ຮອງລັດຖະມົນຕີ ສສກ ເນັ້ນ 7 ບັນຫາສໍາຄັນໃຫ້ທັບນັກກິລາລາວ ກ່ອນຮ່ວມງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ພ້ອມໃຫ້ບັນລຸ 2 ຫຼຽນຄໍາ

ທ່ານ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ເນັ້ນໜັກ 7 ບັນຫາທີ່ສຳຄັນໃຫ້ບັນດາຄະນະນໍາ, ຄູຝຶກ ແລະ ນັກກິລາລາວເອົາໃຈໃສ່ ກ່ອນເຂົ້າຮ່ວມ ງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ທີ່ປະເທດອິນໂດເນເຊຍ ເພື່ອພ້ອມກັນສ້າງຜົນງານໃຫ້ບັນລຸ 2 ຫຼຽນຄໍາ ຕາມຄາດໝາຍທີ່ວາງໄວ້ ໃນ 4 ປະເພດກິລາທີ່ສົ່ງເຂົ້າຮ່ວມຊີງໄຊ.
ເມື່ອວັນທີ 19 ມິຖຸນາ 2024 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຂົງຈື ໄດ້ມີກອງປະຊຸມຮັບຟັງການໂອລົມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອກະກຽມເຂົ້າຮ່ວມງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ທີ່ປະເທດອິນໂດເນເຊຍ ໂດຍມີ ທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ປະທານສະຫະພັນກິລາມະຫາວິທະຍາໄລລາວ (ສກມລ), ທ່ານ ສຈ.ປອ ສົມສີ ຍໍພັນໄຊ ທີ່ປຶກສາ ສກມລ, ພ້ອມດ້ວຍຄະນະນຳ ສກມລ, ຄະນະຮັບຜິດຊອບ, ຄູຝຶກ ແລະ ນັກກິລາ 4 ປະເພດເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ໄດ້ຜ່ານສະຫຼຸບໂດຍຫຍໍ້ໃຫ້ຊາບວ່າ: ປະເທດລາວເຄີຍເປັນເຈົ້າພາບຈັດງານມະຫາກຳກິລາມະຫາວິທະຍາໄລອາຊຽນ (AUG) ຄັ້ງທີ 16 ປີ 2012, ເຂົ້າຮ່ວມແຂ່ງຂັນ 17 ປະເພດກິລາ, ສາມາດຍາດໄດ້ 32 ຫຼຽນຄໍາ, 35 ຫຼຽນເງິນ, 46 ຫຼຽນທອງ ລວມທັງໝົດ 113 ຫຼຽນ, ຈັດຢູ່ໃນອັນດັບທີ 5 ໃນ 11 ປະເທດເຂົ້າຮ່ວມ ຊຶ່ງການແຂ່ງຂັນໃນລະດັບມະຫາວິທະຍາໄລອາຊຽນ ແມ່ນຈັດຂຶ້ນໃນທຸກໆ 2 ປີ. ຫຼ້າສຸດ ໃນການແຂ່ງຂັນກິລາ AUG ຄັ້ງທີ 20 ເມື່ອວັນທີ 18 ກໍລະກົດ 2022 ທີ່ມະຫາວິທະຍາໄລຣາສະພັກ ແຂວງອຸບົນຣາສະທານີ ປະເທດໄທ ໄດ້ຄັດເລືອກ ແລະ ຈັດຕັ້ງກິລາເຂົ້າຮ່ວມ 12 ປະເພດ ລວມມີຈໍານວນທັງໝົດ 210 ຄົນ (ຍິງ 42 ຄົນ). ໃນນັ້ນ, ມີນັກກິລາທັງໝົດ 124 ຄົນ (ຍິງ 31 ຄົນ) ຊຶ່ງສາມາດຍາດໄດ້ 5 ຫຼຽນຄໍາ ຕາມຄາດໝາຍທີ່ໄດ້ວາງໄວ້ ຈັດຢູ່ລະດັບທີ 6 ໃນ 11 ປະເທດ ໂດຍຫຼຽນທີ່ໄດ້ຮັບທັງໝົດ 33 ຫຼຽນ. ໃນນັ້ນ, ໄດ້ 5 ຫຼຽນຄໍາ, 8 ຫຼຽນເງິນ ແລະ 20 ຫຼຽນທອງ. ໃນການເຂົ້າຮ່ວມງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ທີ່ ປະເທດອິນໂດເນເຊຍ ລະຫວ່າງວັນທີ 25 ມິຖຸນາ ຫາ 6 ກໍລະກົດ 2024, ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ຈັດສົ່ງ 4 ປະເພດກິລາເຂົ້າຮ່ວມການແຂ່ງຂັນ ປະກອບມີ ກິລາແລ່ນ-ລານ, ເປຕັງ, ປັນຈັກສີລັດ ແລະ ກິລາບານບ້ວງ 3X3 ໂດຍໄດ້ຄາດຄະເນໄວ້ 2 ຫຼຽນຄໍາ ໃນ 4 ປະເພດກິລາ ລວມຈໍານວນຄົນທີ່ເຂົ້າຮ່ວມທັງໝົດ 76 ຄົນ. ໃນນັ້ນ, ມີນັກກິລາ 40 ຄົນ, ຍິງ 16 ຄົນ ແລະ ຄູຝຶກ 16 ທ່ານ, ກຳມະການ 3 ທ່ານ.
