ກິດຈະກໍາການຜະລິດຂອງ ອາເມຣິກາ ຫຼຸດລົງຕໍ່າສຸດ ໃນຮອບ 8 ເດືອນ
02/08/2024

ຂ່າວສານຫວຽດນາມ ລາຍງານວ່າ: ອີງຕາມຂໍ້ມູນທີ່ເປີດເຜີຍໂດຍສະຖາບັນການຄຸ້ມຄອງການສະໜອງ (ISM) ໃນວັນທີ 1 ສິງຫາ 2024 ກິດຈະກໍາການຜະລິດຂອງສະຫະລັດອາເມຣິກາ ໃນເດືອນກໍລະກົດ 2024 ໄດ້ຫຼຸດລົງໃນລະດັບຕໍ່າສຸດໃນຮອບ 8 ເດືອນ ເນື່ອງຈາກການຫຼຸດລົງຂອງຈໍານວນຄຳສັ່ງຊື້ໃໝ່ ຊຶ່ງສະແດງໃຫ້ເຫັນວ່າພາກອຸດສາຫະກໍາການຜະລິດກໍາລັງປະເຊີນກັບຄວາມຫຍຸ້ງຍາກ ຫຼັງຈາກການຟື້ນຕົວທີ່ເຂັ້ມແຂງໃນໄຕມາດທີ 2.
ຂ່າວລະບຸວ່າ: ດັດຊະນີ PMI ຂອງຂະແໜງການຜະລິດ ກວມເອົາ 10,3% ຂອງພື້ນຖານເສດຖະກິດອາເມຣິກາ ໄດ້ຫຼຸດລົງຢູ່ໃນລະດັບ 46,8 ໃນເດືອນກໍລະກົດ (ເປັນລະດັບຕໍ່າສຸດນັບຕັ້ງແຕ່ເດືອນພະຈິກ 2023), ຈາກລະດັບ 48,5 ໃນເດືອນມິຖຸນາ.
ດັດຊະນີຄໍາສັ່ງຊື້ໃໝ່ໃນອະນາຄົດຍັງຫຼຸດລົງເຖິງ 47,4 ໃນເດືອນກໍລະກົດ, ຈາກລະດັບ 49,3 ຂອງເດືອນມິຖຸນາ. ໃນຂະນະທີ່ຜົນຜະລິດໄດ້ສືບຕໍ່ຫຼຸດລົງລະດັບ 45,9, ຈາກລະດັບ 48,5 ໃນເດືອນມິຖຸນາ. ເຖິງວ່າຈະມີການຫຼຸດລົງຂອງຄໍາສັ່ງຊື້, ແຕ່ຜູ້ຜະລິດຍັງປະເຊີນກັບລາຄາວັດສະດຸທີ່ສູງຂຶ້ນ ເນື່ອງຈາກການເພີ່ມຂຶ້ນຂອງອັດຕາການຂົນສົ່ງ. ມາດຕະການຂອງລາຄາທີ່ຈ່າຍໂດຍຜູ້ຜະລິດໄດ້ເພີ່ມຂຶ້ນເປັນ 52,9 ໃນເດືອນກໍລະກົດ, ຈາກ 52,1 ໃນເດືອນກ່ອນ.
ໃນຂະນະດຽວກັນ, ດັດຊະນີຄວາມໄວການຈັດສົ່ງຂອງຜູ້ສະໜອງໄດ້ເພີ່ມຂຶ້ນເຖິງ 52,6 ຈາກ 49,8 ໃນເດືອນມິຖຸນາ ຊຶ່ງຊີ້ໃຫ້ເຫັນຄວາມໄວໃນການຈັດສົ່ງທີ່ຊ້າລົງ. ເຖິງແມ່ນວ່າການຜະລິດໄດ້ຫຼຸດລົງຍ້ອນອັດຕາດອກເບ້ຍສູງ, ແຕ່ຍັງມີຈຸດບວກເມື່ອຂໍ້ມູນຂອງລັດຖະບານ ແລະ ທະນາຄານກາງອາເມຣິກາ (Fed) ສະແດງໃຫ້ເຫັນວ່າ ຂະແໜງອຸດສາຫະກໍາ ອາເມຣິກາ ຍັງມີສະຖຽນລະພາບ.
ຂໍ້ມູນຈາກ Fed ສະແດງໃຫ້ເຫັນວ່າ: ຜົນຜະລິດຂອງໂຮງງານໄດ້ຟື້ນຕົວເຖິງ 3,4% ໃນໄຕມາດທີ 2 ຂອງປີ 2024, ຫຼັງຈາກຫຼຸດລົງ 1,3% ໃນໄຕມາດທໍາອິດ. ກະຊວງການຄ້າອາເມຣິກາ ລາຍງານໃນອາທິດຜ່ານມາວ່າການໃຊ້ຈ່າຍສໍາລັບສິນຄ້າເພີ່ມຂຶ້ນໃນໄຕມາດທີ 2, ຫຼັງຈາກໄດ້ຫຼຸດລົງໃນລະດັບທີ່ອ່ອນແອໃນໄຕມາດທີ່ຜ່ານມາ.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ










