ສາລະວັນ ຕີລາຄາຄືນວຽກງານຜູ້ບໍລິຫານການສຶກສາທົ່ວແຂວງ ສົກ 2022-2023
ແຂວງສາລະວັນ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງ ປະຈຳສົກຮຽນ 2022-2023 ໃນວັນທີ 19 ກັນຍາ ຜ່ານມາ ທີ່ສະໂມສອນວິທະຍາໄລຄູສາລະວັນ ໂດຍການເປັນປະທານຂອງທ່ານ ສີລິສັກ ຖະໜອມຮັກ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີພະອາຈານ ແສງມະນີ ສຸວິໄລຄຳ ຄະນະປະຈຳ ຫົວໜ້າຫ້ອງການ ອົງການພຸດທະສາສະໜາສຳພັນ (ອພສ) ແຂວງ, ພ້ອມດ້ວຍບັນດາເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງ, ພະນັກງານ ຄູອາຈານ, ຜູ້ບໍລິຫານການສຶກສາ-ກິລາທົ່ວແຂວງເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ໄພວັນ ແສງອຳພັນ ຫົວໜ້າຂະແໜງສະຖິຕິ, ແຜນການ ແລະ ຮ່ວມມືກັບຕ່າງປະເທດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈໍາສົກຮຽນ...


