ລະນຶກວັນສ້າງຕັ້ງສະມາຄົມນັກປະພັນລາວ ຄົບຮອບ 35 ປີ
ພິທີລະນຶກວັນສ້າງຕັ້ງສະມາຄົມນັກປະພັນລາວ ຄົບຮອບ 35 ປີ (22 ຕຸລາ 1990-22 ຕຸລາ 2025) ປະກາດຜົນການຕັດສິນລາງວັນ ຊີໄຣ ປະຈໍາປີ 2024, ປີ 2025 ແລະ ລາງວັນວັນນະກໍາແມ່ນໍ້າຂອງ ປີ 2022 ຈັດຂຶ້ນໃນວັນທີ 22 ຕຸລາ 2025 ຢູ່ກົມວັນນະຄະດີ ແລະ ພິມຈໍາໜ່າຍ ໂດຍມີ ທ່ານ ນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ພ້ອມດ້ວຍຄະນະບໍລິຫານງານສະມາຄົມນັກປະພັນລາວ, ສິລະປິນສາຂາວັນນະກໍາ, ນັກປະພັນ, ນັກກະວີອາວຸໂສ ແລະ ໜຸ່ມນ້ອຍ ຕະຫຼອດທັງຜູ້ສົ່ງບົດເຂົ້າຮ່ວມກວດສອບ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ທອງໃບ ໂພທິສານ ກ່າວວ່າ: ສະມາຄົມນັກປະພັນລາວ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 22 ຕຸລາ 1990 ທີ່ນະຄອນຫຼວງວຽງຈັນ ຊຶ່ງມາຮອດມື້ນີ້ ກໍມີອາຍຸຄົບ 35 ປີ ຕະຫຼອດໄລຍະເວລາສາມທົດສະວັດເຄິ່ງ ສະມາຄົມນັກປະພັນລາວ ໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານ ທາງດ້ານການຊີ້ນໍາ-ນໍາພາ ທາງດ້ານການຈັດຕັ້ງ ທາງດ້ານວິຊາສະເພາະ ການພົວພັນຮ່ວມມືກັບຕ່າງປະເທດ ຊຶ່ງຜົນງານການປະພັນຂອງບັນດານັກປະພັນ, ນັກກະວີ, ທັງຮຸ່ນອາວຸໂສ ແລະ ໜຸ່ມນ້ອຍ ລ້ວນແຕ່ໄດ້ມີບົດບາດສໍາຄັນ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ທັງເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ຢ່າງຕັ້ງໜ້າ, ພ້ອມທັງ ຮຽກຮ້ອງມາຍັງຄະນະບໍລິຫານງານສະມາຄົມນັກປະພັນລາວ ຈົ່ງພ້ອມກັນສືບຕໍ່ການຈັດຕັ້ງປະຕິບັດວຽກງານຂອງສະມາຄົມນັັກປະພັນລາວ ໃຫ້ກ້າວເດີນໄປຂ້າງໜ້າ ດ້ວຍຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນຊຸມປີຕໍ່ໜ້າ.

ໃນພິທີ ຍັງໄດ້ມີການປະກາດຜົນການຕັດສິນລາງວັນ ຊີໄຣ ປະຈໍາປີ 2024, ປີ 2025 ແລະ ລາງວັນວັນນະກໍາແມ່ນໍ້າຂອງ ປີ 2022 ໂດຍລາງວັນ ຊີໄຣ ປະຈໍາປີ 2024 ແມ່ນ ທ່ານ ປັນຍາ ພັນທະພານິດ ຈາກນະວະນິຍາຍ “ດອກໄມ້ ໃນກາບລະເບີດ” ແລະ ຜູ້ໄດ້ຮັບລາງວັນວັນນະກໍາແມ່ນໍ້າຂອງ 2022 ແມ່ນ ທ່ານ ປະສົງ ວົງຄໍາຈັນ ຈາກນະວະນິຍາຍ “ໂທລະໂຄ່ງ” ສ່ວນລາງວັນຊີໄຣ ປະຈໍາປີ 2025 ແມ່ນ ທ່ານ ບຸນທະວີ ກົມພະພັນ ຈາກບົດກະວີ “ແພພັນລາຍຈາກປາຍມືແມ່” ແລະ ຜູ້ໄດ້ຮັບລາງວັນວັນນະກໍາແມ່ນໍ້າຂອງ 2022 ແມ່ນ ທ່ານ ສຸລິ ເດດວົງພັນ ຈາກບົດກະວີ “ຖອດຄໍາສອນຂອງປູ່”.
ແຫຼ່ງຂ່າວ: ວຽງຈັນໃໝ່