Skip to main content

ບໍລິສັດ ແກ້ວມະນີວົງ ຮ່ວມມືກັບ ບໍລິສັດ ເອັມເຄອີ ນໍາເຂົ້າລົດຖີບໄຟຟ້າ ສະໜອງໃຫ້ນ້ອງນັກຮຽນ-ນັກສຶກສາ ໃນລາວ

25/05/2026
ບໍລິສັດ ແກ້ວມະນີວົງ ການຄ້າຂາອອກ-ຂາເຂົ້າຈໍາກັດ ຮ່ວມມືກັບ ບໍລິສັດ ເອັມເຄອີ (MKE) ເອເລັກໂຕຣນິກລາວ ຈໍາກັດ ນໍາເຂົ້າລົດຖີບໄຟຟ້າ (ສອງລໍ້) ມາຈາກ ສປ ຈີນ ເພື່ອຊຸກຍູ້-ສົ່ງເສີມໃຫ້ ຄູ-ອາຈານ, ນ້ອງນັກຮຽນ – ນັກສຶກສາ ແລະ ຜູ້ປົກຄອງທັງພາກລັດ-ເອກະຊົນໃນຂອບເຂດທົ່ວປະເທດ ໃຫ້ຫັນມາຊົມໃຊ້ລົດຖີບໄຟຟ້າຫຼາຍຂຶ້ນ. ທັງນີ້ ກໍເພື່ອເປັນການຫຼຸດຜ່ອນຄ່າໃຊ້ຈ່າຍຂອງຜູ້ປົກຄອງນ້ອງນັກຮຽນ-ນັກສຶກສາ ພ້ອມທັງປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດໃນທ້ອງຖະໜົນ ແລະ ປະຢັດພະລັງງານນໍ້າມັນຊ່ວຍຄອຍຄົວຂອງພໍ່ແມ່ປະຊາຊົນລາວ.
ພິທີເຊັນສັນຍາການຮ່ວມມື (MOA) ລະຫວ່າງ ທ່ານ ບຸນທະນອງ ແກ້ວມະນີວົງ ປະທານບໍລິສັດ ແກ້ວມະນີວົງ ການຄ້າຂາອອກ-ຂາເຂົ້າຈໍາກັດ ແລະ ທ່ານ ລີ ລຽງຊວງ ປະທານ ບໍລິສັດ ເອັມເຄອີ (MKE) ເອເລັກໂຕຣນິກລາວ ຈໍາກັດ ຈັດຂຶ້ນເມື່ອວັນທີ 18 ພຶດສະພາ 2026 ຢູ່ທີ່ວິທະຍາໄລເຕັກນິກປາກປ່າສັກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີ ທ່ານ ອາຢົງ ປະທານ ບໍລິສັດ ຢາຕີລາວ ຈໍາກັດ ພ້ອມດ້ວຍຄະນະປະທານບໍລິສັດ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ລີ ລຽງຊວງ ໄດ້ກ່າວສະແດງຄວາມດີໃຈ ທີ່ໄດ້ຮ່ວມກັບ ບໍລິສັດ ແກ້ວມະນີວົງ ການຄ້າຂາອອກ-ຂາເຂົ້າຈໍາກັດ ນໍາເຂົ້າລົດຖີບໄຟຟ້າ (ສອງລໍ້) ມາຈາກ ສປ ຈີນ ເພື່ອຊຸກຍູ້-ສົ່ງເສີມໃຫ້ ຄູ-ອາຈານ, ນ້ອງນັກຮຽນ – ນັກສຶກສາ ແລະ ຜູ້ປົກຄອງທັງພາກລັດ-ເອກະຊົນໃນຂອບເຂດທົ່ວປະເທດລາວ ໃຫ້ຫັນມາຊົມໃຊ້ລົດຖີບໄຟຟ້າຫຼາຍຂຶ້ນ ກໍເພື່ອຄວາມປອດໄພໃນການສັນຈອນ ແລະ ປະຫຍັດລາຍຈ່າຍຕື່ມອີກ.
ທ່ານ ບຸນທະນອງ ແກ້ວມະນີວົງ ກໍໄດ້ກ່າວວ່າ: ປັດຈຸບັນພວກເຮົາກໍາລັງເລັ່ງເປົ້າໝາຍໃສ່ແຂວງວຽງຈັນ ຊຶ່ງໃນເດືອນມິຖຸນານີ້ ຈະໄດ້ເລີ່ມຈັດຕັ້ງປະຕິບັດນຳເອົາລົດຖີບໄຟຟ້າ ອາດີ ຈາກ ສປ ຈີນ ລົງໄປຜັນຂະຫຍາຍຊຸກຍູ້ສົ່ງເສີມຢູ່ທີ່ແຂວງດັ່ງກ່າວ. ຫຼັງຈາກນັ້ນ, ກໍຈະສືບຕໍ່ນຳເອົາລົດຖີບດັ່ງກ່າວ ໄປຜັນຂະຫຍາຍໃຫ້ແກ່ນັກຮຽນ-ນັກສຶກສາ ແລະ ຜູ້ປົກຄອງໃນຂອບເຂດທົ່ວປະເທດໄດ້ຊົມໃຊ້ ຢາກຝາກເຖິງພໍ່ແມ່ປະຊາຊົນຊາວລາວ ໄດ້ຫັນມາຊົມໃຊ້ລົດຖີບໄຟຟ້າ ບໍລິສັດ ເອັມເຄອີ MKE ອີເລັກໂທຼນິກລາວ ຈໍາກັດ ໃຫ້ຫຼາຍຂຶ້ນ ເພື່ອຄວາມສະດວກ ແລະ ປອດໄພໃນການນຳໃຊ້ໄປຕາມທ້ອງຖະໜົນ ແລະ ກໍຍັງໄດ້ອອກກຳລັງກາຍໄປໃນຕົວອີກດ້ວຍ.
ຂະນະທີ່ ທ່ານ ອາຢົງ ປະທານ ບໍລິສັດ ຢາຕີລາວ ຈໍາກັດ ຜູ້ຈໍາໜ່ວຍລົດຖີບໄຟຟ້າ ຢາຕີ ບອກວ່າໃນປະເທດລາວ ກໍ່ມີສາຂາຈໍາໜ່າຍ 30 ສາຂາ ຢູ່ຫຼາຍແຂວງ ເປັນຕົ້ນ ແມ່ນ ຫຼວງນໍ້າທາ, ອຸດົມໄຊ, ໄຊຍະບຸລີ, ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ລົດຖີບໄຟຟ້າຢາຕີ ມີຄຸນນະພາບດີ ຄູອາ-ຈານ, ນ້ອງນັກຮຽນ – ນັກສຶກສາ ແລະ ຜູ້ປົກຄອງ ຫາກສົນໃຈ ຢາກໄດ້ລົດຖີບໄຟຟ້າໄປຊົມໃຊ້ສາດຕິດຕໍ່ຫາ ບໍລິສັດ ແກ້ວມະນີວົງ ການຄ້າຂາອອກ-ຂາເຂົ້າຈໍາກັດ ທາງຊ່ອງທາງເຟດບຸກ ຂອງບໍລິສັດ ຫຼື ໂທ/ວອດແອບ 020 99775896 ໄດ້ທຸກເວລາ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