Skip to main content

ງານບຸນນະມັດສະການພະທາດຫຼວງ ປະຈຳປີ 2025 ຈະຈັດຂຶ້ນໃນຕົ້ນເດືອນພະຈິກນີ້

ພິທີຖະແຫຼງຂ່າວງານປະເພນີບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 21 ຕຸລານີ້ ທີ່ເດີ່ນພະທາດຫຼວງວຽງຈັນ, ມີທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ແລະ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ວຽງພອນ ແກ້ວຄູນສີ ໄດ້ກ່າວວ່າ: ເພື່ອຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງງານບຸນນະມັດສະການພະທາດຫຼວງຂອງຊາວລາວ ກໍຄືຊາວນະຄອນຫຼວງວຽງຈັນ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ, ໃຫ້ມີຄວາມໂດດເດັ່ນ ແລະ ເປັນທີ່ຮັບຮູ້ໃນເວທີສາກົນ. ໃນໂອກາດເປີດປີ ທ່ອງທ່ຽວລາວ 2025 ຈະມາເຖິງນີ້, ເພື່ອສ້າງໂອກາດໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກໍຄື: ແຜນຟື້ນຟູເສດຖະກິດດ້ວຍຮູບການຊຸກຍູ້, ສົ່ງເສີມການທ່ອງທ່ຽວ, ສົ່ງເສີມສິນຄ້າ ຂອງໜຶ່ງເມືອງ ໜຶ່ງຜະລິດຕະພັນ; ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າໂອດ໊ອບ ທີ່ໄດ້ຮັບກາໝາຍແຫ່ງຊາດ ແລະ ສິນຄ້າຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ມາວາງສະແດງຈຳໜ່າຍສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ. ໃຫ້ປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ແຂກຕ່າງປະເທດໄດ້ເຫັນ ແລະ ຊົມໃຊ້ສິນຄ້າ, ພ້ອມທັງເປັນການໝູນວຽນຂອງເງິນຕາພາຍໃນປະເທດໃຫ້ມີສະພາບຄ່ອງຕົວ ແລະທັງເປັນການສະເຫຼີມສະຫຼອງວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ. ພິເສດສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ເພື່ອຮັບປະກັນຄວາມສະຫງົບ, ປອດໄພຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ ໃນຂອບເຂດການຈັດງານບຸນປະເພນີໃຫ້ມີຄວາມສະຫງົບເປັນຕົ້ນເຂດພະທາດຫຼວງ, ເດີ່ນສະໜາມຫຼວງ ບ້ານທາດຫຼວງໃຕ້, ກາງເໜືອ ແລະ ສະຖານທີ່ສາທາລະນະຕ່າງໆ, ໃນຂອບເຂດບໍລິເວນໃກ້ຄຽງ ການດໍາເນີນບັນດາກິດຈະການງານບຸນໃຫ້ຖືກຕ້ອງສອດຄ່ອງທາງດ້ານວັດທະນະທຳຮີດຄອງປະເພນີ ແລະ ມີບັນຍາກາດເບີກບານມ່ວນຊື່ນເປັນທີ່ດຶງດູດຄວາມສົນໃຈຂອງຜູ້ທີ່ເຂົ້າມາທ່ຽວຊົມ.

 

ສໍາລັບກິດຈະກຳທາງດ້ານປະເພນີງານບຸນຄັ້ງນີ້, ຈະເລີ່ມແຕ່ວັນທີ 1-5 ພະຈິກ 2025 ຄື: ວັນທີ 1 ພະຈິກ ເວລາ 16:30 ໂມງ ພິທີເປີດງານບຸນນະມັດສະການພະທາດຫຼວງ ປະຈຳປີ 2025; ວັນທີ 2 ພະຈິກ ເວລາ 16:30 ໂມງ ສືບຕໍ່ຄົບງັນຕາມປະເພນີ; ວັນທີ 3 ພະຈິກ ເວລາ 16:00 ໂມງ ພິທີສູດປະລິຕະມຸງຄຸນທີ່ພະທາດຫຼວງ; ວັນທີ 4 ພະຈິກ ເວລາ 13:30 ໂມງ ພິທີແຫ່ພະສາດເຜິ້ງ ແລະ ວັນທີ 5 ພະຈິກ ເວລາ 7:00 ເຊົ້າໂມງ ໃສ່ບາດຖວາຍສັງຄະທານ ແລະ ເວລາ 13:00 ໂມງ ແຫ່ລູກຄີ ແຂ່ງຂັນກິລາພື້ນບ້ານຕີຄີ, ເວລາ 19:00 ວຽນທຽນ ຈູດທູບທຽນ ບັ້ງໄຟ ສັກກະລະບູຊາອົງພະທາດຫຼວງ.

ທ່ານ ນາງ ວຽງພອນ ແກ້ວຄູນສີ ໃຫ້ຮູ້ຕື່ມວ່າ: ສໍາລັບການອະນຸລັກວັດທະນະທໍາອັນດີງາມ, ການສົ່ງເສີມການທ່ອງທ່ຽວ ລາວທ່ຽວລາວ ຈະມີການຕົບແຕ່ງປະຕູໂຂງທາງເຂົ້າ ດ້ວຍເຄື່ອງດົນຕີມໍລະດົກວັດທະນະທໍາອັນຍອດຍິ່ງຂອງຊາດ ດ້ວຍແຄນ, ກອງຫາງ, ກອງທັດ, ປະດັບເອ້ດ້ວຍໄຟແສງສີ ຕາມເສັ້ນທາງດ້ານໜ້າປະຕູໂຂງ; ເສັ້ນທາງເຂົ້າເບື້ອງສະພາແຫ່ງຊາດ ຈະຕົບແຕ່ງເປັນບ່ອນຮອງຮັບມວນຊົນພັກຜ່ອນມີຈຸດຖ່າຍຮູບທີ່ສວຍງາມ; ເວທີການສະແດງສິລະປະວັດທະນະທໍາທີ່ສ່ອງແສງໃຫ້ເຫັນຄຸນຄ່າວັດທະນະທໍາອັນດີງາມເປັນຄວາມເອກອ້າງຂອງຊາດລາວຊາວນະຄອນຫຼວງວຽງຈັນ ຄົບຮອບ 465 ປີ ຊຶ່ງມີລາຍການສະແດງຈາກພາກສ່ວນຕ່າງໆທຸກວັນ; ວາງສະແດງຮູບພາບປະຫວັດສາດເພື່ອຂໍ່ານັບຮັບຕ້ອນ ນວ ຄົບຮອບ 465 ປີ ແລະ 3 ວັນປະຫວັດສາດ; ວາງສະແດງພາຂວັນລາວດອກໄມ້ສົດ ສາມພາກຄື: ພາກເໜືອ, ພາກກາງ ແລະ ພາກໃຕ້; ວາງສະແດງໄມ້ຄີ-ລູກຄີ; ແອບເຂົ້າໃຫຍ່ ແລະ ນົກຍຸງ (ສັດນໍາໂຊກ) ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII; ພິທີເປີດງານບຸນທີ່ສ່ອງແສງໃຫ້ເຫັນນໍ້າໃຈຄວາມສາມັກຄີຮັກຊາດອັນສູງສົ່ງ; ການຕົບແຕ່ງເອ້ເດີ່ນສອງຟາກຂ້າງດ້ານໜ້າພະທາດຫຼວງ ດ້ານໜ້າຮູບປັ້ນເຈົ້າໄຊເສດຖາດ້ວຍໂຄມໄຟ, ດອກໄຟຮູບແບບດອກຈໍາປາ ຕະຫຼອດຮອດທາງເຂົ້າກົມມະລຽນ; ສາຍຮູບເງົາສິລະປະວັດທະນະທໍາ ແລະ ຮູບເງົາປະຫວັດສາດທີ່ໜ້າສົນໃຈເປັນພິເສດ ແລະ ກິດຈະກໍາຕີມວຍເພື່ອກະກຽມໃຫ້ແກ່ງານມະຫະກໍາກິລາແຫ່ງຊາດ ທີ່ເດີ່ນສະໜາມຫຼວງເບື້ອງເສັ້ນທາງສີສັງວອນ.

 

ສຳລັບປວງຊົນທັງພາຍໃນ ແລະ ຕ່າງປະເທດ ທີ່ຈະມາຮ່ວມໃນງານບຸນຕ້ອງໄດ້ປະຕິບັດຕາມກົດລະບຽບຂອງງານບຸນຢ່າງເຂັ້ມງວດເປັນຕົ້ນ: ການນຸ່ງຖືໃນການເຂົ້າກາບໄຫວ້ສັກກາລະບູຊາ, ມາແຫ່ຜາສາດເຜິ້ງ, ຕີຄີ, ໃສ່ບາດ ແລະ ວຽນທຽນໃຫ້ປະຕິບັດຕາມວັດທະນະທຳຂະນົບທຳນຽມຂອງ ສປປ ລາວ ໂດຍຜູ້ຍິງຕ້ອງນຸ່ງສິ້ນທີ່ມີຕີນຈົບງາມ ແລະ ຜູ້ຊາຍຕ້ອງນຸ່ງໂສ້ງທີ່ສຸພາບຮຽບຮ້ອຍ ຫຼື ນຸ່ງຜ້າສະໂລ້ງທີ່ເປັນເອກະລັກຂອງຄົນລາວ; ນອກນັ້ນ. ຮຽກຮ້ອງໃຫ້ປະຕິບັດຕາມແຈ້ງການ, ລະບຽບການຂໍ້ຫ້າມຕ່າງໆທີ່ອະນຸກຳມະການໄດ້ກຳນົດໄວ້

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