ສາວບານເຕະ ນວ ເຈົ້າຂອງແຊ໋ມຫຼຽນຄຳ 6 ສະໄໝ ກາບໄຫວ້ຂໍພອນຈາກສິ່ງສັກສິດສ້າງຂວັນກຳລັງໃຈ ກຽມປ້ອງກັນແຊ໋ມ “ນະຄອນຫຼວງວຽງຈັນ ເກມ 2025”
12/11/2025

ທັບນັກກິລາບານເຕະ ເຈົ້າພາບ ສາວນະຄອນຫຼວງວຽງຈັນ (ນວ) ນຳໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ທ່ານ ບຸນມີ ໄຊຍະວົງ ຄະນະບໍລິຫານງານສະຫະພັນບານເຕະ ນວ ທັງເປັນຜູ້ຈັດການທີມບານເຕະຍິງ ເຈົ້າພາບ ພ້ອມດ້ວຍຄະນະ ແລະ ນັກກິລາ ໄດ້ໄປກາບໄຫວ້ຂໍພອນຈາກສິ່ງສັກສິດຈາກເຈົ້າແມ່ສີເມືອງ ທີ່ວັດສີເມືອງ, ເຈົ້າໄຊເຊດຖາ ແລະ ພຣະທາດຫຼວງ ໃນຕອນເຊົ້າວັນທີ 11 ພະຈິກ 2025 ເພື່ອຂໍພອນເປັນສີຣິມຸງຄຸນສ້າງຂວັນກຳລັງໃຈໃຫ້ທັບນັກກິລາ ກຽມປ້ອງກັນແຊ໋ມຫຼຽນຄຳສະໄໝທີ 7 ການແຂ່ງຂັນບານເຕະຍິງ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຈັດຂຶ້ນ ລະຫວ່າງວັນທີ 9-24 ພະຈິກ 2025ນີ້.
ສຳລັບ ການແຂ່ງຂັນບານເຕະຍິງ “ນະຄອນຫຼວງວຽງຈັນ ເກມ 2025” ມີທັງໝົດ 5 ພາກສ່ວນ ເຂົ້າຮ່ວມ ປະກອບມີ ເຈົ້າພາບ ສາວນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງໄຊຍະບູລີ, ແຂວງສາລະວັນ ແລະ ແຂວງຈຳປາສັກ ຊຶ່ງຈະເລີ່ມແຂ່ງຂັນ ໃນວັນທີ 12 ພະຈິກ 2025.
ສະເພາະຕາຕະລາງແຂ່ງຂັນຂອງ ສາວເຈົ້າພາບ ຈະລົງສະໜາມນັດທຳອິດ ພົບກັບ ແຂວງສະຫວັນນະເຂດ ເວລາ 15:00 ໂມງ ໃນວັນທີ 14 ພະຈິກ 2025 ທີ່ສະໜາມກິລາກາງ ມະຫາວິທະຍາໄລແຫ່ງຊາດ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026
- ສສກ ອົບຮົມວຽກງານການຈັດຊື້-ຈັດຈ້າງ ໃຫ້ຜູ້ຮັບຜິດຊອບຂອງບັນດາຫົວໜ່ວຍການເງິນທີ່ຂຶ້ນກັບກະຊວງ
- ຟີຟາ ສັ່ງສອບສວນເຫດການຫຼັງເກມນັດຊີງຊະນະເລີດບານໂລກ 2026
- ລະດົມຄວາມຄິດໃສ່ (ຮ່າງ) ຄຳແນະນຳ ກ່ຽວກັບການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດແຫ່ງຊາດ
ຂ່າວທີ່ອ່ານຫຼາຍ