ມອບໝວກແສງທຽນ ແລະ ເສື້ອໃຫ້ນັກສຶກສາພະຍາບານ, ຜະດຸງຄັນ ແລະ ການແພດຊັ້ນສູງ ປີທີ 2
ພິທີມອບໝວກ, ແສງທຽນ ແລະ ເສື້ອໃຫ້ແກ່ນັກສຶກສາພະຍາບານ, ຜະດຸງຄັນ ແລະ ການແພດຊັ້ນສູງ ປີທີ 2 ຂອງວິທະ ຍາໄລວິທະຍາສາດສຸຂະພາບ ສະຫວັນນະເຂດ ຈັດຂຶ້ນໃນຕອນເຊົ້າວັນທີ 17 ຕຸລາ 2025 ທີ່ວິທະຍາໄລດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ທ່ານ ປອ.ດຣ ສຸຄັນທອນ ສິງພວງເພັດ ຜູ້ອໍານວຍການວິທະຍາໄລວິທະຍາສາດສຸຂະພາບສະຫວັນ ນະເຂດ ແລະ ທ່ານ ດຣ ບົວທອງ ໃສມະນີນິນແກ້ວ ຮັກສາການຜູ້ອໍານວຍການໂຮງໝໍແຂວງສະຫວັນນະເຂດ, ມີແຂກຖືກເຊີນຈາກໂຮງໝໍແຂວງ, ພະແນກສາທາລະນະສຸກແຂວງ, ຄູ-ອາຈານ ແລະ ນ້ອງນັກສຶກສາຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ທອງດໍາ ສີສະຫວັດ ຕາງໜ້າວິທະຍາໄລວິທະຍາສາດສຸຂະພາບສະຫວັນນະເຂດ ກ່າວວ່າ: ໂຮງຮຽນສາທາລະນະສຸກໃນຜ່ານມາ ກໍຄືວິທະຍາໄລວິທະຍາສາດສຸຂະພາບສະຫວັນນະເຂດ ໃນປັດຈຸບັນໄດ້ເລີ່ມຈັດຕັ້ງປະຕິບັດ ແລະ ດໍາເນີນການຮຽນ ການສອນຕາມຫຼັກສູດໃໝ່ແຫ່ງຊາດ ແຕ່ປີ 1994 ເປັນຕົ້ນມາ ຈົນເຖິງປັດຈຸບັນ, ໃນນັ້ນຫຼັກສູດພະຍາບານຜະດຸງຄັນລະດັບ ຕົ້ນລະບົບ 2 ປີແບບຕໍ່ເນື່ອງ ໄດ້ 9 ຮຸ່ນ, ປີ 2000 ຫຼັກສູດພະຍາບານຜະດຸງຄັນລະດັບຕົ້ນ ລະບົບ 2 ປີ ໄດ້ 4 ຮຸ່ນ ແລະ ປີ 2003 ເປັນຕົ້ນມາເຖິງປີ 2011 ແມ່ນຫຼັກສູດພະຍາບານສາດເຕັກນິກ ລະບົບ 2 ປີ ເຊິ່ງໄດ້ 7 ຮຸ່ນ ແລະຫຼັກສູດຊັ້ນສູງພະຍາ ບານຮຸ່ນທີ 12 ໃນປັດຈຸບັນ, ຊຶ່ງແຕ່ລະຮຸ່ນ ກໍໄດ້ຈັດພິທີມອບໝວກ ແລະແສງທຽນ ໃຫ້ແກ່ນັກສຶກສາກ່ອນທີ່ໄດ້ຝຶກປະຕິບັດຕົວຈິງດ້ານການພະຍາບານກັບຄົນເຈັບໂດຍກົງຢູ່ຕາມຕຶກຕ່າງໆໃນໂຮງໝໍແຂວງປີທີ 2 ພາກຮຽນທີ 1. ການຈັດພິທີຄັ້ງນີ້ ດ້ວຍເຫດຜົນໜຶ່ງກໍເພື່ອລະນຶກເຖິງບຸກຄົນສໍາຄັນທີ່ໃຫ້ກໍາເນີດວິຊາພະຍາບານ ຊຶ່ງບຸກຄົນນັ້ນມີຊື່ວ່າ ນາງສາວ ຟຣໍໄນ ຕິງເກຼວ ໃນຂະນະດຽວກໍເພື່ອເປັນການສ້າງຈິດສໍານຶກຂອງ ນັກສຶກສາໄດ້ຮູ້ເຖິງຄວາມຮັບຜິດຊອບໃນໜ້າທີ່ຂອງພະຍາບານໃຫ້ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີທັດສະນະຄະຕິທີ່ດີຕໍ່ວິຊາຊິບ ແລະ ນຸ່ງເຄື່ອງແບບໃຫ້ຖືກຕ້ອງ ເໝາະສົມກັບວິຊາຊິບທັງເປັນການເສີມສ້າງພັດທະນາການອາຊີບ ແລະພັດທະນາຕົວເອງ ໃຫ້ກາຍເປັນພະຍາບານທີ່ດີເປັນ ທີ່ຮັກແພງເຊື່ອໝັ້ນຂອງສັງຄົມ ແລະປະເທດຊາດ ນອກຈາກເປັນສັນຍາລັກວິຊາຊີບແລ້ວ ຍັງເປັນສິ່ງເຕືອນສຳນຶກ ແລະ ລະບຽບການຂອງຜູ້ສວມໃສ່ໃຫ້ມີຈິດສໍານຶກເຖິງຄຸນຄ່າຂອງວິຊາຊິບ ແລະສຳນຶກເຖິງບົດບາດໜ້າທີ່ຄວາມຮັບຜິດຊອບຕໍ່ວຽກງານການບໍລິການສຸຂະພາບແກ່ສັງຄົມ ແລະຍັງ ສ້າງຄວາມປະທັບໃຈຂອງຜູ້ພົບເຫັນເຮັດໃຫ້ເກີດຄວາມສັດທາຄວາມເຊື່ອຖືໄວ້ວາງໃຈ ຕະຫຼອດເຖິງຄວາມຫວັງຂອງຊີວິດທີ່ຝາກໄວ້, ສິ່ງສໍາຄັນອີກປະການໜຶ່ງກໍ່ຄືສ້າງໃຫ້ນັກສຶກສາມີຄວາມພາກພູມໃຈໃນວິຊາຊີບ, ມີຄວາມມັກຮັກໃນວິຊາຊີບຂອງຕົນ.

ພ້ອມນີ້, ໃນພິທີຍັງໄດ້ມີການຜ່ານປະຫວັດຜູ້ໃຫ້ກໍາເນີດວິຊາຊີບແພດ ແລະປະຫວັດ, ຄຸນງາມຄວາມດີຜູ້ໃຫ້ກຳເນີດ ວິຊາຊີບພະຍາບານຟໍເລັນໄນ ຕິງເກຼວ. ຈາກນັ້ນກໍໄດ້ມີພິທີມອບເສື້ອກາວແພດ, ໝວກ ແລະເສື້ອຜະດຸງຄັນທີ່ເປັນສັນ ຍາລັກແກ່ວິຊາຊີບໃຫ້ນັກສຶກສາປີທີ 2 ແລະ ໂອກາດນີ້ນັກສຶກສາປີທີ 3 ກໍໄດ້ມອບທຽນ ໃຫ້ແກ່ນັກສຶກສາປີທີ 2 ຮຸ່ນ ນ້ອງ, ໃນນີ້ນັກສຶກສາຂອງ ທາງວິທະຍາໄລວິທະຍາສາດ ສຸຂະພາບສະຫວັນນະເຂດ ໃນສົກສຶກສາ 2025-2026 ປີທີ 3 ສາຍພະຍາບານ ມີ 44 ຄົນ, ປີທີ 2 ສາຍຜະດຸງຄັນ ມີ 21 ຄົນ, ສາຍພະຍາບານ 43 ຄົນ ແລະການແພດ 62 ຄົນ.
ແຫຼ່ງຂ່າວ: ໜັງສືພິມສະຫວັນພັດທະນາ