Skip to main content

Author: Chanthakhard Inthadalin

ສກມ ໄຊເຊດຖາ ປະກາດໂຮງຮຽນປະຖົມ 39 ແຫ່ງ ເປັນໂຮງຮຽນປອດສິ່ງເສບຕິດ ປະຈຳສົກຮຽນ 2023-2024

ຫ້ອງການສຶກສາທິການ ແລະ ກິລາເມືອງ ຫຼື ສກມ ໄຊເຊດຖາ ນະຄອນຫຼວງວຽງຈັນ ຈັດພິທີປະກາດໂຮງຮຽນປອດສິ່ງເສບຕິດ ປະຈຳສົກຮຽນ 2023-2024 ໃນຕອນເຊົ້າວັນທີ 25 ກັນຍາ 2024 ທີ່ໂຮງຮຽນອິດສະຫຼະພອນ ບ້ານໂນນຫວາຍ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ຫົງແກ້ວ ທຳມະວົງ ຫົວໜ້າຂະແໜງກິລາ-ກາຍະກຳ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽຈັນ, ທ່ານ ນາງ ຈັນສະໝອນ ປະເສີດໄຊ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄຊເຊດຖາ, ທ່ານ ອຸໄທ ແກ້ວພິກຸນ ຫົວໜ້າປ້ອງກັນຄວາມສະຫງົບ ຫຼື ປກສ ກຸ່ມ 4 ເມືອງໄຊເຊດຖາ ແລະ ທ່ານ ນາງ ມະນີພອນ ໄຊຍະວົງ ຜູ້ອຳນວຍການໂຮງຮຽນອິດສະຫຼະພອນ ພ້ອມດ້ວຍຜູ້ອຳນວຍການໂຮງຮຽນປະຖົມ 39 ແຫ່ງທັງພາກລັດ ແລະ ເອກະຊົນ...

Continue reading

ຫົງສາວະດີ ວົງໄຊ ນັກກິລາພູ ມຶ 1 ປະເທດລາວ ຄວ້າສິດຮ່ວມແຂ່ງຂັນລາຍການອາຊີບລະດັບໂລກ 2 ປີຕິດຕໍ່ກັນ

ທ້າວ ຫົງສາວະດີ ວົງໄຊ ນັກກິລາພູ ມຶ 1 ປະເທດລາວ ປະເພດພູ ສ້າງປະຫວັດສາດໜ້າໃໝ່ ໃຫ້ແກ່ວົງການກິລາບິລຽດ-ສະນຸກເກີ ຫຼື ກິລາ ຄິວສະປອດຂອງລາວ ໂດຍການໄດ້ສິດເຂົ້າຮ່ວມແຂ່ງຂັນ ລາຍການອາຊີບລະດັບໂລກ (World Nineball Tour Ranking) ຊຶ່ງເປັນລາຍການລະດັບ World Profesional Pool Tournament ແລະ ໃນກາງເດືອນຕຸລາ 2024 ນີ້ ກໍຈະໄດ້ເຂົ້າຮ່ວມລາຍການທຳອິດຈະຈັດຂຶ້ນທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບ. ທ່ານ ລິຄິດ ອິນທະວົງ ຮັກສາການປະທານ ແລະ ເລຂາທິການສະຫະພັນບິລຽດ-ສະນຸກເກີແຫ່ງຊາດລາວ ລາຍງານໃຫ້ຮູ້ວ່າ: ເມື່ອອາທິດທີ່ຜ່ານມາ ທ້າວ ຫົງສາວະດີ ວົງໄຊ...

Continue reading

ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ຮັບປະກັນໃຫ້ນັກຮຽນໄດ້ຮັບການສົ່ງເສີມພາສາລາວ ທີ່ເຂົາເຈົ້າຕ້ອງການເວລາເລີ່ມຕົ້ນເຂົ້າຮຽນ

