Skip to main content

ມະຫາວິທະຍາໄລ IVY League ລວມມະຫາວິທະຍາໄລທີ່ຂຶ້ນຊື່ ແລະ ມີອິດທິພົນທີ່ສຸດໃນໂລກ

ມະຫາວິທຍະຍາໄລ IVY League ຄືກຸ່ມມະຫາວິທະຍາໄລເອກະຊົນ ໃນສະຫະລັດອາເມຣິກາ ທີ່ໄດ້ຮັບການຍົກຍ້ອງວ່າເປັນມະຫາວິທະຍາໄລຊື່ດັງລະດັບທັອບຂອງໂລກ ເປັນທີ່ໝາຍປອງຈາກນັກສຶກສາທົ່ວທຸກສາລະທິດ ຜູ້ທີ່ຈະເຂົ້າສຶກສາກຸ່ມເຫຼົ່ານີ້ໄດ້ ຕ້ອງຜ່ານການຄັດເລືອກທາງດ້ານຕ່າງໆ ຊຶ່ງຂຶ້ນຊື່ວ່າການແຂ່ງຂັນສູງ ເຂົ້າຍາກລະດັບຕົ້ນໆຂອງໂລກເລີຍ ແນ່ນອນວ່າ ຜູ້ທີ່ຈົບຈາກທີ່ນີ້ ຈະໄດ້ຜ່ານຫຼັກສູດແບບເຄັ່ງຄັດທີ່ໄດ້ຮັບການຍອມຮັບຈາກທົ່ວໂລກ ແລະ ຍັງມືເຄືອຂ່າຍໃນໝູ່ແວດວົງສັງຄົມຕ່າງໆອີກຫຼາກຫຼາຍ ຊຶ່ງຕອນນີ້ ມີຢູ່ 8 ແຫ່ງດ້ວຍກັນ ດັ່ງລຸ່ມນີ້:

Brown University: ມະຫາວິທະຍາໄລບຣາວ ຕັ້ງຢູ່ເມືອງໂພຣວິເດັນ ລັດໂຣດໄອແລນ ກໍ່ຕັ້ງຂຶ້ນໃນປີ 1764 ເກົ່າແກ່ທີ່ສຸດເປັນອັນດັບ 7 ຂອງອາເມຣິກາ ແລະ ເປັນມະຫາວິທະຍາໄລ IVY League ແຫ່ງທໍາອິດທີ່ມີຄະນະວິສະວະກຳສາດ ມີທັງປະລິນຍາຕີ, ໂທ ແລະ ເອກ ມີຊື່ສຽງດ້ານວິທະຍາສາດ, ຄະນິດສາດ, ວິທະຍາການຄອມພິວເຕີ ແລະ ອື່ນໆ ທີ່ນີ້ຮັບນັກຮຽນຈາກທຸກສາສະໜາ ແລະ ມີຊື່ສຽງດ້ານກິດຈະກຳຊຸມຊົນ. ນອກຈາກນັ້ນ, ທີ່ນັ່ງຍັງເປີດໃຫ້ນັກຮຽນສາມາດອອກແບບຫຼັກສູດການສຶກສາຂອງຕົນເອງໄດ້ອີກດ້ວຍ.

ຕົວຢ່າງສິດເກົ່າທີ່ມີຊື່ສຽງ: Emma Watson ນັກສະແດງຊື່ດັງ, Janet Yellen ອະດີດປະທານທະນາຄານກາງສະຫະລັດ, Ted Turner ເຈົ້າຂອງສຳນັກຂ່າວ CNN.

