ສ.ເກົາຫຼີ ກຽມປັບຫຼັກສູດການສຶກສາ ເນັ້ນທັກສະເຕັກໂນໂລຊີ ສ້າງແຮງງານໄອທີ 1 ລ້ານຄົນ ມີມະຫາວິທະຍາໄລດ້ານຊອບແວຄົບ 100 ແຫ່ງ ໃນປີ 2027

ກະຊວງສຶກສາທິການ ສ.ເກົາຫຼີ ຮ່ວມມືກັບກະຊວງອື່ນໆໃນປະເທດ ກຽມຈັດຝຶກອົບຮົມ ແລະ ຜະລິດບຸກຄະລາກອນທີ່ມີຄວາມສາມາດດ້ານອຸດສາຫະກຳດິຈິຕ໋ອນ ໂດຍຕັ້ງເປົ້າໄວ້ທີ່ 1 ລ້ານຄົນພາຍໃນປີ 2026 ຊຶ່ງຈະປັບຫຼັກສູດການສຶກສາ ໂດຍເພີ່ມຊົ່ວໂມງຫຼັກສູດເຕັກໂນໂລຊີຂໍ້ມູນຂ່າວສາເປັນ 2 ເທົ່າ ສຳລັບໂຮງຮຽນປະຖົມສຶກສາ ແລະ ມັດທະຍົມສຶກສາ ແລະ ກຳນົດໃຫ້ໂຮງຮຽນດຳເນີນການສຶກສາຂຽນໂປຣແກຣມຄອມພິວເຕີ. ຂະນະດຽວກັນນີ້, ກະຊວງມີແຜນທີ່ຈະໃຫ້ ສ.ເກົາຫຼີ ມີມະຫາວິທະຍາໄລດ້ານຊອບແວ ຄົບ 100 ແຫ່ງ ພາຍໃນປີ 2027.
ການປ່ຽນແປງຫຼັກສູດການສຶກສາ ຈະເລີ່ມຕັ້ງແຕ່ລະດັບປະຖົມສຶກສາ ໃຫ້ເພີ່ມຊົ່ວໂມງຮຽນວິຊາໄອທີຈາກ 17 ຊົ່ວໂມງ ເປັນ 34 ຊົ່ວໂມງ ແລະ ໃນລະດັບມັດທະຍົມສຶກສາຕອນຕົ້ນ ໃຫ້ເພີ່ມຈຳນວນຊົ່ວໂມງຮຽນວິຊາໄອທີຈາກ 34 ຊົ່ວໂມງເປັນ 68 ຊົ່ວໂມງ ໂດຍຈະດຳເນີນການປັບປ່ຽນຫຼັກສູດໃຫ້ແລ້ວພາຍໃນປີ 2025 ຊຶ່ງຈະມີທັງການສອນເລື່ອງການຄິດຄຳນວນ (Computational Thinking) ແລະ ການຂຽນໂປຣແກຣມລວມທັງພາສາຄອມພິວເຕີຕ່າງໆ.
ສ່ວນໂຮງຮຽນວິທະຍາສາດ ຫຼື ຫ້ອງຮຽນພິເສດສຳລັບກຸ່ມນັກຮຽນທີ່ມີຄວາມສະຫຼາດໂດດເດັ່ນ ຈະມີການຈັດຫຼັກສູດພິເສດດ້ານຊອບແວ ແລະ ປັນຍາປະດິດໃຫ້ໄດ້ຮຽນກັນກ່ອນທີ່ຈະເຂົ້າຮັບການສຶກສາໃນລະດັບທີ່ສູງຂຶ້ນ.
ທ່ານ ໂອ ຊອກ ຮວານ ຜູ້ອຳນວຍການສຳນັກງານວາງແຜນ ແລະ ປະສານງານຂອງກະຊວງສຶກສາທິການ ສ.ເກົາຫຼີ ກ່າວວ່າ: ໃນໂຮງຮຽນປະຖົມສຶກສາ ນັກຮຽນຈະໄດ້ຮຽນຮູ້ການສ້າງຄວາມຄຸ້ນເຄີຍກັບພາສາຄອມພິວເຕີໂດຍລວມ ຜ່ານກິດຈະກຳທີ່ເນັ້ນການຫຼິ້ນເປັນຫຼັກ, ນັກຮຽນມັດທະຍົມຕອນຕົ້ນ ຈະໄດ້ຮຽນຮູ້ວິທີຈັດການກັບປັນຫາໃນຊີວິດຈິງ ດ້ວຍການຂຽນໂຄດ, ໃນຂະນະທີ່ນັກຮຽນມັດທະຍົມຕອນປາຍ ຈະໄດ້ຮັບການຝຶກອົບຮົມເພື່ອສ້າງແນວຄິດຢ່າງມີເຫດຜົນ ທີ່ຜູ້ຂຽນໂປຣແກຣມໃຊ້ໃນການອະທິບາຍວິທີການຢ່າງເປັນຂັ້ນຕອນຕາມລຳດັບໃນການທີ່ຈະພັດທະນາໂປຣແກຣມນັ້ນໆ ເພື່ອກວດສອບຂັ້ນຕອນຕ່າງໆ ໃນການວາງແຜນ ແລະ ຄວາມຖືກຕ້ອງໃນແຕ່ລະຂັ້ນຕອນ.
