ສາລະວັນ ຕີລາຄາຄືນວຽກງານຜູ້ບໍລິຫານການສຶກສາທົ່ວແຂວງ ສົກ 2022-2023

ແຂວງສາລະວັນ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງ ປະຈຳສົກຮຽນ 2022-2023 ໃນວັນທີ 19 ກັນຍາ ຜ່ານມາ ທີ່ສະໂມສອນວິທະຍາໄລຄູສາລະວັນ ໂດຍການເປັນປະທານຂອງທ່ານ ສີລິສັກ ຖະໜອມຮັກ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີພະອາຈານ ແສງມະນີ ສຸວິໄລຄຳ ຄະນະປະຈຳ ຫົວໜ້າຫ້ອງການ ອົງການພຸດທະສາສະໜາສຳພັນ (ອພສ) ແຂວງ, ພ້ອມດ້ວຍບັນດາເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງ, ພະນັກງານ ຄູອາຈານ, ຜູ້ບໍລິຫານການສຶກສາ-ກິລາທົ່ວແຂວງເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ໄພວັນ ແສງອຳພັນ ຫົວໜ້າຂະແໜງສະຖິຕິ, ແຜນການ ແລະ ຮ່ວມມືກັບຕ່າງປະເທດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈໍາສົກຮຽນ 2022-2023 ຊຶ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໃນ 12 ຄາດໝາຍຫຼັກທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍມີ 9 ຄາດໝາຍທີ່ສາມາດບັນລຸໄດ້ຕາມແຜນ ຄື: ອັດຕາການເຂົ້າຮຽນຂອງເດັກອາຍຸ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນ ປະຕິບັດໄດ້ 78%, ອັດຕານັກຮຽນເຂົ້າໃໝ່ ປ.1 (ອັດຕາເຂົ້າຮຽນສຸດທິ ປ.1) ໄດ້ 99,09%, ອັດຕາເຂົ້າຮຽນໃໝ່ລວມ ປ.5 ໄດ້ 96,5%, ອັດຕາການປະລະການຮຽນຂອງນັກຮຽນ ປ.1 ໄດ້ 5,8%, ອັດຕາຈົບຊັ້ນປະຖົມ (ອັດຕາເລື່ອນຂັ້ນ ແລະຈົບຊັ້ນປະຖົມ) ປະຕິບັດໄດ້ 88,7%, ດັດສະນີຄວາມສະເໝີພາບຍິງ-ຊາຍຂອງອັດຕາເລື່ອນ ປ.5 ຂຶ້ນ ມ.1 ປະຕິບັດໄດ້ 1,01%, ອັດຕາເຂົ້າຮຽນໃໝ່ລວມ ມ.4 ປະຕິບັດໄດ້ 59%, ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ບຳລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບສືບຕໍ່ສົ່ງເສີມມວນຊົນທຸກເພດ ທຸກໄວເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກຳລັງກາຍ ແລະ ການຫຼິ້ນກິລາເພື່ອສຸຂະພາບ ປະຕິບັດໄດ້ 5.496 ຄົນ ແລະ ເຂົ້າຮ່ວມຂະບວນການເຄື່ອນໄຫວຈັດກິດຈະກຳການແຂ່ງຂັນກິິລາປະຈຳປີ, ກິລາບຸນປະເພນີ ແລະ ວັນບຸນຕ່າງໆຂອງຊາດ ແລະ ສາກົນ ປະຕິບັດໄດ້ 42,5%.
ສ່ວນ 3 ຄາດໝາຍທີ່ບໍ່ສາມາດບັນລຸ ແຕ່ມີຄວາມຄືບໜ້າທຽບໃສ່ປີຜ່ານມາ 2 ຄາດໝາຍຄື: ອັດຕາການເລື່ອນ ປ.5 ຂຶ້ນ ມ.1 (ທຽບໃສ່ນັກຮຽນຕົ້ນປີ ປ.5) ປະຕິບັດໄດ້ 67,9%, ອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມສຶກສາ ປະຕິບັດ 7,8%.
ປັດຈຸບັນມີ ໂຮງຮຽນ ອະນຸບານ 93 ແຫ່ງ, ໂຮງຮຽນປະຖົມສົມບູນ 598 ແຫ່ງ, ໂຮງຮຽນມັດທະຍົມ 103 ແຫ່ງ ແລະ ໂຮງຮຽນພະສົງ 7 ແຫ່ງ. ນອກຈາກນັ້ນ, ວຽກງານສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ, ການຈັດການຮຽນການສອນລົບລ້າງຄວາມບໍ່ຮູ້ໝັງສື ແລະ ບໍາລຸງຍົກລະດັບ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ມີປະຊາກອນກຸ່ມເປົ້າໝາຍທັງໝົດ 5 ພັນກວ່າຄົນ, ວຽກງານວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ແມ່ນໄດ້ປັບປຸງພັດທະນາດີຂຶ້ນເປັນກ້າວໆ, ວຽກງານກິລາ-ກາຍຍະກຳ ແມ່ນໄດ້ສຳເລັດການເຂົ້າຮ່ວມ ແລະ ຈັດພິທີສະຫຼຸບຕ້ອນຮັບທີມນັກກິລາທີ່ເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ມີ 12 ປະເພດກິລາ. ໃນນັ້ນ, ແຂວງສາລະວັນ ໄດ້ຮັບຫຼຽນທັງໝົດ 36 ຫຼຽນ ຈັດອັນດັບທີ 9 ແລະ ເຂົ້າຮ່ວມງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ III ທີ່ແຂວງຊຽງຂວາງ ຍາດໄດ້ 4 ຫຼຽນ ແລະ ວຽກງານອື່ນໆກໍໄດ້ຮັບຜົນສຳເລັດ.
ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1216 ເລື່ອງການປະຕິບັດນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ-ການສຶກສາຊັ້ນສູງ ແລະ ການເຜີຍແຜ່ມະຕິກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທົ່ວປະເທດ ປະຈຳສົກຮຽນ 2022-2023 ສະບັບເລກທີ 1326, ລາຍງານສະພາບບັນຫາການຂາດແຄນຄູ ແລະ ວິທີການແກ້ໄຂໃນຕໍ່ໜ້າ, ລາຍງານສະພາບບັນຫາການປະລະການຮຽນໃນສາຍສາມັນສຶກສາ, ຄຸນນະພາບການສຶກສາບໍ່ທັນສູງ ແລະ ວິທີການແກ້ໄຂໃນຕໍ່ໜ້າ, ລາຍງານການກະກຽມຄວາມພ້ອມຮອບດ້ານ ເພື່ອເປັນເຈົ້າພາບງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 7 ປີ 2024 ແລະ ແຜນວຽກໃນຕໍ່ໜ້າ ແລະ ພ້ອມກັນປະກອບຄຳຄິດຄໍາເຫັນ, ປຶກສາຫາລືຖອດຖອນບົດຮຽນ ເພື່ອຮ່ວມກັນແກ້ໄຂບັນຫາວຽກງານໃຫ້ດີຂຶ້ນເທື່ອລະກ້າວ.
ພາບ:ແຫຼັງຄຳ ບຸດນາໂຄກ
ຂ່າວທີ່ກ່ຽວຂ້ອງ