ອາຊຽນ-ຍີ່ປຸ່ນ ຮ່ວມຫາລືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

ກອງປະຊຸມຄະນະກຳມະການຮ່ວມມືອາຊຽນ-ຍີ່ປຸ່ນ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 15 (AJCCST-15) ຈັດຂຶ້ນໃນຕອນເຊົ້າວັນທີ 24 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ, ກະຊວງສຶກສາທິການ ແລະ ກິລາ ທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (COSTI) ຂອງ ສປປ ລາວ ແລະ ທ່ານ ໂອກາດະ ຊິນຊຶເກະ (Mr. OKADA Shinsuke) ຫົວໜ້າພະແນກຮ່ວມມືສາກົນ, ກົມນະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສຶກສາທິການ, ວັດທະນະທຳ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຊີ (MEXT) ແຫ່ງ ປະເທດຍີ່ປຸ່ນ. ນອກຈາກນີ້ ຍັງມີເຈົ້າໜ້າທີ່ອາວຸໂສ COSTI ອາຊຽນ ແລະ ຄະນະຜູ້ແທນຈາກ ຍີ່ປຸ່ນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສຸກສະຫວາດ ສີຫາປັນຍາ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ແມ່ນໄດ້ຖືກຈັດຂຶ້ນໃນອາທິດດຽວກັນກັບ ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 22 (AMMSTI-22) ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ເຊິ່ງໄດ້ກຳນົດເອົາຫົວຂໍ້ຫຼັກຄື: “ການຊຸກຍູ້ APASTI ເພື່ອອາຊຽນທີ່ເຂັ້ມແຂງ, ຍືນຍົງ ແລະ ມີຄວາມສາມາດໃນການແຂ່ງຂັນ.” ຫົວຂໍ້ນີ້ບໍ່ແມ່ນພຽງແຕ່ຄຳຂວັນເທົ່ານັ້ນ, ແຕ່ມັນແມ່ນວິໄສທັດຊີ້ນຳ ທີ່ສະທ້ອນເຖິງຄວາມມຸ່ງມາດປາດຖະໜາຮ່ວມກັນ ໃນການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເປັນຕົວຂັບເຄື່ອນຍຸດທະສາດ ເພື່ອສ້າງຄວາມເຂັ້ມແຂງຕໍ່ກັບສິ່ງທ້າທາຍລະດັບໂລກ, ຄວາມຍືນຍົງໃນເສັ້ນທາງການພັດທະນາ ແລະ ຄວາມສາມາດໃນການແຂ່ງຂັນໃນເວທີເສດຖະກິດໂລກ. ສະນັ້ນ, ກອງປະຊຸມໃນມື້ນີ້ຮ່ວມກັບ ຍີ່ປຸ່ນ ເຊິ່ງເປັນໜຶ່ງໃນຄູ່ຮ່ວມມືທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ຍາວນານທີ່ສຸດຂອງອາຊຽນ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈຶ່ງມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ. ຫຼາຍປີຜ່ານມາ, ການຮ່ວມມືລະຫວ່າງ ອາຊຽນ-ຍີ່ປຸ່ນ ໄດ້ສ້າງຜົນສຳເລັດທີ່ເປັນຮູບປະທຳ ໃນການຮ່ວມມືດ້ານການຄົ້ນຄວ້າ, ການພັດທະນາຊັບພະຍາກອນມະນຸດ, ການຖ່າຍທອດເຕັກໂນໂລຊີ ແລະ ການເປັນຄູ່ຮ່ວມມືດ້ານນະວັດຕະກຳ.
ກອງປະຊຸມ AJCCST-15 ນີ້ ຈະເປັນເວທີອັນສຳຄັນໃຫ້ແກ່ພວກເຮົາໃນການທົບທວນຄືນບັນດາຜົນສຳເລັດເຫຼົ່ານີ້, ຄົ້ນຫາໂອກາດໃໝ່ໆ ແລະ ກຳນົດທິດທາງໃນອະນາຄົດ ເພື່ອຮັດແໜ້ນການເປັນຄູ່ຮ່ວມມືຂອງພວກເຮົາໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງຄູ່ຮ່ວມງານຝ່າຍຍີ່ປຸ່ນ ສໍາລັບການສະໜັບສະໜູນ, ຄວາມມຸ່ງໝັ້ນ ແລະ ມິດທະພາບ ທີ່ມີໃຫ້ພວກເຮົາຢ່າງຕໍ່ເນື່ອງ.
ການປະກອບສ່ວນຂອງບັນດາທ່ານ ແມ່ນມີບົດບາດສຳຄັນໃນການຊຸກຍູ້ວາລະວຽກງານ STI ຂອງອາຊຽນ ແລະ ໃນການສ້າງຂົວຕໍ່ແຫ່ງການຮ່ວມມືທີ່ນຳເອົາຜົນປະໂຫຍດມາສູ່ປະຊາຊົນຂອງພວກເຮົາ ແລະ ເຊື່ອໝັ້ນຢ່າງຍິ່ງວ່າ ການປຶກສາຫາລືຂອງພວກເຮົາໃນມື້ນີ້ ຈະໄດ້ຮັບຜົນປະໂຫຍດ, ມີລັກສະນະສ້າງສັນ ແລະ ກ້າວໜ້າ, ເຊິ່ງຈະນຳໄປສູ່ຜົນຮັບທີ່ຈະຊ່ວຍຮັດແໜ້ນວິໄສທັດຮ່ວມກັນຂອງພວກເຮົາ ເພື່ອສ້າງປະຊາຄົມອາຊຽນທີ່ເຂັ້ມແຂງ, ຍືນຍົງ ແລະ ມີຄວາມສາມາດໃນການແຂ່ງຂັນ.
ພາຍຫຼັງສຳເລັດການປຶກສາຫາລື ແລະ ແລກປ່ຽນລະຫວ່າງສອງຝ່າຍແລ້ວ, ທ່ານຫົວໜ້າກົມຄຸ້ມຄອງວິທະຍາສາດ ໄດ້ໃຫ້ຮູ້ຕື່ມວ່າ: ການປຶກສາຫາລືໃນມື້ນີ້ ໄດ້ຢັ້ງຢືນຄືນອີກຄັ້ງເຖິງຄວາມສຳຄັນຂອງການຮ່ວມມື ອາຊຽນ-ຍີ່ປຸ່ນ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ສອດຄ່ອງຢ່າງສະໜິດແໜ້ນກັບວິໄສທັດພາກພື້ນຂອງພວກເຮົາ ພາຍໃຕ້ແຜນງານ APASTI 2026-2035 ແລະ ຫົວຂໍ້ຫຼັກຂອງ AMMSTI-22: “ການຊຸກຍູ້ APASTI ເພື່ອອາຊຽນທີ່ເຂັ້ມແຂງ, ຍືນຍົງ ແລະ ມີຄວາມສາມາດໃນການແຂ່ງຂັນ”. ພ້ອມເຊື່ອໝັ້ນວ່າ ຜົນຮັບຂອງກອງປະຊຸມຄັ້ງນີ້ ຈະຊ່ວຍຮັດແໜ້ນຄວາມເປັນຄູ່ຮ່ວມມືຂອງພວກເຮົາໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງພວກເຮົາ.


