນທັງໝົດ 11 ປະເທດເຂົ້າຮ່ວມ ແລະ ຊຸດທີ 9 ແມ່ນງານຄັ້ງທີ 20 ປີ 2022 ທີ່ປະເທດໄທ ໂດຍສົ່ງນັກກິລາເຂົ້າແຂ່ງຂັນ 12 ປະເພດ ສາມາດຍາດໄດ້ 5 ຫຼຽນຄໍາ, 8 ຫຼຽນເງິນ ແລະ 20 ຫຼຽນທອງ ລວມ 33 ຫຼຽນ ຈັດຢູ່ອັນດັບທີ 6 ໃນທັງໝົດ 11 ປະເທດເຂົ້າຮ່ວມ.
ໂດຍ ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