Columbia University: ມະຫາວິທະຍາໄລໂຄລໍາເບຍ ເອີ້ນໄດ້ວ່າເກົ່າແກ່ທີ່ສຸດໃນນະຄອນນິວຢອກ ຕັ້ງຢູ່ເກາະແມນຮັດຕັນ ທາງຕອນເໜືອ ກໍ່ຕັ້ງຂຶ້ນໃນປີ 1754 ດ້ວຍຊື່ King’s College ເກົ່າແກ່ທີ່ສຸດເປັນອັນດັບ 5 ຂອງອາເມຣິກາ ຂຶ້ນຊື່ວ່າ ມີສິດເກົ່າທີ່ໄດ້ຮັບລາງວັນໂນເບວຫຼາຍທີ່ສຸດເປັນອັນດັບ 2 ຂອງໂລກ ຂຶ້ນຊື່ເລື່ອງຄວາມຫຼາກຫຼາຍທາງເຊື້ອຊາດ ທັງຈາກລັດຕ່າງໆໃນອາເມຣິກາ ແລະ ຈາກທົ່ວທຸກມຸມໂລກ 90 ກວ່າປະເທດດ້ວຍກັນ. ນອກຈາກນັ້ນ, ຍັງເປັນຜູ້ນໍາການບຸກເບີກ ເລີ່ມສິງໃໝ່ໆ ເຊັ່ນ: ນໍາວິທະຍາ FM ມາໃຊ້ກຳເນີດກຸ່ມສະໜັບສະໜູນນັກຮຽນຜິວສີ ແລະ ຍັງມີກອງທຶນຊ່ວຍເຫຼືອໃນດ້ານການຮຽນຢູ່ຫຼາກຫຼາຍ.

ຕົວຢ່າງສິດເກົ່າທີ່ມີຊື່ສຽງ: Barack Obama ອະດີດປະທານາທິບໍດີຂອງສະຫະລັດອາເມຣິກາ, Warren Buffett ນັກທຸລະກິດ ແລະ ນັກລົງທຶນຊື່ດັງຂອງໂລກ.

Cornell University: ມະຫາວິທະຍາໄລຄໍເນວ ຕັ້ງຢູ່ເມືອງທາກາ ລັດນິວຢອກ ກໍ່ຕັ້ງຂຶ້ນໃນປີ 1865 ເປັນມະຫາວິທະຍາໄລ IVY League ທີ່ຖືວ່າເປັນນ້ອງນ້ອຍຂອງກຸ່ມ ຕັ້ງຢູ່ເທິງພູ ລ້ອມດ້ວຍທໍາມະຊາດ ແລະ ນ້ຳຕົກແສນສວຍງາມ ຈຶ່ງຂຶ້ນຊື່ວ່າເປັນມະຫາວິທະຍາໄລທີ່ງາມທີ່ສຸດອີກແຫ່ງໜຶ່ງ ໂດຍແຕ່ລະຄະນະ ຈະມີຮູບແບບສາມາດຮັບນັກສຶກສາໄດ້ເອງ ມີການຮຽນການສອນຄວບຄຸມທັງດ້ານສິລະປະສາດ ແລະ ວິທະຍາສາດ ໂດ່ງດັງດ້ານວິຊາການ, ລາຍງານວິໄຈຕ່າງໆ ທີ່ບຸກຄະລາກອນໃນມະຫາວິທະຍາໄລຈັດທຳໄວ້.

ຕົວຢ່າງສິດເກົ່າທີ່ມີຊື່ສຽງ: Ruth Bader Ginsburg ຜູ້ພິພາກສາສານສູງສຸດຂອງອາເມຣິກາ, Lee Teng-hui ອະດີດປະທານາທິບໍດີຂອງໃຕ້ຫວັນ.

