Skip to main content

ການແຂ່ງຂັນເຕະບານ ມັດສະດ້າ ຊາເລັນ ຄັບ 2024 ຈະເປີດສາກກາງເດືອນນີ້

01/08/2024

ການແຂ່ງຂັນເຕະບານ ມັດສະດ້າ ຊາເລັນ ຄັບ 2024 ຫຼື Mazda Challenge Cup 2024 ຊີງເງິນລາງວັນລວມ 90 ລ້ານກີບ ໂດຍມີບັນດາສະໂມສອນທ່ີ່ມາຈາກຂອບເຂດທົ່ວປະເທດ ເຂົ້າຮ່ວມ. ໃນນັ້ນມີພຽງໜຶ່ງທີມມາຈາກປະເທດເພື່ອນບ້ານ ໄທ ຮ່ວມແຂ່ງຂັນ ຈະເປີດສາກແຂ່ງຂັນໃນລະຫວ່າງວັນທີ 10-11 ສິງຫາ 2024 ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ເມືອງໄຊທານີ ນະຄອນຫຼວງວຽງຈັນ.


ພິທີຈັບສະຫຼາກການແຂ່ງຂັນ ມັດສະດ້າ ຊາເລັນ ຄັບ 2024 ຫຼື Mazda Challenge Cup 202 ຈັດຂຶ້ນເມື່ອວັນທີ 31 ກໍລະກົດ ຜ່ານມາ ທີ່ສະຫະພັນບານເຕະແຫ່ງຊາດລາວ ໂດຍການເຂົ້າຮ່ວມຂອງ ທ່ານ ທະນົງຈິດ ວິລະສັກ ຮອງຫົວໜ້າພະແນກຈັດການແຂ່ງຂັນສະຫະພັນບານເຕະແຫ່ງຊາດລາວ, ທ່ານ ທິບພະເນດ ແກ້ວມະນີວົງ ປະທານສະໂມສອນ ມັດສະດ້າ ຈີບີ ເອັບຊີ ແລະ ທ່ານ ບຸນມາ ປະຖໍາມະວົງ ຫົວໜ້າຄະນະຮັບຜິດຊອບຈັດການແຂ່ງຂັນ ພ້ອມດ້ວຍບັນດາຄະນະນໍາ, ຄູຝຶກ ແລະ ນ້ອງໆນັກກິລາ ຕະຫຼອດຮອດສື່ມວນຊົນລາວ ເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນກິລາເຕະບານເຍົາວະຊົນ 7 ຄົນ ລາຍການ Mazda Challenge Cup 2024 ຊີງເງີນລາງວັນລວມມູນຄ່າ 90.000.000 ກີບ ມີບັນດານັກກິລາເຍົາວະຊົນຈາກທົ່ວປະເທດ ເຂົ້າຮ່ວມຊີງໄຊ 1 ພັນກວ່າຄົນ ຈະຈັດຂຶ້ນ ໃນລະຫວ່າງວັນທີ່ 10-11 ສິງຫາ 2024 ຊຶ່ງຈະມີການຊິງໄຊ 6 ຮຸ່ນ ຄື: ຢູ-8, ຢູ-10, ຢູ-11, ຢູ-12 ແລະ ຢູ-13-14 ສະເພາະການແຂ່ງຂັນ ຢູ-13-14 ຈະແຂ່ງຂັນ 11 ຄົນ ທຸກລາຍການຈະນຳໃຊ້ກຳມະການຕັດສິນ ສະໜາມລະ 3 ຄົນ ມີການຈັບກັບດັກລໍ້າໜ້າ.

ຜົນການຈັບສະຫຼາກແບ່ງສາຍ ຜົນປາກົດວ່າ: ຮຸ່ນອາຍຸບໍ່ເກີນ 8 ປີ ມີ 10 ສະໂມສອນເຂົ້າຮ່ວມແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ A: ໂຮງຮຽນ ໂລໂກ ສິງຄຳ (Logo Singkham), ຈີ-ຈູເນ່ຍ G-Junoir, ພີເຄພີ ຫຼວງພະບາງ (PKP Luangprabang) ແລະ ຄຳໃສ ເອັບຊີ (Khamsay FC) ສ່ວນ ກຸ່ມ B: ດັບເບິນຢູໄອຈີ ນາຄາ (W.I.G NAGA), ມັດສະດ້າ ຈີບີ ເອັບຊີ (Mazda GB FC), ບີໄອເອັດ (BIS) ແລະ ປາກຊັນ ເອັບຊີ.
ຮຸ່ນອາຍຸບໍ່ເກີນ 10 ປີ ມີ 12 ສະໂມສອນເຂົ້າຮ່ວມແບ່ງອອກເປັນ 4 ກຸ່ມຄື: ກຸ່ມ A: ມັດສະດ້າ, ພີເຄພີ ຫຼວງພະບາງ ແລະ ເອັດແອວ ອາຄາເດມີ້ ອຸດົມໄຊ; ກຸ່ມ B: ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ, ບີໄອເອັດ ແລະ ດັບເບິນຢູໄອຈີ ນາຄາ; ກຸ່ມ C: ພີເຄ (PK), ສະຫວັນ ຢູໄນເຕັດ ແລະ ຈີ-ຈູເນ່ຍ; ກຸ່ມ D: ເດັກພວນ ຈາກແຂວງຊຽງຂວາງ, ສະປີດ ເອັບຊີ (Speed FC) ແລະ ພົມມະທັດ ເອັບຊີ (PMT FC).

