ກົມການສຶກສາກ່ອນໄວຮຽນ ແນະນໍາການຈັດຕັ້ງປະຕິບັດການກຽມຄວາມພ້ອມ 10 ອາທິດ ໄລຍະພັກແລ້ງ ໃຫ້ແກ່ 30 ບ້ານເປົ້າໝາຍ
25/05/2026

ໃນຕອນເຊົ້າວັນທີ 19 ພຶດສະພາ 2026 ທີ່ສະໂມສອນ ວິທະຍາໄລສ້າງຄູດົງຄໍາຊ້າງ, ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດກອງປະຊຸມແນະນໍາການຈັດຕັ້ງປະຕິບັດການກຽມຄວາມພ້ອມໄລຍະພັກແລ້ງ 10 ອາທິດ ໃຫ້ແກ່ຂັ້ນແຂວງ, ຂັ້ນເມືອງ, ແລະ ຄະນະພັດທະນາການສຶກສາຂັ້ນບ້ານ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປະລິນຍາເອກ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ພະນັກງານວິຊາການ, ຜູ້ອໍານວຍການໂຮງຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ ຈາກ 30 ບ້ານເປົ້າໝາຍ ແລະ ພະນັກງານໂຄງການ ເຂົ້າຮ່ວມທັງໝົດ 109 ທ່ານ, ຍິງ 32 ທ່ານ ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກ ໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ ກອງທຶນຮ່ວມມືສາກົນເພື່ອການສຶກສາ (GPE-FLIP).
ໃນພິທີເປີດກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງຄຳໂອ້ລົມ ແລະ ການຊີ້ນຳຈາກ ທ່ານ ປະລິນຍາເອກ ນາງ ດາລາວອນ ກິດຕິພັນ, ເຊິ່ງທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານດັ່ງກ່າວວ່າ: ການສຶກສາກ່ອນໄວຮຽນ ແມ່ນຮາກຖານທີ່ສໍາຄັນທີ່ສຸດໃນການພັດທະນາຊັບພະຍາກອນມະນຸດຕັ້ງແຕ່ເຍົາໄວ. ສະນັ້ນ, ການກຽມຄວາມພ້ອມໃນໄລຍະພັກແລ້ງ 10 ອາທິດ ກໍແມ່ນຮູບແບບໜຶ່ງຂອງການສຶກສາກ່ອນໄວຮຽນ ເພື່ອກຽມຄວາມພ້ອມໃຫ້ເດັກອາຍຸ 5 ປີ ໃນເຂດຫ່າງໄກສອກຫຼີກ ໄດ້ມີຄວາມພ້ອມກ່ອນເຂົ້າຮຽນຊັ້ນປະຖົມສຶກສາ. ເວົ້າລວມ, ເວົ້າສະເພາະ ແມ່ນເພື່ອໃຫ້ເດັກຮູ້ຈັກປັບຕົວເຂົ້າກັບສະພາບແວດລ້ອມຢູ່ໂຮງຮຽນ ແລະ ຍັງເປັນການສົ່ງເສີມໃຫ້ເດັກມີພັດທະນາການທີ່ຮອບດ້ານ ເປັນຕົ້ນແມ່ນ ດ້ານຮ່າງກາຍ, ການອະນາໄມ ແລະ ຄວາມປອດໄພ, ດ້ານອາລົມ-ຈິດໃຈ, ດ້ານສັງຄົມ, ດ້ານສະຕິປັນຍາ-ຄວາມຮູ້ທົ່ວໄປ ແລະ ດ້ານພາສາ.
ຕະຫຼອດໄລຍະການດໍາເນີນກອງປະຊຸມ, ບັນດາວິທະຍາກອນໄດ້ນໍາສະເໜີ ແລະ ແລກປ່ຽນບົດຮຽນໃນຫຼາຍຫົວຂໍ້ສໍາຄັນ ໂດຍສະເພາະແມ່ນພາບລວມຂອງໂຄງການ ແລະ ແຫຼ່ງທຶນ ເພື່ອສ້າງຄວາມເຂົ້າໃຈທີ່ເປັນເອກະພາບກ່ຽວກັບເປົ້າໝາຍຂອງໂຄງການ; ນະໂຍບາຍການປົກປ້ອງເດັກ, ສິ່ງແວດລ້ອມ ແລະ ສັງຄົມ ເນັ້ນການສ້າງສະພາບແວດລ້ອມທີ່ປອດໄພ ແລະ ເໝາະສົມກັບເດັກ; ຂະບວນການ, ວິທີການຈັດຕັ້ງປະຕິບັດ ແລະ ບົດບາດຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ນັບແຕ່ຂັ້ນສູນກາງ ຈົນຮອດຄະນະພັດທະນາການສຶກສາຂັ້ນບ້ານ; ຂະບວນການຕິດຕາມ, ການເກັບກຳຂໍ້ມູນ ແລະ ການສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດກິດຈະກໍາ 10 ອາທິດ ໃຫ້ມີປະສິດທິພາບສູງສຸດ.
ກອງປະຊຸມຄັ້ງນີ້ ຖືເປັນບາດກ້າວອັນສໍາຄັນໃນການຮັດແໜ້ນຄວາມຮ່ວມມື ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຮັບປະກັນໃຫ້ເດັກນ້ອຍໃນເຂດຫ່າງໄກສອກຫຼີກ ໄດ້ຮັບໂອກາດ ແລະ ການພັດທະນາທີ່ດີ ກ່ອນຈະກ້າວເຂົ້າສູ່ການຮຽນໃນລະດັບປະຖົມສຶກສາຢ່າງມີຄຸນນະພາບ.
ກອງປະຊຸມຄັ້ງນີ້ ແມ່ນດໍາເນີນໄປເປັນເວລາ 2 ວັນ ລະຫວ່າງວັນທີ 19-20 ພຶດສະພາ 2026 ຈຶ່ງສຳເລັດ.
ພາບ-ຂໍ້ມູນ: ກົມການສຶກສາກ່ອນໄວຮຽນ.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ












