ຂ້ອຍບໍ່ໄດ້ລົ້ມເຫຼວ ຂ້ອຍພຽງພົບກັບ 10.000 ວິທີທີ່ໃຊ້ງານບໍ່ໄດ້ ຄຳເວົ້າຂອງທ່ານ ໂທມັດ ໜຶ່ງໃນຜູ້ຄິດຄົ້ນຫຼອດໄຟ

Thomas A. Edison ນັກປະດິດ, ນັກທຸລະກິດຊາວສະຫະລັດອາເມຣິກາ ແລະ ໜຶ່ງໃນຜູ້ຄິດຄົ້ນຫຼອດໄຟ ຜູ້ທີ່ເຄີຍໄດ້ກ່າວວ່າ “ຂ້ອຍບໍ່ໄດ້ລົ້ມເຫຼວ ຂ້ອຍພຽງພົບກັບ 10.000 ວິທີທີ່ໃຊ້ງານບໍ່ໄດ້”.
ຫຼາຍໆຄົນມີເປົ້າໝາຍ ແລະ ຄວາມຝັນ ແຕ່ບໍ່ກ້າທີ່ຈະເດີນຕາມເສັ້ນທາງແຫ່ງຄວາມຝັນນັ້ນ ເພາະຢ້ານຄວາມຜິດພາດລົ້ມເຫຼວທີ່ຈະເກີດຂຶ້ນ ແຕ່ຢ່າລືມວ່າໃນເສັ້ນທາງເດີນຂອງຊີວິດທີ່ຈະໄປສູ່ເປົ້າໝາຍ ແລະ ຄວາມສຳເລັດນັ້ນ ເກືອບທຸກຄົນທີ່ປະສົບຄວາມສຳເລັດລ້ວນແຕ່ຕ້ອງພົບກັບຄວາມຜິດພາດລົ້ມເຫຼວກັນມາເກືອບໝົດ.
ຫາກເຮົາບໍ່ກ້າເຮັດຕາມຄວາມຝັນ ມົວແຕ່ຢ້ານຄວາມຜິດພາດລົ້ມເຫຼວ ແລະ ບໍ່ຍອມທີ່ຈະເດີນໄປຕາມເສັ້ນທາງນັ້ນ ເຮົາກໍຈະບໍ່ມີວັນທີ່ຈະບັນລຸເປົ້າໝາຍໄດ້ເລີຍ ແຕ່ຖ້າເຮົາກ້າທີ່ຈະເດີນໃນເສັ້ນທາງນັ້ນ ເຖິງຈະຕ້ອງພົບກັບຄວາມຜິດພາດລົ້ມເຫຼວທີ່ເຂົ້າມາ ຢ່າງໜ້ອຍກໍຍັງມີໂອກາດທີ່ຈະປະສົບກັບຄວາມສຳເລັດໄດ້. ພ້ອມກັນນີ້, ສິ່ງທີ່ສໍາຄັນກໍຄື ເຮົາຕ້ອງມີການສຶກສາ ຮຽນຮູ້ໃນເລື່ອງນັ້ນໆ ກ່ອນທີ່ຈະລົງມືເຮັດ ມີການວາງແຜນກຽມຮັບມືກັບສິ່ງຕ່າງໆທີ່ອາດຈະເກີດຂຶ້ນໄດ້ ແລະ ເມື່ອເຮົາຕ້ອງພົບກັບຄວາມຜິດພາດລົ້ມເຫຼວ ແລ້ວເຮົາຕ້ອງຮຽນຮູ້ບົດຮຽນ ແລະ ປະສົບການຈາກມັນ ເພື່ອທີ່ຈະປັບປຸງ ພັດທະນາຕົວເອງຕໍ່ໄປ ແລະ ຈະບໍ່ເຮັດຜິດພາດຊ້ຳແບບເກົ່າອີກ ຊຶ່ງຈະເຮັດໃຫ້ເຮົາເຕີບໂຕຫຼາຍຂຶ້ນ. ເພາະສະນັ້ນ, ຫາກເຮົາມີຄວາມຝັນ ແລະ ເປົ້າໝາຍໃນຊີວິດ ຈົ່ງໂຟກັດ ຮຽນຮູ້ ພັດທະນາຕົວເອງໃນເລື່ອງນັ້ນໆໃຫ້ຫຼາຍແລ້ວອອກມາລົງມືເຮັດ ຢ່າມົວແຕ່ຢ້ານຄວາມຜິດພາດລົ້ມເຫຼວທີ່ຈະເຂົ້າມາ ເພາະເຮົາຕ້ອງພົບກັບມັນຢ່າງແນ່ນອນ, ສິ່ງສຳຄັນຄື ເຮົາຕ້ອງຮຽນຮູ້ ບົດຮຽນ ແລະ ປະສົບການຈາກຄວາມຜິດພາດລົ້ມເຫຼວນັ້ນໃຫ້ໄດ້ຫຼາຍທີ່ສຸດ.
ໃນທີ່ສຸດ ບົດຮຽນ ແລະ ປະສົບການເຫຼົ່ານັ້ນ ຈະເຮັດໃຫ້ເຮົາພັດທະນາ ແລະ ເຕີບໂຕຂຶ້ນໄປເລື້ອຍໆບໍ່ຊ້າກໍໄວ ສຸດທ້າຍແລ້ວ ເຮົາຈະຕ້ອງເດີນໄປເຖິງຄວາມຝັນ ແລະ ເປົ້າໝາຍທີ່ເຮົາຕ້ອງການໄດ້ຢ່າງແນ່ນອນ.
ໂດຍ ມິດລັນດອນ