ຄະນະນັກກິລາເປຕັງແຂວງຜົ້ງສາລີ ເດີນທາງເຖິງນະຄອນຫຼວງວຽງຈັນ ດ້ວຍຄວາມສະຫວັດດີພາບ
12/11/2025

ຄະນະນັກກິລາເປຕັງແຂວງຜົ້ງສາລີ ໄດ້ເດີນທາງອອກຈາກແຂວງຜົ້ງສາລີ ໃນຕອນເຊົ້າວັນທີ 10 ພະຈິກ 2025 ນໍາພາໂດຍ ຄູຝຶກ ແລະ ນັກກິລາ ລວມທັງໝົດ 12 ຄົນ, ຍິງ 5 ຄົນ ໄດ້ເດີນທາງຮອດນະຄອນຫຼວງວຽງຈັນ ໃນວັນທີ 11 ພະຈິກ 2025 ເພື່ອເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025.
ການເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດຄັ້ງນີ້, ແຂວງຜົ້ງສາລີ ໄດ້ນໍາສົ່ງນັກກິລາເຂົ້າຮ່ວມແຂ່ງຂັນລວມມີ 7 ປະເພດ ຄື: ກິລາແລ່ນ-ລານຍິງ-ຊາຍ, ກິລາໝາກແລ້ຍິງ-ຊາຍ, ໜ້າເກັກຍິງ-ຊາຍ, ຍິງ-ປືນຊາຍ, ເປຕັງຍິງ-ຊາຍ, ໝາກຂ່າງຍິງ-ຊາຍ ແລະ ກິລາກັອບຍິງ-ຊາຍ. ໃນນັ້ນ, ກິລາເປຕັງມີ 9 ລາຍການ ໂດຍຕັ້ງເປົ້າໝາຍສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 1 ຫຼຽນ.
ພາບ-ຂ່າວ: ໄທພອນ ມະນີຈັນ
ຂ່າວຫຼ້າສຸດ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026
- ສສກ ອົບຮົມວຽກງານການຈັດຊື້-ຈັດຈ້າງ ໃຫ້ຜູ້ຮັບຜິດຊອບຂອງບັນດາຫົວໜ່ວຍການເງິນທີ່ຂຶ້ນກັບກະຊວງ
- ຟີຟາ ສັ່ງສອບສວນເຫດການຫຼັງເກມນັດຊີງຊະນະເລີດບານໂລກ 2026
- ລະດົມຄວາມຄິດໃສ່ (ຮ່າງ) ຄຳແນະນຳ ກ່ຽວກັບການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດແຫ່ງຊາດ
ຂ່າວທີ່ອ່ານຫຼາຍ