ສປປ ລາວ ເປັນປະເທດທີ່ອຸດົມສົມບູນທາງດ້ານວັດທະນະທໍາ ແລະ ມີຄວາມຫຼາກຫຼາຍ, ມີ 4 ກຸ່ມຊົນເຜົ່າຫຼັກ ແລະ ມີ 50 ກວ່າພາສາເຜົ່າ, ເກືອບ 40% ຂອງປະຊາກອນລາວເວົ້າພາສາເຜົ່າທີ່ບໍ່ແມ່ນພາສາລາວລາວລຸ່ມ. ນັກຮຽນ ຂັ້ນ ປ.1 ສ່ວນຫຼາຍ ໂດຍສະເພາະຜູ້ທີ່ມາຈາກເຂດຫ່າງໄກສອກຫຼີກ ແລະ ດ້ອຍໂອກາດ ເມື່ອເລີ່ມເຂົ້າຮຽນ ຂັ້ນ ປ. 1 ຍັງບໍ່ທັນມີທັກສະການປາກເວົ້າພາສາລາວທີ່ຈຳເປັນໃນການຮຽນ ເນື່ອງຈາກພາສາລາວລຸ່ມເປັນພາສາຫຼັກທີ່ສອນໃນໂຮງຮຽນ. ນັກຮຽນເຫຼົ່ານີ້ ຈະສາມາດຮຽນຮູ້ ແລະ ມີສ່ວນຮ່ວມໃນກິດຈະກຳຫ້ອງຮຽນໄດ້ຄືແນວໃດ ຖ້າພວກເຂົາບໍ່ເຂົ້າໃຈສິ່ງທີ່ຄູເວົ້າ. ນັບແຕ່ສົກຮຽນນີ້ເປັນຕົ້ນໄປ ນັກຮຽນ...

Continue reading

ວລ ປາກປ່າສັກ ມອບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ 500 ກວ່ານ້ອງ ພ້ອມໄຂສົກຮຽນໃໝ່ 2024-2025

ວິທະຍາໄລ (ວລ) ເຕັກນິກ ປາກປ່າສັກ ຈັດພິທີມອບ-ຮັບໃບປະກາສະນີຍະບັດໃຫ້ກັບນັກສຶກສາທີ່ສຳເລັດການສຶກສາໃນສົກຮຽນ 2023-2024 ຈຳນວນ 521 ນ້ອງ, ຍິງ 261 ນ້ອງ ພ້ອມທັງໄຂສົກຮຽນໃໝ່ ສົກຮຽນ 2024-2025 ຢ່າງເປັນທາງການ ໃນຕອນເຊົ້າວັນທີ 7 ກັນຍາ 2024 ທີ່ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ສາຍຄຳ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ສາຍສະໝອນ ງາມສີ ຜູ້ອຳນວຍການ ວິທະຍາໄລ ເຕັກນິກ ປາກປ່າສັກ ພ້ອມດ້ວຍຄະນະອຳນວຍການວິທະຍາໄລ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ, ພາກທຸລະກິດ ແລະ ນັກສຶກສາ ຕະຫຼອດຮອດພໍ່ແມ່ອ້າຍເອື້ອຍນ້ອງນັກສຶກສາ...

Continue reading

ລາວ-ຈີນ ຈັບມືກັນພັດທະນາຫຼັກສູດວິຊາຊີບ ແລະ ການຫັນເອົາລະບົບດີຈິຕອນ ເຂົ້າໃນສາຍອາຊີວະສຶກສາ

ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກຸ່ມບໍລິສັດ ການສຶກສານານາຊາດ ຖາງເຟີງ ປະຈຳສຳນັກງານໃຫຍ່ ແຫ່ງ ສປ ຈີນ ຕາງໜ້າໂດຍ ບໍລິສັດ ຖາງ ອິນເຕີເນຊັນແນວ ອີດູເຄເຊິນ ແອນ ເຕັກໂນໂລຊີ ຈຳກັດ ປະຈຳລາວ ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືໂຄງການການສຶກສາ ລາວ-ຈີນ 210 ເພື່ອການພັດທະນາຫຼັກສູດດ້ານພາສາ ແລະ ວິຊາຊີບ, ການພັດທະນາດີຈິຕອນ ໃຫ້ໄດ້ແບບມາດຕະຖານສາກົນ ແລະ ຮ່ວມກັນສ້າງເຄື່ອຂ່າຍຊ່ອງທາງການສື່ສານ (TVET) ການຮຽນ-ການສອນ ແບບອອນລາຍ ພ້ອມທັງສະໜັບສະໜູນນັກຮຽນຂອງ ສປປ ລາວ ທີ່ຜ່ານການຝຶກອົບຮົມໃຫ້ພວກເຂົາເຈົ້າ ໄດ້ມີໂອກາດພັດທະນາຄວາມຮູ້ທາງດ້ານພາສາ, ວັດທະນະທໍາ ແລະ ເກັບກ່ຽວປະສົບການ ທັງພາຍໃນ ແລະ ຕ່າງປະເທດ...

