Skip to main content

ອາຊຽນ-ສ.ເກົາຫຼີ ສໍາມະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ປະຈໍາປີ 2026

25/06/2026
ກອງປະຊຸມສຳມະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ-ສ.ເກົາຫຼີ ປະຈໍາປີ 2026 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຊອງຮີ ຢອມ (Ms. Sunghee Youm) ຮອງຫົວໜ້າພະແນກຮ່ວມມືຫຼາຍຝ່າຍ, ກົມຮ່ວມມືສາກົນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ສ. ເກົາຫຼີ. ນອກຈາກນີ້ ຍັງມີເຈົ້າໜ້າທີ່ອາວຸໂສຈາກອາຊຽນ ແລະ ຄະນະຜູ້ແທນຈາກ ສ.ເກົາຫຼີ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ສຸກສະຫວາດ ສີຫາປັນຍາ ໄດ້ມີຄຳເຫັນໃຫ້ຄວາມສຳຄັນ ແລະ ເນັ້ນໜັກ ຕໍ່ກອງປະຊຸມ ໃນຄັ້ງນີ້ ເນື່ອງຈາກມັນເປັນການສະໜັບສະໜູນໂດຍກົງ ໃຫ້ແກ່ການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ (APASTI) ສົກປີ 2026-2035 ທີ່ຫາກໍໄດ້ຮັບການຮັບຮອງໃໝ່ ພາຍໃຕ້ການນໍາພາຂອງແຜນງານຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ອາຊຽນ-ສ.ເກົາຫຼີ (2025–2027). ການປຶກສາຫາລືຂອງພວກເຮົາໃນມື້ນີ້ ເນັ້ນໃສ່ 3 ຫົວຂໍ້ຫຼັກ ຄື: ການຫັນປ່ຽນດ້ານພະລັງງານ ແລະ ເສດຖະກິດໝູນວຽນ (Energy Transition and Circular Economy); ຄວາມເປັນກາງທາງຄາບອນ ແລະ ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ (Carbon Neutrality and Science & Technology Cooperation); ການສ້າງຂີດຄວາມສາມາດ ແລະ ການນໍາໃຊ້ເຕັກໂນໂລຊີອາວະກາດ (Capacity Building and Space Application) ເຊິ່ງແຕ່ລະຫົວຂໍ້ເຫຼົ່ານີ້ ແມ່ນສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາ ໃນການເສີມສ້າງຂີດຄວາມສາມາດໃນພາກພື້ນ, ການປົກປ້ອງລະບົບນິເວດ STI ສໍາລັບອະນາຄົດ, ການເລັ່ງຈັດຕັ້ງປະຕິບັດໃນຂະແໜງອຸດສາຫະກໍາທີ່ສໍາຄັນ ແລະ ການລົງທຶນເຂົ້າໃນການພັດທະນາ ແລະ ການເຄື່ອນຍ້າຍຂອງບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ. ພວກເຮົາຫວັງເປັນຢ່າງຍິ່ງວ່າ ບັນດາຜູ້ແທນທີ່ເຂົ້າຮ່ວມ ທັງຈາກອາຊຽນ ແລະ ສ.ເກົາຫຼີ ລວມທັງຊ່ຽວຊານຈາກກອງເລຂາອາຊຽນ, ສະຖາບັນເຕັກໂນໂລຊີສີຂຽວແຫ່ງຊາດ, ສະຖາບັນເຕັກໂນໂລຊີອຸດສາຫະກໍາເກົາຫຼີ ແລະ ສະຖາບັນດາລາສາດ ແລະ ວິທະຍາສາດອາວະກາດເກົາຫຼີ. ຄວາມຄິດເຫັນ ແລະ ຄວາມຮູ້ຂອງພວກເພິ່ນ ຈະຊ່ວຍໃຫ້ການປຶກສາຫາລືຂອງພວກເຮົາມີເນື້ອໃນອຸດົມສົມບູນຂຶ້ນ ແລະ ຊ່ວຍໃຫ້ພວກເຮົາສາມາດກໍານົດຮູບແບບການຮ່ວມມືທີ່ສາມາດປະຕິບັດໄດ້ຕົວຈິງ, ຂົງເຂດການຄົ້ນຄວ້າ ແລະ ພັດທະນາ (R&D) ບູລິມະສິດ ແລະ ຂອບການຮ່ວມມືສໍາລັບໂຄງການຮ່ວມກັນ. ຂ້າພະເຈົ້າ ຂໍຊຸກຍູ້ ແລະ ສະໜັບສະໜູນ ໃຫ້ບັນດາປະເທດສະມາຊິກອາຊຽນທັງໝົດ ເຂົ້າຮ່ວມຢ່າງຕັ້ງໜ້າໃນການສົນທະນາແບບເປີດກວ້າງ, ແລກປ່ຽນທັດສະນະຂອງແຕ່ລະປະເທດ, ແລະ ຮ່ວມກັນປະກອບສ່ວນເຂົ້າໃນການສ້າງຂໍ້ສະເໜີແນະທີ່ເປັນເອກະພາບ ເພື່ອເປັນແນວທາງໃນການຮ່ວມມືຂອງພວກເຮົາໃນອະນາຄົດ.
ທ່ານປະທານກອງປະຊຸມ ກ່າວອີກວ່າ: ຜ່ານການປະຊຸມສໍາມະນາຄັ້ງນີ້ ພວກເຮົາມີເປົ້າໝາຍຮ່ວມກັນ ເພື່ອຊຸກຍູ້ຫົວຂໍ້ຂອງກອງປະຊຸມລັດຖະມົນຕີ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMMSTI-22) ທີ່ວ່າ: “ການຊຸກຍູ້ APASTI ເພື່ອອາຊຽນ ທີ່ມີຄວາມຍືດຍຸ່ນ, ຍືນຍົງ ແລະ ມີຄວາມສາມາດໃນການແຂ່ງຂັນ” (“Advancing APASTI for a Resilient, Sustainable and Competitive ASEAN”), ພ້ອມທັງຮັດແໜ້ນການເປັນຄູ່ຮ່ວມມື ອາຊຽນ-ສ.ເກົາຫຼີ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໃຫ້ເລິກເຊິ່ງຍິ່ງຂຶ້ນ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