ຮຸ່ນອາຍຸບໍ່ເກີນ 11 ປີມີ 10 ສະໂມສອນເຂົ້າຮ່ວມຊີງໄຊແບ່ງເປັນ 2 ກຸ່ມ ຄື: ກຸ່ມ A: ສະປີດ ເອັບຊີ, ພອນປະເສີດ, ເດັກພວນ, ວອນທະບິງ ເອັບຊີ ແລະ ມັດສະດ້າ ຈີບີ ເອັບຊີ; ກຸ່ມ B: ຄຳໃສ ເອັບຊີ, ພີເຄ, ພີເຄພີ ຫຼວງພະບາງ, ພົມມະທັດ ເອັບຊີ ແລະ ສະຫວັນ ອີໂວ ຢູໄນເຕັດ.
ຮຸ່ນອາຍຸບໍ່ເກີນ 12 ປີ ມີ 12 ສະໂມສອນເຂົ້າຮ່ວມຊີງໄຊແບ່ງອອກເປັນ 4 ກຸ່ມ ຄື: ກຸ່ມ A: ຄຳໃສ ເອັບຊີ, ພົມມະທັດ ເອັບຊີ, ຈີ-ຈູເນ່ຍ ແລະ ບໍລິສັດ 3ເອັດ; ກຸ່ມ B: ມາດເຕີ ເຊເວັນ ເອັບຊີ, ບີວາຍອີ, ມັດສະດ້າ ແລະ ດັບເບິນຢູໄອຈີ; ກຸ່ມ C: ເຄດີດີ ຫຼື Muanghat, ພົມມະທັດ, ເພື່ອແທ້ ປາກຊັນ Academy ແລະ ເອັດແອວ ອາຄາເດມີ້; ກຸ່ມ D: ບໍລິສັດ ວີເອັດ ຂົ່ນສົ່ງ, ເດັກພວນ, ວຽງຈັນ ເອັບທີ ແລະ ພີເຄພີ ຫຼວງພະບາງ.

ຮຸ່ນອາຍຸບໍ່ເກີນ 13-14 ປີ ມີ 22 ສະໂມສອນເຂົ້າຮ່ວມຊີງໄຊແບ່ງອອກເປັນ 7 ກຸ່ມ ຄື: ກຸ່ມ A: ມັດສະດ້າ, ມາດເຕີ ເຊເວັນ, ພົມມະທັດ ແລະ ຊຸບເປີສະຕາ; ກຸ່ມ B: ຄຳໃສ, ຄຣິດຕຽນ ໄທ ແລະ ພີເຄພີ ຫຼວງພະບາງ; ກຸ່ມ C: ພົມມະທັດ, ເອັບຊີເອ ເອັບຊີ ແລະ ໄຊຊະນະ ອາຄາເດມີ້; ກຸ່ມ D: ວອນທະບິງ ຫຼວງພະບາງ, ບີໄອເອັດ ແລະ ເຮືຶອເຫຼັກ ເອັບຊີ; ກຸ່ມ E: ພີເຄ, ວຽງຈັນ ເອັບທີ ແລະ ເອັດແອວ ອາຄາເດມີ້; ກຸ່ມ F: ນິນຈາ ເອັບຊີ, ບີເອັນ ອາຄາເດມີ້ ແລະ ສະປີດ ເອັບຊີ; ກຸ່ມ G: Dinosaur Savanaket FC, ປາກຊັນ ເອັບຊີ ແລະ ຈີ-ຈູເນ່ຍ ອາຄາເດມີ້.

ຂ່າວ-ພາບໂດຍ ສົງການ ພັນແພງດີ