Continue reading

ມີແລ້ວ 400 ກວ່ານ້ອງ ສະໝັກສອບເສັງຄັດເລືອກເຂົ້າຮຽນ ທີ່ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ສົກ 2024-2025

ນັບມາຮອດປັດຈຸບັນ, ມີນ້ອງນັກຮຽນທີ່ຮຽນຈົບຊັ້ນມັດທະຍົມສຶກສາຕອນປາຍ ໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ຈຳນວນ 400 ກວ່ານ້ອງ ໄດ້ມາລົງທະບຽນສະໝັກສອບເສັງຄັດເລືອກເຂົ້າຮຽນ ທີ່ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ປະຈຳສົກຮຽນ 2024-2025 ຂະນະທີ່ວິທະຍາໄລດັ່ງກ່າວ ມີຄວາມພ້ອມແລ້ວຮອບດ້ານທີ່ຈະຈັດສອບເສັງຄັດເລືອກນັກສຶກສາໃໝ່ ແລະ ເປີດສົກຮຽນໃໝ່ 2024-2025 ຢ່າງເປັນທາງການ. ທ່ານ ບຸນຍາລິດ ຂັນທະຈັກ ຮັກສາການຜູ້ອຳນວຍການ ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ທ່ານ ບຸນຍາລິດ ຂັນທະຈັກ ຮັກສາການຜູ້ອຳນວຍການ ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ...

Continue reading

ສະໂມສອນ ແລັບດອກ ຕັ້ງເປົ້າປ້ອງກັນແຊ໋ມ ດອກປີກໄກ່ ເບຍລາວ ແຊ໋ມປ້ຽນຊິບ 2024 ໃຫ້ໄດ້ອີກ 1 ສະໄໝ

ສະໂມສອນ ດອກປີກໄກ່ ແລັບດອກ ຫຼື Labdork ຈະສົ່ງນັກກິລາທັງເຍົາວະຊົນ-ຊາວໜຸ່ມ ເກືອບ 60 ຄົນ ພ້ອມຕັ້ງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ 8 ຫຼຽນຄຳ ເພື່ອຮັບປະກັນໃນການປ້ອງກັນແຊ໋ມ ໃນການແຂ່ງຂັນກິລາ ດອກປີກໄກ່ ທົ່ວປະເທດ ລາຍການທີ່ເກົ່າແກ່ ແລະ ຍິ່ງໃຫຍ່ທີ່ສຸດໃນ ສປປ ລາວ ລາຍການ ເບຍລາວ ແຊ໋ມປ້ຽນຊິບ 2024 ຫຼື “BeerLao Badminton Championship 2024” ສະໄໝທີ 2. ທ່ານ ດາວເພັດ ສີຣິແສງ ຫົວໜ້າຄູຝຶກສະໂມສອນ ດອກປີກໄກ່ ແລັບດອກ ໃຫ້ສຳພາດໃນຕອນເຊົ້າວັນທີ 21 ສິງຫາ 2024 ວ່າ: ທີ່ຈິງແລ້ວ ສະໂມສອນ ແລັບດອກ...

Continue reading

ປິດສາກໂອແລມປິກ ເກມ 2024 ແບບລຽບງ່າຍ ແລະ ປະກັບໃຈ ຄະນະນັກກິລາສະຫະລັດ ຄອງເຈົ້າຫຼຽນຄຳ ພ້ອມຮັບທຸງເປັນເຈົ້າພາບ ປີ 2028

ປິດສາກລົງຢ່າງລຽບງ່າຍ ແລະ ໜ້າປະທັບໃຈ ສຳລັບງານມະຫາກຳກິລາໂອແລມປິກ ເກມ 2024 ຫຼື “ປາຣີ ເກມ 2024” ທີ່ປະເທດຝຣັ່ງ ເປັນເຈົ້າພາບ ໂດຍໃຫ້ຕົວແທນນັກກິລາທີ່ຄວ້າຫຼຽນລາງວັນໃນໂອແລມປິກ ຈາກ 5 ທະວີບ ເປົ່າມອດໄຟໃນຖັງໄຟໂອແລມປິກ ຂະນະທີ່ຄະນະນັກກິລາສະຫະລັດອາເມຣິກາ ປະກາດສັກດາຄອງເຈົ້າຫຼຽນຄຳ ດ້ວຍຜົນງານ 40 ຫຼຽນຄຳ, 44 ຫຼຽນເງິນ ແລະ 42 ຫຼຽນທອງ ລວມ 126 ຫຼຽນ ພ້ອມຮັບທຸງເປັນເຈົ້າພາບຄັ້ງທີ 44 ໃນປີ 2028. ພິທີປິດງານແຂ່ງຂັນກິລາດັ່ງກ່າວ ໄດ້ມີຂຶ້ນເມື່ອຕອນແລງວັນທີ 11 ສິງຫາ 2024 ຕາມເວລາທ້ອງຖິ່ນ ທີ່ສະໜາມກິລາສະຕ໊າດ ເດີ ຟຣອງ ນະຄອນຫຼວງປາຣີ ປະເທດຝຣັ່ງ....

Continue reading