Dartmouth College: ມະຫາວິທະຍາໄລດາດມັດ ຕັ້ງຢູ່ເມືອງຮັນໂນເວີ ລັດນິວແຮັມເຊຍ ກໍ່ຕັ້ງຂຶ້ນໃນປີ 1769 ເປັນມະຫາວິທະຍາໄລ IVY League ທີ່ມີຂະໜາດນ້ອຍທີ່ສຸດ ແຕ່ຄວາມແໜ້ນຂອງວິຊາການນັ້ນ ບໍ່ໄດ້ນ້ອຍໄປເລີຍ ທີ່ນີ້ໃຫ້ຄວາມສຳຄັນກັບການສອນ ດ້ວຍອາຈານສະເພາະທາງທີ່ລ້ວນແລ້ວແຕ່ຄັດລະດັບຫົວກະທິທີ່ສຸດຂອງວົງການມາທັງນັ້ນ ສ່ວນສາຂາທີ່ເປັນທີ່ນິຍົມ ຈະເປັນດ້ານວິທະຍາສາດ, ປະຫວັດສາດ, ວິສະວະກຳ ແລະ ວິທະຍາສາດຊີວະການແພດ ມີກິດຈະກຳໃນວັນຢຸດທ້າຍອາທິດ ແລະ ລະດູການຕ່າງໆຫຼາກຫຼາຍ.

ຕົວຢ່າງສິດເກົ່າທີ່ມີຊື່ສຽງ: Dr.Seuss ນັກວາດ ແລະ ນັກຂຽນວັນນະກຳເດັກຊື່ດັງ John Donahoe ຜູ້ເປັນ ceo ຂອງ eBay.

Harvard University: ມະຫາວິທະຍາໄລຮາວາດ ມີວິທະຍາເຂດຫຼັກຕັ້ງຢູ່ເຄມເບຣິດ ແລະ ບອດຕັນ ໄດ້ຮັບການຈັດອັນດັບໃຫ້ເປັນມະຫາວິທະຍາໄລອັນດັບ 1 ຂອງສະຫະລັດອາເມຣິກາ ລວມເຖິງດີທີ່ສຸດໃນໂລກ ກໍ່ຕັ້ງຂຶ້ນໃນປີ 1636 ເອີ້ນໄດ້ວ່າ ເກົ່າແກ່ທີ່ສຸດແຫ່ງໜຶ່ງ ແໜ້ນໄປດ້ວຍຄຸນນະພາບວິຊາການ ບໍ່ວ່າຈະໃນດ້ານການແພດ, ວິສະວະກຳ, ກົດໝາຍ, ການປົກຄອງ ແລະ ຍັງມີປະທານາທິບໍດີທີ່ເປັນສິດເກົ່າເຖິງ 8 ຄົນດ້ວຍກັນ ຄື: John Adam, john Quincy Adams, Rutherford B. Hayes, Theodore Roosevelt, Franklin D. Roosevelt, John F. Kennedy, George W. Bush, Barack Obama.

ຕົວຢ່າງສິດເກົ່າທີ່ມີຊື່ສຽງ: Bill Gates ຜູ້ກໍ່ຕັ້ງ Microsoft Mark Zuckerberg ຜູ້ກໍ່ຕັ້ງ Facebook.

University of Pennsylvania: ມະຫາວິທະຍາໄລເພນຊິວເວເນຍ ຫຼື ທີ່ເອີ້ນວ່າ Upenn ຕັ້ງຢູ່ຟິລາເດວເຟຍ ລັດເພນຊິວເວເນຍ ກໍ່ຕັ້ງຂຶ້ນໃນປີ 1740 ໂດຍ Benjamin Franklin ບິດາແຫ່ງການກໍ່ຕັ້ງສະຫະລັດອາເມຣິກາ ໂດ່ງດັງດ້ານນິຕິສາດ ແລະ ການແພດ ພານິດຊະສາດ, ກະເສດສາດ, ສະຖາປັດຕະຍະກຳ ມີສິດເກົ່າທີ່ໄດ້ຮັບລາງວັນໂນເບວເຖິງ 25 ຄົນ ຊຶ່ງ Businesss School ຂອງທີ່ນີ້ ຖືກຈັດໄວ້ໃຫ້ຢູ່ໃນອັນດັບ 1 ຂອງປະເທດ.

