Skip to main content

“ວະລາດິມີ ເປໂຕວິດ ເດມິຄັອບ” ນັກວິທະຍາສາດຄົນແຮກ ທີ່ຜ່າຕັດເຮັດໝາ 2 ຫົວສໍາເລັດ ເປັນຕົ້ນກຳເນີດຂອງການປູກຖ່າຍອະໄວຍະວະຄົນ

ທ່ານ ວະລາດິມີ ເປໂຕວິດ ເດມິຄັອບ ຄືອັດສະລິຍະທາງການແພດທີ່ຫຼາຍຄົນບໍ່ຄ່ອຍຮູ້ຈັກ, ໃນປີ ຄສ 1954 ທ່ານ ເດມິຄັອບ ປະສົບຄວາມສຳເລັດໃນການນຳຫົວຂອງໂຕໝາທີ່ມີຂະໜາດນ້ອຍໄປຕໍ່ໃສ່ໝາໃຫຍ່ອີກໂຕໜຶ່ງໄດ້ສຳເລັດ ແລະ ຫຍິບລະບົບໄຫຼວຽນເລືອດເຂົ້າດ້ວຍກັນ ແລະ ເຊື່ອມເຂົ້າກັບກະດູກສັນຫຼັງ.

ຫົວຂອງໝາທີ່ນຳມາຕໍ່ນັ້ນ ຍັງເຫົ່າ ແລະ ຮ້ອງ ແລະ ໃນເມື່ອມີອາການຫິວນ້ຳ ມັນກໍສາມາດກິນນ້ຳນົມທີ່ນຳມາໃຫ້ ແລະ ເມື່ອຮ້ອນ ກໍແລບລີ້ນ ແລະ ຫາຍໃຈແຮງ.

ແຕ່ດ້ວຍຄວາມທີ່ຍັງບໍ່ຕໍ່ຫຼອດອາຫານຂອງໝາໂຕນ້ອຍເຂົ້າກັບກະເພາະອາຫານ ເຮັດໃຫ້ອາຫານ ແລະ ນ້ຳທີ່ໝາໂຕນ້ອຍກິນເຂົ້າໄປນັ້ນຈະໄຫຼຜ່ານທໍ່ລົງສູ່ພື້ນ.

ໝາສອງຫົວນີ້ຕາຍຫຼັງຈາກຜ່ານການຜ່າຕັດໄປໄດ້ 6 ວັນ ແລະ ເປັນເວລາຫຼາຍປີ ຈາກນັ້ນ ເດມິຄັອບ ກໍໄດ້ເຮັດໃຫ້ໝາຫຼາຍໂຕຕ້ອງເສຍຊີວິດເນື່ອງຈາກນຳມາທົດລອງ ຫາກແຕ່ລະຄັ້ງກໍເຮັດໃຫ້ການຜ່າຕັດນັ້ນພັດທະນາຫຼາຍຂຶ້ນ ໂອກາດລອດຂອງສັດທົດລອງກໍມີຫຼາຍຂຶ້ນເລື້ອຍໆ ໂດຍໜຶ່ງໃນໝາທົດລອງທີ່ນຳມາຕໍ່ຫົວນີ້ ສາມາດຢູ່ໄດ້ດົນເຖິງ 29 ວັນ.

ຂ່າວການທົດລອງຂອງທ່ານ ເດມິຄັອບນັ້ນ, ໂດ່ງດັງໄປທົ່ວໂລກ ສ້າງສຽງວິຈານໄປທົ່ວຜູ້ຄົນ ຫາວ່າເຂົາທາລຸນສັດ ຫາກແຕ່ທ່ານ ເດມິຄັອບ ກໍບໍ່ຫວັ່ນໄຫວ ເຂົາຮູ້ແຕ່ທຳອິດແລ້ວວ່າຍ່ອມຫຼີກລ່ຽງບໍ່ໄດ້ທີ່ຈະຖືກວິຈານ ແຕ່ເຂົາກໍແນ່ໃຈວ່າ ການທົດລອງຂອງຕົນ ຄືການປູທາງສູ່ຄວາມກ້າວໜ້າທາງການແພດໃນອະນາຄົດ ແລະ ເມື່ອແພດທົ່ວໂລກ ສຶກສາວຽກງານຂອງທ່ານ ເດມິຄັອບ ກໍເລີ່ມເຊື່ອວ່າ ບາງທີການປູກຖ່າຍອະໄວຍະວະອາດຈະເປັນສິ່ງທີ່ເປັນໄປໄດ້.

 

ທ່ານ ວະລາດິມີ ເປໂຕຣວິດ ເດມິຄັອບ ເກີດໃນຄອບຄົວຊາວນາ ທີ່ປະເທດຣັດເຊຍ  ໃນປີ 1916 ແລະ ເສຍຊີວິດໃນປີ 1998 ດ້ວຍໄວ 82 ປີ ແລະ ຫຼັງຈາກການເສຍຊີວິດ ຜູ້ຄົນຈຶ່ງເຫັນຄຸນຄ່າໃນຜົນງານຂອງເພີ່ນ ແລະ ໃນປັດຈຸບັນ ວິທະຍາການປູກຖ່າຍອະໄວຍະວະນັ້ນກ້າວໜ້າກວ່າໃນອະດີດຫຼາຍ ໃນທຸກປີ ມີການຜ່າຕັດປູກຖ່າຍຫົວໃຈປີລະກວ່າ 3.500 ຄັ້ງທົ່ວໂລກ ແລະ ທັງໝົດນີ້ ຈະເກີດຂຶ້ນບໍ່ໄດ້ເລີຍ ຫາກບໍ່ມີການທົດລອງຂອງທ່ານ ເດມິຄັອບ ທີ່ຫຼາຍຄົນເບິ່ງວ່າທາລຸນສັດຂອງແພດທີ່ຊື່ວ່າ: ວະລາດິມີ ເປໂຕຣວິດ ເດມິຄັອບ.

https://www.blockdit.com/posts/669f58f13afaa20b58682799

ໂດຍ ມິດລັນດອນ