Skip to main content

ຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາຊັ້ນປະຖົມຢູ່ແຂວງຜົ້ງສາລີ

22/10/2025

ວັນທີ 20 ຕຸລາ ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 77,500 ໂດລາສະຫະລັດ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງຜົົ້ງສາລີ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນຮາກ​ຖານ (GGP).

ໂຄງການຈະໃຫ້ການສະໜັບສະໜູນທຶນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳໃໝ່ ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກທີ່ຈຳເປັນໃຫ້ແກ່ໂຮງຮຽນປະຖົມບ້ານລາວແສນ ເມືອງສຳພັນ ແຂວງຜົ້ງສາລີ ເພື່ອຍົກລະດັບໂອກາດໃນການເຂົ້າເຖິງການສຶກສາຊັ້ນປະຖົມຂອງເດັກນ້ອຍໃນທ້ອງຖິ່ນ; ພິທີເຊັນສັນຍາເປັນການລົງນາມ ລະຫວ່າງ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​ ແລະ ທ່ານ ບຸນເຊີນ ບຸນທະລາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສຳພັນ ແຂວງຜົ້ງສາລີ ໂດຍມີທ່ານ ພົນຕີ ສົມພອນ ມິດຕະພອນ ເຈົ້າແຂວງຜົ້ງສາລີ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ໂຄອິຊຶມິ ໄດ້ໃຫ້ຄຳເຫັນວ່າ: “ຂ້າພະເຈົ້າເຂົ້າໃຈວ່າ ພາຍຫຼັງທີ່ກໍ່ສ້າງໂຮງຮຽນປະຖົມ ລາວແສນສຳເລັດແລ້ວ ເດັກນ້ອຍຈະໄດ້ມີຫ້ອງຮຽນທີ່ພຽງພໍໃນອາຄານຮຽນຫຼັງໃໝ່ທີ່ປອດໄພ ແລະ ສາມາດເອົາໃຈໃສ່ໃນການຮ່ຳຮຽນໄດ້ຢ່າງເຕັມທີ່. ພ້ອມກັນນັ້ນ, ການກໍ່ສ້າງຫ້ອງນ້ຳທີ່ຖືກຕ້ອງຕາມມາດຕະຖານຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ ເພື່ອປັບປຸງສະພາບສຸຂະນາໄມໃນໂຮງຮຽນປະຖົມລາວແສນ ກໍເປັນເປົ້າໝາຍຫຼັກໜຶ່ງຂອງໂຄງການດັ່ງກ່າວ. ຂ້າພະເຈົ້າຄາດຫວັງວ່າ ປະຊາຊົນບ້ານລາວແສນ ເມືອງສຳພັນ ແລະ ແຂວງຜົ້ງສາລີ ຈະເປັນເຈົ້າການໃນການບົວລະບັດ ແລະ ຮັກສາສິ່ງອໍານວຍຄວາມສະດວກດັ່ງກ່າວ ເພື່ອໃຫ້ເປັນປະໂຫຍດຕໍ່ເດັກນ້ອຍໃນໄລຍະຍາວ.”

ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈຳເປັນໃຫ້ແກ່ໂຄງການຂະໜາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ.

ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນໃຫ້ແກ່ແຂວງຜົ້ງສາລີ ລວມເປັນມູນຄ່າຫຼາຍກວ່າ 780,000 ໂດລາສະຫະລັດ ໃນດ້ານການສຶກສາ ແລະ ສາທາລະນະສຸກ ໃນໄລຍະຜ່ານມາ. ປະເທດຍີ່​ປຸ່​ນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບ​ປະ​ກັນ “​ບໍ່​ໃຫ້​ມີ​ໃຜ​ຖື​ກ​ຖິ້ມ​ໄວ້​ທາງຫຼັງ” ຜ່ານການ​ແກ້​ໄຂ​ຄວາມ​ແຕກ​ໂຕນ​​ດ້ານການພັດທະນາເສດຖະກິດ-ສັງຄົມໃນພາກພື້ນ.

(ຂ່າວ: ສະຖານທູດຍີ່ປຸ່ນ)

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