ຂະນະດຽວກັນນີ້, ທ່ານ ປອ ສຸລິວັນ ເຊີນວິໄລ ຮອງເລຂາທິການ ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ລາຍງານຊາບວ່າ: ໂດຍອີງຕາມໜັງສືເຊີນຂອງສະພາກິລາມະຫາວິທະຍາໄລອາຊຽນ ສະບັບເລກທີ AUSC.N.100-11(05), ລົງວັນທີ 4 September 2023, ສະຫະພັນກິລາມະຫາວິທະຍາໄລລາວ ໂດຍສົມທົບກັບກົມກິລາລະດັບສູງ ແລະ ສະຫະພັນກິລາປະເພດຕ່າງໆ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືກ່ຽວກັບການກະກຽມຄັດເລືອກປະເພດກິລາ ເພື່ອເຂົ້າຮ່ວມງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ທີ່ປະເທດອິນໂດເນເຊຍ, ໄດ້ຕົກລົງເຫັນດີເປັນເອກກະພາບກັນຈັດສົ່ງ 4 ປະເພດກິລາເຂົ້າຮ່ວມການແຂ່ງຂັນ ປະກອບມີ ກິລາ ແລ່ນ-ລານ, ເປຕັງ, ປັນຈັກສີລັດ ແລະ ກິລາບານບ້ວງ 3X3 ລວມທັງໝົດ ຈໍານວນ 40 ຄົນ, ຍິງ 16 ຄົນ ແລະ ຄູຝຶກ 16 ຄົນ ໂດຍນໍາໃຊ້ງົບປະມານຂອງລັດຖະບານແຫ່ງ ສປປ ລາວ. ນອກຈາກນັກກິລາ ແລະ ຄູຝຶກ ຍັງມີຄະນະນໍາ, ກອງເລຂາເຂົ້າຮ່ວມ ຈໍານວນ 20 ຄົນ, ຍິງ 5 ຄົນ. ສໍາລັບຜົນສໍາເລັດໃນການກະກຽມເຂົ້າຮ່ວມ AUG ຄັ້ງທີ 21 ນີ້, ແມ່ນໄດ້ສໍາເລັດການລົງທະບຽນ ຟອມ F1, F2, F3, F4; ໄດ້ລົງຕິດຕາມການຝຶກຊ້ອມຂອງນັກກິລາທີ່ຝຶກຊ້ອມ ແລະ ເຂົ້າສູນຝຶກຊ້ອມ ຈໍານວນ 3 ຄັ້ງ; ສໍາເລັດການຂໍອະນຸມັດງົບປະມານຈາກລັດຖະບານ ເພື່ອຮັບໃຊ້ເຂົ້າໃນການກະກຽມ ແລະ ການເຂົ້າຮ່ວມການແຂ່ງຂັນ AUG ຄັ້ງທີ 21 ແລະ ມາຮອດປະຈຸບັນໄດ້ມີການເບີກຈ່າຍເງິນຕາມແຜນທີ່ໄດ້ກຳນົດໄວ້; ວຽກງານເຕັກນິກ ໄດ້ສໍາເລັດສ້າງແຜນການລົງຕິດຕາມການຝຶກແອບ 4 ປະເພດກິລາ, ໄດ້ກຳນົດສະຖານທີ່ຝຶກຊ້ອມ ແລະ ເຂົ້າສູນຢູ່ 2 ຈຸດໃຫຍ່ ຄື: ຢູ່ມະຫາວິທະຍາໄລແຫ່ງຊາດ ແລະ ສູນຝຶກກິລາແຫ່ງຊາດ (ສີເກີດ), ໄດ້ລົງຕິດຕາມການຝຶກແອບເປັນປະຈໍາ, ມີການລາຍງານການຝຶກແອບຂອງຄະນະນໍາ ແລະ ຄູຝຶກແຕ່ລະປະເພດກິລາຢ່າງເປັນປົກກະຕິ, ສ່ວນຄາດໝາຍສູ້ຊົນແມ່ນ 2 ຫຼຽນຄໍາ ໃນ 4 ປະເພດກິລາ. ສໍາລັບການເດີນທາງເຂົ້າຮ່ວມງານຄັ້ງນີ້ ໄດ້ແບ່ງອອກເປັນ 2 ກຸ່ມຕາມແຜນຈັດການແຂ່ງຂັນ ຄື: ກຸ່ມທີ 1 ເດີນທາງວັນທີ 23 ມິຖຸນາ 2024 ແລະ ກຸ່ມທີ 2 ເດີນທາງວັນທີ 29 ມິຖຸນາ 2024 ໂດຍສາຍການບິນແອເອເຊຍ.
