ເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນລະດັບສູງ ເດີນທາງມາຮອດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມ AMMSTI-22
25/06/2026

ໃນລະຫວ່າງວັນທີ 24-25 ມິຖຸນາ 2026, ຄະນະຜູ້ແທນຂັ້ນສູງຈາກຫຼາຍປະເທດ ແລະ ທ່ານເລຂາທິການໃຫຍ່ອາຊຽນ ໄດ້ເດີນທາງເຖິງນະຄອນຫຼວງວຽງຈັນແລ້ວ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (The 22nd ASEAN Ministerial Meeting on Science, Technology and Innovation ຫຼື AMMSTI-22) ພ້ອມດ້ວຍກອງປະຊຸມປິ່ນອ້ອມຕ່າງໆ ໃນລະຫວ່າງວັນທີ 22-26 ມິຖຸນາ 2026 ນີ້ ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ໂດຍການຕ້ອນຮັບຂອງ ທ່ານ ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ.
ສຳລັບຄະນະຜູ້ແທນທີ່ເດີນທາງມາໃນຄັ້ງນີ້ ປະກອບມີ ທ່ານ ກາວ ກິມ ຮຸນ (Dr. Kao Kim Hourn) ເລຂາທິການໃຫຍ່ອາຊຽນ, ທ່ານ ໂມຮຳມັດ ຣິດ ດາໂຕ ປາດູກາ ຮາຈິ ໂມຮຳມັດ ຢູນົດ (Mohd Rizz Dato Paduka Haji Mohd Yunos) ລັດຖະມົນຕີ ກະຊວງຂົນສົ່ງ ແລະ ການສື່ສານ ປະເທດບຣູໄນ, ທ່ານ ປອ ຍອດຊະນັນ ວົງສະຫວັດ (Dr. Yodchanan Wongsawat) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາ, ວິທະຍາສາດ, ວິໄຈ ແລະ ນະວັດຕະກຳ ຣາຊະອານາຈັກໄທ, ທ່ານ ນາງ ແກນ ສ້ຽວ ຮວງ (Ms. Gan Siow Huang) ຮອງລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ປະເທດສິງກະໂປ, ທ່ານ ສຈ ອາຣິບ ຊາເຕຣຍ (Arif Satria) ປະທານອົງການວິທະຍາສາດ ແລະ ນະວັດຕະກຳແຫ່ງຊາດ ອິນໂດເນເຊຍ, ທ່ານ ບຸຍ ຮວາງ ເຟືອງ (Mr. Bui Hoang Phuong) ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ, ທ່ານ ນາງ ເນຊີ ໄລໄລທຽນ ຮອງລັດຖະມົນຕີກະຊວງ ວິທະຍາສາດ ແລະ ເທັກໂນໂລຊີ ປະເທດມຽນມາ, ທ່ານ ເຣນາໂຕ ຢູ ໂຊລີດຳ ຈູເນ່ຍ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ປະເທດຟິລິປິນ ແລະ ຕາງໜ້າຈາກສະຖານທູດຂອງແຕ່ລະປະເທດທີ່ເດີນທາງມາຮອດໃນຄັ້ງນີ້ ພ້ອມດ້ວຍຄະນະຜູ້ແທນ ແລະ ບັນດາປະເທດສະມາຊິກອາຊຽນອື່ນໆ ແມ່ນໄດ້ທະຍອຍເດີນທາງມາຮອດ ສປປ ລາວ ເປັນທີ່ຮຽບຮ້ອຍແລ້ວ ເພື່ອເຂົ້າຮ່ວມກອງປະຊຸມຄັ້ງສໍາຄັນນີ້.
ສຳລັບກອງປະຊຸມ AMMSTI-22 ແມ່ນຈະຈັດຂຶ້ນໃນວັນທີ 26 ມິຖຸນາ 2026 ເຊິ່ງເປັນກອງປະຊຸມລະດັບສູງ ເພື່ອສຸມໃສ່ການປຶກສາຫາລື, ວາງແຜນຍຸດທະສາດ ແລະ ຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ການສ້າງນະວັດຕະກຳໃໝ່ໆ. ເປົ້າໝາຍສໍາຄັນແມ່ນເພື່ອຂັບເຄື່ອນເສດຖະກິດດິຈິຕອນ, ການພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງສະພາບແວດລ້ອມ ແລະ ການຫັນປ່ຽນທາງດ້ານເຕັກໂນໂລຊີພາຍໃນພາກພື້ນອາຊຽນ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດເຊື່ອມໂຍງເຂົ້າກັນໄດ້ຢ່າງມີປະສິດທິພາບ.














