Skip to main content

ຫ້ອງວ່າການສະພາປະຊາຊົນແຂວງຫົວພັນ ມອບລົດຖີບ 15 ຄັນ ຊ່ວຍເຫຼືອນັກຮຽນຮຽນດີ-ທຸກຍາກ ໃນ 3 ໂຮງຮຽນເປົ້າໝາຍ

25/05/2026
ໃນວັນທີ 20 ພຶດສະພາ 2026 ນີ້ ທີ່ສະພາປະຊາຊົນແຂວງຫົວພັນ ໄດ້ຈັດພິທີມອບ-ຮັບລົດຖີບ ຈຳນວນ 15 ຄັນ ໃຫ້ແກ່ ໂຮງຮຽນ ມັດທະຍົມສົມບູນ (ມສ) ຕົວແບບ, ມສ ພັນລາ ແລະ ມສ ພັນຊຳ ເພື່ອແນໃສ່ຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກຮຽນທີ່ມີຄວາມຫຍຸ້ງຍາກ ໄດ້ມີພາຫະນະຮັບໃຊ້ໃນການເດີນທາງມາຮຽນ,
​ໃຫ້ກຽດກ່າວມອບໂດຍ ທ່ານ ປອ ຄອນເສີດ ດອນວິໄຊ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງຫົວພັນ ແລະ ກ່າວຮັບໂດຍບັນດາທ່ານຜູ້ຕາງໜ້າຄະນະອຳນວຍການຈາກທັງ 3 ໂຮງຮຽນ ພ້ອມດ້ວຍຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
​ລົດຖີບທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ຮັບການອຸປະຖຳ ແລະ ຊ່ວຍເຫຼືອຈາກ ມູນນິທິຈີນ ເພື່ອພັດທະນາຊົນນະບົດ (China Foundation for Rural Development) ໂດຍມີຈຸດປະສົງສຳຄັນ ແມ່ນເພື່ອໃຫ້ບັນດາໂຮງຮຽນດັ່ງກ່າວ ນຳໄປແຈກຢາຍ ແລະ ມອບຕໍ່ໃຫ້ແກ່ນ້ອງໆນັກຮຽນ ຜູ້ທີ່ມີຜົນການຮຽນດີ, ຮຽນເກັ່ງ ແຕ່ມີເງື່ອນໄຂຄອບຄົວທຸກຍາກຂາດເຂີນ. ທັງນີ້, ກໍເພື່ອເປັນການແບ່ງເບົາພາລະຄ່າໃຊ້ຈ່າຍຂອງຜູ້ປົກຄອງ, ສ້າງໂອກາດໃຫ້ເດັກນ້ອຍໄດ້ເຂົ້າເຖິງການສຶກສາຢ່າງສະດວກສະບາຍຂຶ້ນ ແລະ ຍັງເປັນການກະຕຸກຊຸກຍູ້, ປຸກລະດົມຂະບວນການຮຽນ-ການສອນ ຂອງຄູ ແລະ ນັກຮຽນພາຍໃນແຂວງຫົວພັນ ໃຫ້ມີບັນຍາກາດຟົດຟື້ນ ແລະ ໄດ້ຮັບການພັດທະນາໃຫ້ດີຂຶ້ນເລື່ອຍໆ.
​ໃນໂອກາດນີ້, ຜູ້ຕາງໜ້າຈາກ 3 ໂຮງຮຽນ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະແມ່ນ ສະພາປະຊາຊົນແຂວງຫົວພັນ ແລະ ມູນນິທິຜູ້ໃຫ້ການຊ່ວຍເຫຼືອ ທີ່ໄດ້ເລັງເຫັນຄວາມສຳຄັນຂອງການສຶກສາ ແລະ ໃຫ້ການສະໜັບສະໜູນນ້ອງໆນັກຮຽນໃນເຂດຫ່າງໄກສອກຫຼີກໃນຄັ້ງນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາລົດຖີບເຫຼົ່ານີ້ ໄປມອບໃຫ້ຖືກຕ້ອງຕາມເປົ້າໝາຍຕົວຈິງ ແລະ ເກີດປະໂຫຍດສູງສຸດ.
​ແຫຼ່ງຂ່າວໂດຍ: ສະພາປະຊາຊົນແຂວງຫົວພັນ (ສພຂ ຫົວພັນ)

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