ຕົວຢ່າງສິດເກົ່າທີ່ມີຊື່ສຽງ: Elon Musk ເຈົ້າຂອງ Tesla Leonard Lauder ຜູ້ກໍ່ຕັ້ງ Estee Lauder.

Princeton University: ມະຫາວິທະຍາໄລປຣິນຕັນ ຕັ້ງຢູ່ປຣິນຕັນ ລັດນິວເຈີຊີ ກໍ່ຕັ້ງຂຶ້ນໃນປີ 1746 ກ່ອນໜ້ານີ້ເຄີຍຊື່ວ່າ College of New Jersey ກ່ອນຈະຍ້າຍມາທີ່ປຣິນຕັນ ແລະ ປ່ຽນເປັນຊື່ປັດຈຸບັນນີ້ ຂຶ້ນຊື່ໃນດ້ານສັງຄົມສາດ, ວິສະວະກຳ, ຊີວະການແພດ ແລະ ອື່ນໆ ມີຫໍພັກຮອງຮັບຈຳນວນນັກຮຽນຕະຫຼອດ 4 ປີການສຶກສາ ແລະ ອັດຕາສ່ວນຂອງນັກຮຽນຕໍ່ຈຳນວນອາຈານຂ້ອນຂ້າງນ້ອຍ ຈຶ່ງໄດ້ຮັບການດູແລຢ່າງໃກ້ຊິດ ແລະ ທົ່ວເຖິງ ໃນຊັ້ນຮຽນຂະໜາດນ້ອຍ ແລະ ເມື່ອທຽບກັນໃນມະຫາວິທະຍາໄລ IVY League ແລ້ວທີ່ນີ້ຍັງມີຄ່າເທີມຖືກທີ່ສຸດໃນບັນດາທັງໝົດອີກດ້ວຍ.

ຕົວຢ່າງສິດເກົ່າທີ່ມີຊື່ສຽງ: Jeff Bezos ເຈົ້າຂອງ Amazon ແລະ Woodrow Wilson ອະດີດປະທານາທິບໍດີຂອງສະຫະລັດອາເມຣິກາ.

Yale University: ມະຫາວິທະຍາໄລເຢວ ຕັ້ງຢູ່ນິວເຮເວນ ລັດຄອນເນກຕິຄັດ ກໍ່ຕັ້ງໃນປີ 1701 ຊຶ່ງໄດ້ຮັບການຂະໜານນາມວ່າ ເປັນມະຫາວິທະຍາໄລທີ່ເຂົ້າຍາກທີ່ສຸດ ແລະ ໄດ້ຮັບອັນດັບຈາກ U.S News ວ່າເປັນມະຫາວິທະຍາໄລທີ່ຄົນຢາກເຂົ້າຫຼາຍທີ່ສຸດຂອງສະຫະລັດອາເມລິກາ ທີ່ໂດ່ງດັງໃນຫຼັກສູດດ້ານດົນຕີ, ການລະຄອນ, ສັງຄົມສາດ, ລັດຖະສາດ, ປະຫວັດສາດ, ສິລະປະວັດທະນະທຳຕ່າງໆ ຫ້ອງຮຽນຈະຂ້ອນຂ້າງນ້ອຍ ມີຄວາມໃກ້ຊິດຂອງນັກຮຽນ ແລະ ຜູ້ສອນ ເນັ້ນການໂອລົມ ສະແດງຄວາມຄິດເຫັນ ຫາລືກັນ.

ຕົວຢ່າງສິດເກົ່າທີ່ມີຊື່ສຽງ: Maryl Streep ນັກສະແດງຮໍລີວູດຊື່ດັງ ແລະ George H.W Bush ອະດີດປະທານາທິບໍດີຂອງສະຫະລັດອາເມຣິກາ.

https://www.th-hellomagazine.com/education/universities/ivy-league-universities/

ໂດຍ ມິດລັນດອນ