Skip to main content

ປະທານສະມາຄົມແຊຣິງ ສ.ເກົາຫຼີ ເຂົ້າຢ້ຽມພົບປະ ທ່ານລັດຖະມົນຕີ ສສກ

22/10/2025

ເມື່ອວັນທີ 20 ຕຸລາ 2025 ທີ່ສຳນັກງານ ກະຊວງສຶກສາທິການ ແລະ ກິລາ (ສສກ) ທ່ານ ດຣ ນາງ ຢູ ຮອນຊຸກ (Dr. Yoo Hyunsook) ປະທານສະມາຄົມສິລະປະ ແລະ ແລກປ່ຽນວັດທະນຳ ແຊຣິງ ຈາກ ສ.ເກົາຫຼີ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ພົບປະກັບ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຊຶ່ງມີຄະນະກົມກ່ຽວຂ້ອງ ແລະ ພະນັກງານເຂົ້າຮ່ວມ.

ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານປະທານສະມາຄົມສິລະປະ ແລະ ແລກປ່ຽນວັດທະນຳ ແຊຣິງ ຈາກ ສ.ເກົາຫຼີ ພ້ອມດ້ວຍຄະນະຢ່າງອົບອຸ່ນ ແລະ ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສສກ ກໍໄດ້ລາຍງານໃຫ້ຮູ້ ກ່ຽວກັບແຜນຍຸດທະສາດການພັດທະນາຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໂດຍສະເພາະແມ່ນເປົ້າໝາຍໃນການກະກຽມຄວາມພ້ອມ ການປະຕິຮູບລະບົບການສຶກສາສາຍສາມັນ ຈາກ 5+4+3 ເປັນ 6+3+3 ແລະ ການໂຮມໂຮງຮຽນສາມັນສຶກສາ, ການຂະຫຍາຍການສຶກສາສາມັນວິຊາຊີບ, ການສຶກສານອກໂຮງຮຽນ ໃຫ້ມີປະສິດທິພາບ ແລະ ສອດຄ່ອງກັບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນທັງພາກລັດ ແລະ ເອກະຊົນ.

ໂອກາດດຽວກັນ, ທ່ານ ດຣ ນາງ  ນາງ ຢູ ຮອນຊຸກ ກໍໄດ້ແຈ້ງໃຫ້ທ່ານລັດຖະມົນຕີ ສສກ ຊາບກ່ຽວກັບຈຸດປະສົງທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນໂອກາດມາຕິດຕາມການພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຂອງສປປ ລາວ ສະເພາະໜ້າ ເພື່ອເປັນຂໍ້ມູນ ແລະ ເປັນບ່ອນອີງ ເມື່ອເວລາກັບໄປ ສ. ເກົາຫຼີ ຈະໄດ້ປຸກລະດົມຂົນຂວາຍເອົາອຸປະກອນການສຶກສາ, ການປັບປຸງ ແລະ ກໍ່ສ້າງບັນດາໂຮງຮຽນໃນຂອບເຂດທົ່ວປະເທດ ຈາກບັນດາພາກສ່ວນທຸລະກິດ ກໍຄື ພໍ່ແມ່ປະຊາຊົນຊາວ ສ. ເກົາຫຼີ ມາປະກອບສ່ວນສະໜັບສະໜູນສົ່ງເສີມການພັດທະນາຂົງເຂດການສຶກສາ, ວິທະຍາສາດ ແລະ ກິລາ ຂອງສປປ ລາວ ແນໃສ່ໃຫ້ສອດຄ່ອງກັບວິໄສທັດ ແລະ ຍຸດທະສາດການພັດທະນາຂອງກະຊວງ ສສກ ສາມາດບັນລຸເປົ້າໝາຍເປົ້າທີ່ໄດ້ວາງໄວ້.

 

ພາບ ແລະ ຂ່າວ ໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