ຮອງຫົວໜ້າ ສກຂ ຊຽງຂວາງ ເຄື່ອນໄຫວຕິດຕາມທີມງານຖ່າຍທໍາຄູຕົວແບບ ທີ່ໂຮງຮຽນປະຖົມ ລ້ອງລານ

ທ່ານ ອ່ອນສີ ແກ້ວພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຊຽງຂວາງ ໄດ້ລົງເຄື່ອນໄຫວຕິດຕາມຄະນະທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ກະຊວງສຶກສາທິການ ແລະ ກິລາ ທີ່ລົງຖ່າຍທໍາວິດິໂອຄູຕົວແບບ, ຜູ້ອໍານວຍການທີ່ເປັນແບບຢ່າງໃນການບໍລິຫານໂຮງຮຽນ ເມື່ອວັນທີ 19 ກັນຍາ 2023 ທີ່ໂຮງຮຽນປະຖົມລ້ອງລານ ເມືອງຄໍາ ໂດຍມີທ່ານ ສຸກສາຄອນ ສີປະເສີດ ຜູ້ອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ນາງ ຄໍຣິນ ຈາວາລີ ຫົວໜ້າຝ່າຍສື່ສານ ແລະ ການຜະລິດວິດິໂອ ພ້ອມທີມງານໃຫ້ກຽດເຂົ້າຮ່ວມ.
ໂອກາດນີ້, ທ່ານ ອ່ອນສີ ແກ້ວພັກດີ ໄດ້ສະແດງຄວາມຂອບໃຈນໍາລັດຖະບານອົດສະຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານບີຄວາ ທີ່ໃຫ້ທຶນສະໜັບສະໜູນໃນການຖ່າຍທໍາສາລະຄະດີຄູຕົວແບບໃນຄັ້ງນີ້, ຂອບໃຈນໍາກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ເຫັນຄວາມສໍາຄັນ ເລືອກເອົາແຂວງຊຽງຂວາງເປັນແຂວງທີ່ໄດ້ຮັບການຖ່າຍທໍາວິດິໂອຄູຕົວແບບ, ຜູ້ອໍານວຍການທີ່ເປັນແບບຢ່າງ ໂດຍສະເພາະແມ່ນໂຮງຮຽນປະຖົມລ້ອງລານ, ເມືອງຄໍາ ເປັນການກະຕຸກຊຸກຍູ້ໃຫ້ກໍາລັງໃຈຄູອາຈານສອນໃນການປະຕິບັດໜ້າທີ່ອັນມີກຽດຮັບໃຊ້ປະເທດຊາດ ເວົ້າລວມ ເວົ້າສະເພາະແມ່ນພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດ, ສະຫຼາດຫຼັກແຫຼມ, ກາຍເປັນຜູ້ໃຫຍ່ທີ່ສົມບູນ ແລະ ມີຄຸນນະພາບໃນອະນາຄົດ.
ພ້ອມດຽວກັນນີ້, ທ່ານ ອ່ອນສີ ແກ້ວພັກດີ ຍັງໄດ້ຮຽກຮ້ອງໃຫ້ຄະນະທີມງານຖ່າຍທໍາ ໂດຍສະເພາະແມ່ນໂຄງການບີຄວາ ປະເທດອົດສະຕຣາລີ ທີ່ໃຫ້ທຶນສະໜັບສະໜູນ, ພາຍຫຼັງສໍາເລັດພາລະກິດການຖ່າຍທໍາວິດິໂອຄູຕົວແບບ, ຜູ້ອໍານວຍການທີ່ເປັນແບບຢ່າງໃນການບໍລິຫານໂຮງຮຽນຊັ້ນປະຖົມສຶກສາແລ້ວ, ຢາກໃຫ້ສືບຕໍ່ສະໜັບສະໜູນການຖ່າຍທໍາວິດິໂອຄູປະສົບການຊັ້ນມັດທະຍົມສຶກສາ ເພື່ອນໍາເອົາຄວາມຮູ້ ແລະ ບົດຮຽນຈາກຄູປະສົບການ ເຜີຍແຜ່ໃຫ້ແກ່ຄູສອນທົ່ວໄປໄດ້ພັດທະນາຕົນເອງໃນການສິດສອນນັກຮຽນໃຫ້ດີຂຶ້ນ. ພ້ອມດຽວກັນນັ້ນ, ຢາກໃຫ້ມີການຝຶກອົບຮົມຄວາມຮູ້ພື້ນຖານດ້ານໄອຊີທີ, ພາສາອັງກິດ, ການນໍາໃຊ້ໂປຣແກັມໃນການປະເມີນໃຫ້ແກ່ຄູສອນ, ພິເສດຖ້າເປັນໄປໄດ້ຢາກໃຫ້ທາງໂຄງການຊ່ວຍຊອກຫາແຫຼ່ງທຶນສະໜັບສະໜູນສ້າງອາຄານຫຼັງໃໝ່ໃຫ້ໂຮງຮຽນປະຖົມລ້ອງລານ ເນື່ອງຈາກອາຄານຮຽນທີ່ນໍາໃຊ້ຢູ່ປັດຈຸບັນເກົ່າແກ່ຊຸດໂຊມແລ້ວ. ສ່ວນຄູອາຈານທີ່ຖືກຖ່າຍທໍາຄັ້ງນີ້, ຈົ່ງໃຊ້ສໍາມະທິ, ບໍ່ກົດດັນ ແລະ ຕື່ນເຕັ້ນເກີນໄປ, ແນະນໍານັກຮຽນຂອງຕົນໃຫ້ມີຄວາມເປັນລະບຽບຮຽບຮ້ອຍທັງການນຸ່ງຖື ແລະ ການຮຽນ, ໃຫ້ຄວາມຮ່ວມມືຄະນະທີມງານຖ່າຍທໍາວິດິໂອສະເໝີຕົ້ນສະເໝີປາຍ ເພື່ອເຮັດແນວໃດໃຫ້ການຖ່າຍທໍາຂອງຄະນະທີມງານຄັ້ງນີ້ອອກມາສົມບູນ ແລະ ບັນລຸຕາມຈຸດປະສົງເປົ້າໝາຍ.
ໂດຍ: ຄານສີສະຫວັນ
ຂ່າວທີ່ກ່ຽວຂ້ອງ