ຄູ-ນັກສຶກສາ ວລ ປາກປ່າສັກ ຮັບຮູ້ເຖິງຜົນຮ້າຍ ໄພອັນຕະລາຍຂອງຢາເສບຕິດ
ພະນັກງານ, ຄູອາຈານ ແລະ ນັກສຶກສາຂອງວິທະຍາໄລ (ວລ) ເຕັກນິກປາກປ່າສັກ 100 ກວ່າຄົນ ໄດ້ຮັບຮູ້ຂໍ້ມູນຢາເສບຕິດ ໂດຍສະເພາະຜົນຮ້າຍ, ໄພອັນຕະລາຍຂອງຢາເສບຕິດ, ວິທີການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນຂະແໜງການສຶກສາ ແລະ ກິລາ ພ້ອມທັງໄດ້ເຊື່ອມຊຶມເອກະສານສຳຄັນຂອງຊາດ ກໍຄື ວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ.
ພິທີປາຖະກະຖາຜົນຮ້າຍຂອງຢາເສບຕິດ ແລະ ເຊື່ອມຊຶມ 2 ວັນປະຫວັດສາດດັ່ງກ່າວ, ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລ ເຕັກນິກ ປາກປ່າສັກ ໂດຍໃຫ້ກຽດປາຖະກະຖາຂອງທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ກາລະຄອນ ພູມີນິດ...