ສກຂ 4 ແຂວງພາກໃຕ້ ແຂ່ງຂັນກິລາ ແລະ ແລກປ່ຽນບົດຮຽນ ເພື່ອສ້າງຄວາມສາມັກຄີ ແລະ ພັດທະນາຂະແໜງການ
08/06/2026

ໃນວັນທີ 4 ມິຖຸນາ 2026 ທີ່ຜ່ານມາ, ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງສາລະວັນ ໄດ້ເປັນເຈົ້າພາບ ຈັດການພົບປະແລກປ່ຽນບົດຮຽນ ແລະ ແຂ່ງຂັນກິລາ ລະຫວ່າງຂະແໜງສຶກສາ-ກິລາ 4 ແຂວງພາກໃຕ້ ຄັ້ງທີ VI ປະຈຳປີ 2026 ຂຶ້ນທີ່ສະໜາມກິລາແຂວງສາລະວັນ, ໄດ້ຮັບກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ສຸນີ ນາມມະບົວລີ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ, ພ້ອມດ້ວຍຄະນະນຳ, ພະນັກງານວິຊາການ ກໍາມະການຕັດສີນ ແລະ ນັກກິລາຈາກ 4 ແຂວງ ຄື: ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ, ໂດຍຄະນະແຂວງອັດຕະປື ນຳໂດຍ ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ, ທ່ານ ພົງສະຫວັນ ຄໍາສົງກາ ຮອງຫົວໜ້າພະແນກ ພ້ອມຄະນະ ທັງໝົດ 48 ທ່ານ (ຍິງ 8 ທ່ານ).
ທ່ານ ສຸນີ ນາມມະບົວລີ ກ່າວວ່າ: ການຈັດງານຄັ້ງນີ້ ແມ່ນເພື່ອຮັດແໜ້ນຄວາມສາມັກຄີ, ເພີ່ມທະວີການພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ລະຫວ່າງບັນດາພະນັກງານ ຂະແໜງສຶກສາ-ກິລາ 4 ແຂວງ. ນອກຈາກນີ້, ການແຂ່ງຂັນກິລາ ຍັງຊ່ວຍໃຫ້ບັນດາຜູ້ເຂົ້າຮ່ວມ ມີສຸຂະພາບພະລານາໄມແຂງແຮງ, ຜ່ອນຄາຍຄວາມຕຶງຄຽດຫຼັງການເຮັດວຽກ ແລະ ສ້າງສາຍສຳພັນອັນດີງາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ທ່ານຍັງໄດ້ກ່າວຕື່ມວ່າ: ງານຄັ້ງນີ້ ຍັງເປັນການສ້າງຂະບວນການຈັດຕັ້ງປະຕິບັດ ເນື້ອໃນ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ຂອງການສຶກສາຊາດ ໃຫ້ເປັນຮູບປະທຳ ພ້ອມທັງສ້າງບັນຍາກາດເບີກບານມ່ວນຊື່ນ ເນື່ອງໃນໂອກາດ ວັນກຳເນີດກິລາ-ກາຍຍະກຳລາວ ຄົບຮອບ 60 ປີ ອີກດ້ວຍ.
ການແຂ່ງຂັນໃນຄັ້ງນີ້ ມີທັງໝົດ 2 ປະເພດ 4 ລາຍການ ຄື: ບານເຕະຊາຍ ຮຸ່ນທົ່ວໄປ, ເປຕັງ ປະເພດທີມການນຳ, ທີມຊາຍ ແລະ ທີມຍິງ, ໂດຍແຕ່ລະລາຍການ ມີ 4 ທີມ ຈາກ 4 ແຂວງ ເຂົ້າຮ່ວມ.
ຜ່ານການແຂ່ງຂັນຢ່າງດຸເດືອດ ຜົນປາກົດວ່າ: ແຂວງຈຳປາສັກ ສາມາດຄວ້າແຊ໋ມ ຄອບຄອງທຸກລາຍການ ລາຍລະອຽດຄື: ບານເຕະຊາຍ: ຊະນະເລີດ ແຂວງຈຳປາສັກ ຮັບຂັນໜຶ້ງໜ່ວຍ ພ້ອມເງິນ 2.000.000 ກີບ, ຮອງຊະນະເລີດ ແຂວງເຊກອງ ເງິນ 1.500.000 ກີບ, ອັນດັບ 3 ແຂວງອັດຕະປື ເງິນ 1.000.000 ກີບ, ຊົມເຊີຍ ແຂວງສາລະວັນ ເງິນ 500.000 ກີບ; ເປຕັງ ທີມການນຳ ຊະນະເລີດ ແຂວງຈຳປາສັກ ຂັນໜຶ້ງໜ່ວຍ ເງິນ 1.000.000 ກີບ, ຮອງຊະນະເລີດ ແຂວງອັດຕະປື ເງິນ 700.000 ກີບ, ອັນດັບ 3 ແຂວງເຊກອງ ເງິນ 500.000 ກີບ, ຊົມເຊີຍ ແຂວງສາລະວັນ ເງິນ 300.000 ກີບ; ເປຕັງທີມຍິງ ຊະນະເລີດ ແຂວງຈຳປາສັກ ຂັນໜຶ້ງໜ່ວຍ ເງິນ 1.000.000 ກີບ, ຮອງຊະນະເລີດ ແຂວງອັດຕະປື ເງິນ 700.000 ກີບ), ອັນດັບ 3 ແຂວງສາລະວັນ ເງິນ 500.000 ກີບ, ຊົມເຊີຍ ແຂວງເຊກອງ ເງິນ 300.000 ກີບ); ເປຕັງທີມຊາຍ ຊະນະເລີດ ແຂວງຈຳປາສັກ ຂັນໜຶ່ງໜ່ວຍ ເງິນ1.000.000 ກີບ, ຮອງຊະນະເລີດ ແຂວງອັດຕະປື ເງີນ 700.000 ກີບ, ອັນດັບ 3 ແຂວງເຊກອງ ເງິນ 500.000 ກີບ, ຊົມເຊີຍ ແຂວງສາລະວັນ ເງິນ 300.000 ກີບ.
ໃນຕອນທ້າຍຂອງພິທີ, ແຂວງສາລະວັນ ໃນຖານະເຈົ້າພາບ ໄດ້ມອບທຸງກິລາມິດຕະພາບຮອບວຽນ 4 ແຂວງພາກໃຕ້ ໃຫ້ ແຂວງຈໍາປາສັກ ຢ່າງເປັນທາງການ ເພື່ອເປັນເຈົ້າພາບຈັດການແຂ່ງຂັນ ຄັ້ງທີ VII ໃນປີ 2027.
ຂ່າວໂດຍ: ພົມວິຫານ ໄຊຊະນະ (ສກຂ ອັດຕະປື)
ຂ່າວຫຼ້າສຸດ
- ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເຄື່ອນໄຫວຊີ້ນຳວຽກງານ ແລະ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈຳປາສັກ
- ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ນະຄອນຫຼວງວຽງຈັນ
- ຫົວໜ້າພະແນກ ສກຂ ຈຳປາສັກ ພ້ອມດ້ວຍຄະນະ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢູ່ເມືອງປະທຸມພອນ
- ເມືອງອຸທຸມພອນ ເປີດບັ້ນສອບເສັງຈົບ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ
- ນັກຮຽນ ມ.4 ທົ່ວເມືອງຄູນຄຳ 248 ຄົນ ເຂົ້າຮ່ວມການສອບເສັງຈົບຊັ້ນ ປະຈຳສົກຮຽນ 2025-2026
- ເມືອງໂຂງ ເປີດບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມກວ່າ 440 ຄົນ



