Skip to main content

ສະຫວັນນະເຂດ ປະຊຸມຕິດຕາມ, ຊຸກຍູ້ ແລະ ເຜີຍແຜ່ກົດລະບຽບ ໃຫ້ຄະນະຮັບຜິດຊອບການສອບເສັງຈົບ ມ.4 ແລະ ມ.7 ສົກຮຽນ 2025-2026

ໃນຕອນເຊົ້າວັນທີ 05 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຮ່ວມກັບ ຫ້ອງການສຶກສາທິການ ແລະ ກິລານະຄອນໄກສອນພົມວິຫານ ໄດ້ຈັດກອງປະຊຸມຕິດຕາມ, ຊຸກຍູ້ ແລະ ເຜີຍແຜ່ກົດລະບຽບ ໃຫ້ຄະນະຮັບຜິດຊອບການສອບເສັງຈົບຊັ້ນສາຍສາມັນສຶກສາ (ມ.4 ແລະ ມ.7) ປະຈໍາສົກຮຽນ 2025-2026, ໂດຍມີ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ແລະ ຄະນະຮັບຜິດຊອບການສອບເສັງ, ຫົວໜ້າຂະແໜງ, ຫົວໜ້າສູນ ແລະ ພະນັກງານວິຊາການຈາກບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພ້ອມດ້ວຍຄະນະພະແນກເຂົ້າຮ່ວມ ຄື: ທ່ານ ພິມມະສອນ ວໍລະຍຸດ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ແລະ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ; ມີ, ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາ, ຄະນະກໍາມະການກວດກາສະເພາະກິດ,
ໃນກອງປະຊຸມ, ທ່ານ ນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນໄກສອນພົມວິຫານ ໄດ້ຂຶ້ນຜ່ານບົດລາຍງານແຜນການກະກຽມຄວາມພ້ອມ ໃນການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນ ປະຈໍາສົກຮຽນ 2025-2026 ພາຍໃນນະຄອນໄກສອນພົມວິຫານ ໂດຍມີລາຍລະອຽດດັ່ງນີ້: ການສອບເສັງຈົບຊັ້ນມັດທະຍົມຕົ້ນ (ມ.4) ມີ 06 ສູນສອບເສັງ ແລະ ມີ 75 ຫ້ອງສອບ, ມີນັກສອບເສັງທັງໝົດຈໍານວນ 1,477 ຄົນ, ຍິງ 704 ຄົນ, ໃນນີ້ມີນັກຮຽນສົງ ຈໍານວນ 91 ອົງ; ການສອບເສັງຈົບຊັ້ນມັດທະຍົມປາຍ (ມ.7) ລວມມີ 04 ສູນສອບເສັງ ແລະ ມີ 50 ຫ້ອງສອບ, ມີນັກສອບເສັງທັງໝົດ ຈໍານວນ 1,008 ຄົນ, ຍິງ 531 ຄົນ, ໃນນີ້ມີນັກຮຽນສົງ ຈໍານວນ 40 ອົງ.
ຄຽງຄູ່ກັນນັ້ນ, ຍັງໄດ້ລາຍງານການກະກຽມຄວາມພ້ອມດ້ານນິຕິກໍາ ແລະ ກົນໄກການຈັດຕັ້ງປະຕິບັດ, ດ້ານຫຼັກສູດ-ການທວນຄືນ, ດ້ານສະຖານທີ່ ແລະ ອຸປະກອນການສອບເສັງ ເພື່ອຮັບປະກັນໃຫ້ການສອບເສັງດໍາເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ, ຍຸຕິທໍາ ແລະ ໂປ່ງໃສ ຫ້ອງການສຶກສາທິການ ແລະ ກິລານະຄອນ ຍັງໄດ້ລາຍງານການປະສານງານຮ່ວມກັບ ຫ້ອງການສາທາລະນະສຸກນະຄອນ ແລະ ປກສ ນະຄອນ ເພື່ອຮັກສາຄວາມສະຫງົບ ແລະ ເບິ່ງແຍງສຸຂະພາບຂອງຄູ-ນັກຮຽນໃນໄລຍະດໍາເນີນການສອບເສັງ, ພ້ອມທັງສະເໜີຂໍທິດຊີ້ນໍາດ້ານງົບປະມານບ້ວງອຸດໜູນ ເພື່ອແຈກຢາຍໃຫ້ບັນດາສູນສອບເສັງໄດ້ທັນເວລາ. ໃນກອງປະຊຸມແຕ່ລະພາກສ່ວນກໍໄດ້ປະກອບຄໍາຄິດເຫັນເຂົ້າໃສ່ວຽກງານດັ່ງກ່າວຢ່າງກົງໄປກົງມາ ເພື່ອໃຫ້ການຈັດຕັ້ງປະຕິບັດບັນລຸຕາມຄາດໝາຍທີ່ວາງໄວ້.
ຈາກນັ້ນ, ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການສອບເສັງຈົບຊັ້ນ ສາຍສາມັນສຶກສາ (ມ.4 ແລະ ມ.7) ຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 2769/ສສກ ເຊິ່ງລວມມີທັງໝົດ 9 ໝວດ, 38 ມາດຕາ. ຂໍ້ຕົກລົງສະບັບນີ້ແມ່ນໄດ້ກໍານົດລະບຽບຫຼັກການຢ່າງຊັດເຈນ ເພື່ອຮັບປະກັນການຈັດຕັ້ງປະຕິບັດການສອບເສັງໃຫ້ເປັນລະບົບ, ມີຄວາມໂປ່ງໃສ, ຍຸຕິທໍາ, ຮັບປະກັນຄຸນນະພາບ ແລະ ປົກປ້ອງຜົນປະໂຫຍດອັນຊອບທໍາຂອງຄູ ແລະ ນັກຮຽນ. ສຳລັບການສອບເສັງຈົບຊັ້ນ ມ.4 ແມ່ນຈະໄດ້ຈັດຂຶ້ນພ້ອມກັນທົ່ວປະເທດໃນວັນທີ 10-12 ມິຖຸນາ 2026 ແລະ ມ.7 ໃນວັນທີ 17-19 ມິຖຸນາ 2026.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ອະນຸສອນ ສຸດທິວົງ ໄດ້ມີຄຳເຫັນຊີ້ນຳ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ໃນການກະກຽມຄວາມພ້ອມຮອບດ້ານ ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການສອບເສັງຈົບຊັ້ນ ເຊິ່ງເປັນການວັດຜົນ ແລະ ປະເມີນຄຸນນະພາບການສຶກສາລະດັບຊາດທີ່ສຳຄັນ.
ພາບ-ຂ່າວ: ສກຂ ສະຫວັນນະເຂດ