Skip to main content

ຄູອາຈານຂອງໂຮງຮຽນໃນປະເທດຍີ່ປຸ່ນ ລາປ່ວຍເພີ່ມຂຶ້ນສູງ ຈາກອາການດ້ານຈິດໃຈ

ລັດຖະບານຍີ່ປຸ່ນ ເປີດເຜີຍຜົນຂອງການສໍາຫຼວດວ່າ ຈຳນວນ​ຄູ​ອາຈານ​ທີ່​ຕ້ອງ​ລາ​ພັກ ຍ້ອນ​ອາການທາງດ້ານຈິດ​ໃຈທີ່ເກີດຂຶ້ນຢູ່ໃນ​ໂຮງຮຽນຂອງພາກ​ລັດ​ນັ້ນ ເພີ່ມຂຶ້ນເປັນສະຖິຕິສູງສຸດ 6.539 ຄົນ ໃນປີງົບປະມານ 2022 ໂດຍອ້າງເຖິງເຫດຜົນທີ່ມີຄວາມເປັນໄປໄດ້. ທັງນີ້, ກໍຍ້ອນວ່າ ຄູມີພາລະໜ້າທີ່ຄວາມຮັບຜິດຊອບເພີ່ມຂຶ້ນ ທ່າມກາງການລະບາດຂອງພະຍາດໂຄວິດ-19.

ກະຊວງ​ສຶກສາ​ຂອງ​ຍີ່ປຸ່ນ​ເປີດ​ເຜີຍ​ວ່າ: ​ໃນ​ປີ​ງົບປະມານ 2022, ນັບ​ເຖິງ​ເດືອນ​ມີນາ 2023 ຈຳນວນຄູສອນທີ່ເຈັບປ່ວຍທາງຈິດໃຈໄດ້ເພີ່ມຂຶ້ນ 642 ຄົນ ຈາກປີ 2021 ຊຶ່ງເປັນປີທີສອງເພີ່ມຂຶ້ນຕິດຕໍ່ກັນ ຕົວເລກນີ້ກວມເອົາ 0,71% ຂອງຄູທັງໝົດໃນໂຮງຮຽນປະຖົມ, ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ, ລວມທັງໂຮງຮຽນສຳລັບເດັກພິເສດ ຫຼື ປະມານ 1 ໃນ 140 ຄົນ.

ທັງນີ້, ຈຳ​ນວນ​ຄູ​ອາ​ຈານ​ທີ່​ລາ​ອອກວຽກ​ຈາກອາ​ການ​ເຈັບ​ປ່ວຍ​ທາງ​ຈິດໃຈ​ ​ມີ​ຢູ່​ປະ​ມານ 5.000 ຄົນ​ໃນ​​ບໍ່ເທົ່າໃດປີ​ທີ່ຜ່ານມາ ແຕ່ມັນເພີ່ມຂຶ້ນຫຼາຍກວ່າ 1.300 ຄົນ ໃນ 2 ປີ ນັບຕັ້ງແຕ່ປີງົບປະມານ 2020 ຊຶ່ງເປັນຈຸດເລີ່ມຕົ້ນຂອງການແຜ່ລະບາດຂອງໂຄວິດ-19.

ຜູ້ຊ່ຽວຊານດ້ານການສຶກສາກ່າວວ່າ: ຈໍານວນຄູສອນທີ່ເຈັບປ່ວຍທາງຈິດໃຈແມ່ນເພີ່ມຂຶ້ນ ໂດຍສ່ວນໜຶ່ງແມ່ນຍ້ອນຄວາມຮັບຜິດຊອບທີ່ເພີ່ມຂຶ້ນຈາກການລະບາດຂອງພະຍາດໂຄວິດ-19 ເຊັ່ນ: ຄວາມຈຳເປັນໃນການໃຊ້ມາດຕະການປ້ອງກັນການຕິດເຊື້ອ ແຕ່ຍັງໄດ້ລະບຸເຖິງທ່າອ່ຽງໃນຄຳຮ້ອງທີ່ເພີ່ມຂຶ້ນຈາກຜູ້ປົກຄອງຂອງນັກຮຽນດ້ວຍ.

ຜູ້ຊ່ຽວຊານຍັງກ່າວອີກວ່າ: ການຂາດແຄນຄູຢູ່ໃນໂຮງຮຽນແມ່ນເປັນບັນຫາຮ້າຍແຮງໃນປະເທດຍີ່ປຸ່ນ ໂດຍນັກສຶກສາທີ່ຈົບໃໝ່ ແມ່ນຫຼີກລ່ຽງການເຂົ້າສູ່ອາຊີບຄູທີ່ຖືກເບິ່ງວ່າມີພາລະທີ່ໜັກໜ່ວງ. ແຕ່ໃນຂະນະດຽວກັນ, ໄດ້ສັງເກດເຫັນວ່າ ຈຳນວນຄູທີ່ລາວຽກ ແມ່ນເພີ່ມຂຶ້ນ ເນື່ອງຈາກການເຈັບປ່ວຍ ຫຼື ການເກີດລູກ.

https://www.blockdit.com/posts/65bf6bc8fb165a5ab7478e8e

ໂດຍ ມິດລັນດອນ