ໃນໂອກາດດັ່ງກ່າວນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ກ່າວວ່າ: ການເຂົ້າຮ່ວມແຂ່ງຂັນງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ໃນຄັ້ງນີ້, ເປັນການເອກອ້າງໃຫ້ບັນດາປະເທດເພື່ອນມິດອາຊຽນໄດ້ຮັບຮູ້ເຖິງຄວາມເອົາໃຈໃສ່ຂອງພັກ-ລັດຖະບານລາວ ຕໍ່ວຽກງານກິລາ-ກາຍຍະກຳຂອງພວກເຮົາທີ່ມີແນວທາງອັນຖືກຕ້ອງ, ການເຂົ້າຮ່ວມແຂ່ງຂັນກິລາໃນລະດັບອານຸພາກພື້ນ, ພາກພື້ນ ແລະ ສາກົນ ລ້ວນແຕ່ມີຄວາມໝາຍສຳຄັນ ເປັນການຮັດແໜ້ນຄວາມສາມັກຄີກັບບັນດາປະເທດເພື່ອນມິດສາກົນ ຕອບສະໜອງແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໃນການສ້າງສາຍພົວພັນກັບຕ່າງປະເທດ.
ຄຽງຄູ່ກັນນີ້, ທ່ານ ຮອງລັດຖະມົນຕີ ສສກ ຍັງໄດ້ມີຄໍາເຫັນເນັ້ນໜັກບາງຈຸດທີ່ສຳຄັນ ໂດຍສະເພາະແມ່ນ ມອບໃຫ້ສະຫະພັນກິລາມະຫາວິທະຍາໄລລາວ, ກອງເລຂາປະສານ ເອົາໃຈໃສ່ໃນການພົວພັນປະສານງານຢ່າງເອົາຈິງເອົາຈັງກັບປະເທດເຈົ້າພາບ, ກອງເລຂາຂອງຄະນະຈັດການແຂ່ງຂັນໃຫ້ເປັນປົກກະຕິ, ຕິດຕາມຂໍ້ມູນຂ່າວສານໃຫ້ທັນກັບສະພາບການ ແລະ ລາຍງານຂໍຄຳເຫັນຄະນະນຳກະຊວງ ແລະ ປະທານ ສກມລ ຢ່າງເປັນປົກກະຕິ; ມອບໃຫ້ກອງລຂາປະສານງານ ສືບຕໍ່ການສະໜອງຂໍ້ມູນຂ່າວສານດ້ານກົດລະບຽບ, ກະຕິກາຂອງການແຂ່ງຂັນແຕ່ລະປະເພດກິລາ ເພື່ອຜັນຂະຫຍາຍໃຫ້ບັນດາສະຫະພັນກິລາ 4 ປະເພດກິລາໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈໃນການຝຶກຊ້ອມ ແລະ ແຂ່ງຂັນ; ບັນດາຄະນະນຳ, ຄູຝຶກ ຈົ່ງໄດ້ພ້ອມກັນເອົາໃຈໃສ່ໃນການສຶກສາອົບຮົມແນວຄິດ-ການເມືອງຄວາມຮັບຜິດຊອບ, ນຳໃຈຮັກຊາດຂອງນັກກິລາໃຫ້ສູງ ເພື່ອບຸກທະລຸທາງຈິດໃຈຂອງນັກກິລາໃນເວລາຝຶກຊ້ອມ ແລະ ເຂົ້າຮ່ວມການແຂ່ງຂັນ; ມອບໃຫ້ບັນດາຄະນະນໍາ, ຄູຝຶກ ຈົ່ງພ້ອມກັນນຳເອົາຄວາມຮູ້ຄວາມສາມາດມາໝູນໃຊ້ເຂົ້າໃນການຝຶກແອບ-ຝຶກຊ້ອມຂອງນັກກິລາໃຫ້ໄດ້ສະຖິຕິທີ່ດີ ແນ່ໃສ່ເຮັດຜົນການແຂ່ງຂັນຂອງນັກກິລາໄດ້ຮັບຜົນສຳເລັດ ໄດ້ຮັບຫຼຽນຄຳຕາມຄາດໝາຍທີ່ວາງໄວ້; ເອົາໃຈໃສ່ໃນການຕິດຕາມ, ການເບິ່ງແຍງສຸຂະພາບ, ການດຳລົງຊີວິດຂອງນັກກິລາໃນເວລາເຂົ້າສູນຝຶກຊ້ອມ ແລະ ການເຂົ້າຮ່ວມແຂ່ງຂັນຢ່າງໃກ້ສິດ, ແລະ ເປັນປົກກະຕິ; ມອບໃຫ້ຄະນະຮັບຜິດຊອບ ຊີ້ນຳບັນດາຄູຝຶກ, ນັກກິລາ ຕໍ່ການກະກຽມຄວາມພ້ອມໃນການເດີນທາງເຂົ້າຮ່ວມການແຂ່ງຂັນ ເຊັ່ນ: ເຄື່ອງນຸ່ງ, ຊຸດແຂ່ງຂັນ, ອາຫານການກິນ, ຢາປົວພະຍາດ, ໜັງສືເດີນທາງ, ອຸປະກອນຮັບໃຊ້ການຝຶກແອບ, ອຸປະກອນການແຂ່ງຂັນ ແລະ ອື່ນໆ ທີ່ຕິດພັນກັບການເດີນທາງຄັ້ງນີ້; ມອບໃຫ້ສະຫະພັນກິລາມະຫາວິທະຍາໄລລາວ ກະກຽມ ແລະ ປະກອບເອກະສານທາງດ້ານການປະຕິບັດນະໂຍບາຍການຝຶກຊ້ອມໃຫ້ແກ່ຄູຝຶກ, ນັກກິລາທີ່ເຂົ້າສູນຝຶກຊ້ອມ ແລະ ການເດີນທາງເຂົ້າຮ່ວມງານແຂ່ງຂັນ ເພື່ອພ້ອມກັນສ້າງຜົນງານໃຫ້ບັນລຸ 2 ຫຼຽນຄໍາ ຕາມຄາດໝາຍທີ່ວາງໄວ້ ໃນ 4 ປະເພດກິລາທີ່ສົ່ງເຂົ້າຮ່ວມຊີງໄຊໃນງານດັ່ງກ່າວ.
ງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ແມ່ນຈະເປີດສາດຂຶ້ນ ໃນລະຫວ່າງວັນທີ 25 ມິຖຸນາ ຫາ 6 ກໍລະກົດ 2024 ທີ່ແຂວງຊູຣາມາຢາ ແລະ ແຂວງມາລັງ ປະເທດອິນໂດເນເຊຍ ໂດຍຈະມີການຊີງໄຊກັນ 21 ປະເພດກິລາ ປະກອບມີ ຍິງທະນູ, ແລ່ນ-ລານ, ດອກປີກໄກ່, ບານບ້ວງ, ບານບ້ວງ 3×3, ບານສົ່ງຫາດຊາຍ, ບຣິດ (ເກມໄພ້), ໝາກເສິກ, ຟຸດຊໍ, ບານມື, ຢູໂດ, ຄາຣາເຕ, ເປຕັງ, ປັນຈັກຊີລັດ, ກະຕໍ້, ປີນພູ, ລອຍນໍ້າ, ເທຄວັນໂດ, ເທັນນິດ, ບານສົ່ງ ແລະ ກິລາວູຊູ ຊຶ່ງນໍາໃຊ້ 9 ສະໜາມທໍາການແຂ່ງຂັນ ປະກອບມີ State University of Surabaya, Airlangga University, Sepuluh Nopember Institute of Technology, University of Surabaya, UPN “Veteran” East Java, State University of Malang, Brawijaya University, Malang Muhammadiyah University ແລະ Malang Islamic University.
ໂດຍ ດາວຫວຽດ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
