ກະຕໍ້ຊິນລອນ ເຈົ້າພາບ ປະເດີມຫຼຽນຄຳທຳອິດ ໃຫ້ທັບນັກກິລານະຄອນຫຼວງວຽງຈັນ

ທັບນັກກິລາກະຕໍ້ຊິນລອນຊາຍ ເຈົ້າພາບ ນະຄອນຫຼວງວຽງຈັນ ຄວ້າຫຼຽນຄຳ ຊຶ່ງເປັນຫຼຽນຄຳທຳອິດ ໃຫ້ທັບນັກກິລາ ເຈົ້າພາບ ໃນລາຍການກະຕໍ້ຊິນລອນຊາຍ ອີເວັນ 3 ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຈັດຂຶ້ນ ໃນຕອນແລງວັນທີ 11 ພະຈິກ 2025 ທີ່ສະໂມສອນ ໂອແລມປາເຊຍ ຂະນະທີ່ຫຼຽນເງິນເປັນຂອງ ແຂວງຄຳມ່ວນ ແລະ ຫຼຽນທອງຮ່ວມເປັນຂອງແຂວງຫຼວງພະບາງ ແລະ ແຂວງຈຳປາສັກ.
ສ່ວນປະເພດກະຕໍ້ຊິນລອນຍິງ ອີເວັນ 3 ຫຼຽນຄຳ ເປັນຂອງສາວແຂວງຈຳປາສັກ, ຫຼຽນເງິນ ແຂວງຄຳມ່ວນ ແລະ ຫຼຽນທອງຮ່ວມ ເປັນຂອງກະຊວງປ້ອງກັນປະເທດ ແລະ ເຈົ້າພາບ ນະຄອນຫຼວງວຽງຈັນ
ພາບ-ຂ່າວ: ສົງການ ພັນແພງດີ