ກະຊວງສຶກສາທິການລະບຸວ່າ: ອຸດສາຫະກໍາດິຈິຕ໋ອນໃນທ້ອງຖິ່ນ ຊຶ່ງລວມໄປເຖິງປັນຍາປະດິດ, ບລັອກເຊັນ, ຊັອບແວທົ່ວໄປ, ບິກດາຕາ, ເມຕາເວີດ, ຄລາວ, ຄວາມປອດໄພທາງໄຊເບີ, ອິນເຕີເນັດອັອບຕິງ, 5 ຈີ ແລະ 6 ຈີ ລວມເຖິງອື່ນໆ ຈະຕ້ອງໃຊ້ແຮງງານທີ່ມີທັກສະ 738.000 ຄົນ.
ພາຍໃນ 5 ປີຕໍ່ໜ້າ ຄວາມຕ້ອງການນີ້ ອາດຈະເພີ່ມຂຶ້ນ ເນື່ອງຈາກອຸດສາຫະກຳອື່ນໆ ຈະຕ້ອງມີຜູ້ຊ່ຽວຊານກ່ຽວກັບແພັດຟອມດິຈິຕ໋ອນເຊັ່ນກັນ ຊຶ່ງຈາກຈຳນວນເປົ້າໝາຍ 1 ລ້ານຄົນນັ້ນ, 160.000 ຄົນ ຈະເປັນຜູ້ສໍາເລັດການສຶກສາລະດັບມັດທະຍົມສຶກສາຕອນປາຍ ຫຼື ສຳເລັດການສຶກສາລະດັບວິທະຍາໄລ, 710.000 ຄົນ ໃນລະດັບປະລິນຍາຕີ ແລະ 130.000 ຄົນ ໃນລະດັບປະລິນຍາໂທ ຫຼື ປະລິນຍາເອກ.
ທັງນີ້, ເພື່ອເປັນການສະໜັບສະໜູນການສຶກສາດິຈິຕ໋ອນ, ກະຊວງສຶກສາທິການ ຈະຍົກເລີກການຈຳກັດຕົວເລກນັກຮຽນໃນພະແນກຕ່າງໆຂອງມະຫາວິທະຍາໄລທີ່ກ່ຽວຂ້ອງກັບອຸດສາຫະກຳດິຈິຕ໋ອນ ເພື່ອໃຫ້ໂຮງຮຽນສາມາດເປີດ ຫຼື ຂະຫຍາຍພະແນກໄດ້ເພີ່ມຂຶ້ນ.
ເນື່ອງຈາກອຸດສາຫະກຳດິຈິຕ໋ອນ ຕ້ອງການຜູ້ຊ່ຽວຊານທີ່ມີທັກສະສູງ ກະຊວງຍັງວາງແຜນເປີດສະຖາບັນການສຶກສາໃນລະດັບບັນດິດວິທະຍາໄລ ໂດຍມຸ່ງເນັ້ນສະເພາະດ້ານ ທັງປັນຍາປະດິດ, ເຕັກໂນໂລຊີ VR ຫຼື ຄວາມເປັນຈິງສະເໝືອນ, ຄວາມປອດໄພທາງໄຊເບີ ແລະ ບິກດາຕ້າ.
ນອກຈາກນີ້, ກະຊວງຍັງຈະແນະນໍາຫຼັກສູດເນັ້ນໜັກໃນມະຫາວິທະຍາໄລຕ່າງໆໃນປີນີ້ ເພື່ອພັດທະນາເຕັກໂນໂລຊີດິຈິຕ໋ອນເຂົ້າກັບສາຂາວິຊາອື່ນໆ ເຊັ່ນ: ມະນຸດສາດ ແລະ ສັງຄົມສຶກສາ ເພື່ອການສຶກສາແບບຄອນເວີເຈນ ຫຼື ແບບເຊື່ອມໂຍງກັນ.
https://www.blockdit.com/posts/63038080df031b8a799f0360
https://www.blognone.com/node/129956
ໂດຍ ມິດລັນດອນ